ກຸ່ມນັກສິດທິມະນຸສ ສປຊ, ຮຽກຮ້ອງຣັຖບານລາວ ປ່ອຍ ລູ໋ ຊີ່ເຫວີຍ

ພູວົງສ໌
2023.08.12
ກຸ່ມນັກສິດທິມະນຸສ ສປຊ, ຮຽກຮ້ອງຣັຖບານລາວ ປ່ອຍ ລູ໋ ຊີ່ເຫວີຍ ທ່ານ ລູ໋ ຊີ່ເຫວີຍ ທະນາຍຄວາມ ດ້ານສິດທິມະນຸສ ທີ່ກຳລັງຢືນຢູ່ແຄມຖນົນສາຍນຶ່ງ ທີ່ບໍ່ໄດ້ລະບຸສະຖານທີ່ ປະມານ 300 ກິໂລແມັດ (186 ໄມລ໌) ທາງພາກເໜືອ ຂອງນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 27 ກໍຣະກະດາ 2023 ນະຂະທີ່ທ່ານກຳລັງເດີນທາງໄປ ທາງໃຕ້ ທີ່ຊາຍແດນ ໄທຍ
Credit: Anonymous source via AP

ທີ່ສຳນັກງານ ວຽກງານບໍຣິການສາກົລ ດ້ານສິດທິມະນຸສ ແຫ່ງອົງການສະຫະປະຊາຊາຕ ໃນນະຄອນເຈນິວາ ປະເທດສວິທເຊີແລນດ໌, ກຸ່ມຜູ້ຊ່ຽວຊານ ດ້ານສິດທິມະນຸສ ຂອງສະຫະປະຊາຊາຕ 7 ທ່ານ ໄດ້ອອກຖແລງການ ໃນວັນສຸກ ວັນທີ 11 ສິງຫາ 2023 ນີ້ ເພື່ອຮຽກຮ້ອງໃຫ້ ຣັຖບານ ສາທາຣະນະຣັຖປະຊາທິປະຕັຍປະຊາຊົນລາວ ຍຸຕິການຄວບຄຸມໂຕ ໂດຍພລະການ ຕໍ່ທ່ານ ລູ໋ ຊີ່ເຫວີຍ, ທະນາຍຄວາມ ແລະ ນັກປົກປ້ອງສິດທິມະນຸສ ແລະ ອະນຸຍາດໃຫ້ທ່ານ ເດີນທາງຕໍ່ໄປ ເພື່ອກັບໄປຢູ່ກັບຄອບຄົວ.

ການສິ້ງຊອມ ແບບດັກຕິດຕາມ, ການຕາມລ່າ ແລະ ການຄວບຄຸມໂຕ ທ່ານ ລູ໋ ຊີ່ເຫວີຍ ຈະຕ້ອງຍຸຕິລົງທັນທີ.”, ກຸ່ມຜູ້ຊ່ຽວຊານ ໄດ້ກ່າວຜ່ານບົດຖແລງການນັ້ນ.

ນຶ່ງໃນກຸ່ມຜູ້ຊ່ຽວຊານ ກ່າວວ່າ ທ່ານ ລູ໋ ຊີ່ເຫວີຍ ເປັນນັກປົກປ້ອງສິດທິມະນຸສ ແລະ ນັກກົດໝາຍ ທັງເປັນທະນາຍຄວາມຊາວຈີນ ທີ່ມີຊື່ສຽງ, ແຕ່ຕົກມາໃນວັນທີ 28 ກໍຣະກະດາ ທີ່ຜ່ານມານີ້, ທ່ານພັດຖືກຕຳຣວດລາວ ຈັບ ໃນປະເທດລາວ ຂະນະທີ່ຕຣຽມຂຶ້ນຣົຖໄຟ ເດີນທາງໄປຍັງປະເທດໄທຍ. ທ່ານຫາກໍໜີຮ້ອນ ມາເພິ່ງເຢັນ ດ້ວຍການຫຼົບໜີ ຈາກປະເທດຈີນ ແລະ ຕັ້ງໃຈທີ່ຈະເດີນທາງ ຈາກປະເທດໄທຍ ໄປສະຫະຣັຖອາເມຣິກາ ເພື່ອພົບກັບຄອບຄົວ ຂອງທ່ານອີກຄັ້ງ.

ຈົນຮອດມື້ນີ້ (ຄືວັນທີ 11 ສິງຫາ 2023), ທ່ານ ລູ໋ ຊີ່ເຫວີຍ ຍັງຄົງຢູ່ໃນສະຖານທີ່ກັກກັນ ບ່ອນໃດບ່ອນນຶ່ງ ທີ່ບໍ່ມີໃຜຮູ້ຈັກ, ໂດຍທີ່ທ່ານບໍ່ສາມາດເຂົ້າເຖິງ ທະນາຍຄວາມຂອງທ່ານ ແລະ ຄອບຄົວຂອງທ່ານ ຫຼືບຸກຄົນອື່ນໃດ ທີ່ທ່ານຈະເລືອກຕິດຕໍ່ ໃຫ້ຊ່ອຍເຫຼືອໄດ້.

“ພວກເຮົາຢ້ານວ່າ ທ່ານ ລູ໋ ຊີ່ເຫວີຍ ມີຄວາມສ່ຽງສູງ ທີ່ຈະຖືກເນຣະເທສ ກັບໄປຍັງປະເທດຈີນ,​ ເຊິ່ງມີເຫດຜົລຫຼາຍຢ່າງ ທີ່ພໍຈະເຊື່ອໄດ້ວ່າ ທ່ານຈະຕົກຢູ່ໃນອັນຕຣາຍ ຈາກການຖືກທຳຮ້າຍ ຢ່າງບໍ່ສາມາດຫຼີກເວັ້ນໄດ້ ເມື່ອເດີນທາງກັບ ບໍ່ວ່າຈະດ້ວຍການຖືກທໍຣະມານ ຫຼືການປະຕິບັດ ທີ່ໂຫດຮ້າຍ, ໄຮ້ມະນຸສທັມ ຫຼືເປັນການຢຽບຢ່ຳກຽດສັກສີ ຄວາມເປັນມະນຸສ ຫຼືການລົງໂທສ. ນອກຈາກນີ້, ທ່ານຍັງສ່ຽງ ທີ່ຈະຖືກລະເມີດສິດທິມະນຸສ ຢ່າງຮ້າຍແຮງ ໃນຮູບການອື່ນໆ ລວມເຖິງການຖືກກັກຂັງ ແບບຕາມໃຈ ຫຼືການບັງຄັບໃຫ້ຫາຍສາບສູນ.”, ນຶ່ງໃນກຸ່ມຜູ້ຊ່ຽວຊານ ຂອງສະຫະປະຊາຊາຕ ໄດ້ກ່າວ.

ພາຍໃຕ້ກົດໝາຍ ດ້ານສິດທິມະນຸສ ລະວ່າງປະເທດ ຫຼັກການບໍ່ສົ່ງກັບປະເທດຕົ້ນທາງ ເປັນສິ່ງຮັບປະກັນວ່າ ບໍ່ມີໃຜ ຄວນຖືກສົ່ງກັບປະເທດ ທີ່ຜູ້ໃດຜູ້ນຶ່ງ ອາຈຕົກຢູ່ໃນອັນຕຣາຍ ຈາກການຖືກທໍຣະມານ,​ ການຖືກປະຕິບັດ ຫຼືການລົງໂທສ ທີ່ໂຫດຮ້າຍ, ໄຮ້ມະນຸສທັມ ຫຼືຢຽບຢ່ຳກຽດສັກສີ, ການບັງຄັບໃຫ້ຫາຍສາບສູນ ແລະ ອັນຕຣາຍອື່ນໆ ທີ່ບໍ່ສາມາດຫຼີກເວັ້ນໄດ້ເລີຍ.

“ຖ້າຫາກການເນຣະເທສ ຫຼືການສົ່ງກັບຄືນປະເທດຈີນ ເກີດຂຶ້ນແທ້ ມັນຈະຂັດແຍ້ງ ກັບຫຼັກການສຳຄັນ ຂອງການບໍ່ສົ່ງກັບຄືນ ຕາມທີ່ບັນຍັດໄວ້ ໃນຂໍ້ 3 ຂອງອະນຸສັນຍາ ຕໍ່ຕ້ານການທໍຣະມານ ແລະ ການຖືກປະຕິບັດ ຫຼືການລົງໂທສອື່ນໆ ທີ່ໂຫດຮ້າຍ, ໄຮ້ມະນຸສທັມ ຫຼືຢຽບຢ່ຳກຽດສັກສີ, ເຊິ່ງສາທາຣະນະຣັຖປະຊາທິປະຕັຍປະຊາຊົນລາວ ໃນຖານະປະເທດ ທີ່ເປັນສະມາຊິກ ຂອງອົງການສະຫະປະຊາຊາຕ ກໍເປັນພາຄີຮ່ວມ.”, ກຸ່ມຜູ້ຊ່ຽວຊານ ກ່າວໃນບົດຖແລງການ.

“ມັນເປັນເຣື່ອງ ທີ່ເບິ່ງແລ້ວປ່າເຖື່ອນ ທີ່ນັກປົກປ້ອງສິດທິມະນຸສ ທີ່ເຮັດວຽກຢ່າງສັນຕິ ແບບທັມມະດາ ເພື່ອສົ່ງເສີມ, ປົກປ້ອງ ຫຼືປົກປ້ອງສິດ ຂອງຜູ້ອື່ນ ຖືກຕາມລ່າແບບນີ້, ເຖິງແມ່ນວ່າ ຈະຢູ່ໃນຂະນະ ທີ່ກຳລັງຫຼົບໜີຢູ່ກໍຕາມ.”, ຜູ້ຊ່ຽວຊານຄົນນຶ່ງກ່າວຕື່ມ ໃນບົດຖແລງການນັ້ນ.

ກຸ່ມນັກຊ່ຽວຊານ ດ້ານສິດທິມະນຸສ ຂອງອົງການສະຫະປະຊາຊາຕ ໄດ້ເນັ້ນຢ້ຳວ່າ: “ດ້ວຍເຫດຜົລດ້ານມະນຸສທັມ ແລະ ສອດຄ່ອງກັບພັນທະກໍຣະນີ ດ້ານສິດທິມະນຸສ ລະວ່າງປະເທດ ຂອງຣັຖບານລາວ, ພວກທ່ານຮຽກຮ້ອງ ໃຫ້ທາງການລາວ ໃຊ້ມາຕການໃດກໍໄດ້ ທີ່ຈຳເປັນທັງໝົດ ເພື່ອປ້ອງກັນອັນຕຣາຍ ທີ່ບໍ່ອາຈແກ້ໄຂໄດ້ ຫຼືຫຼີກເວັ້ນໄດ້ ຕໍ່ຊີວິຕ ແລະ ເຈດຈຳນົງ ສ່ວນບຸກຄົນ ຂອງທ່ານ ລູ໋ ຊີ່ເຫວີຍ.”

ກຸ່ມນັກຊ່ຽວຊານ ດ້ານສິດທິມະນຸສ ຂອງອົງການສະຫະປະຊາຊາຕ ຍັງຮຽກຮ້ອງ ໃຫ້ຣັຖບານ ແຫ່ງສາທາຣະນະຣັຖປະຊາທິປະຕັຍປະຊາຊົນລາວ ໃຫ້ລະເວັ້ນ ການສົ່ງທ່ານກັບ ສາທາຣະນະຣັຖປະຊາຊົນຈີນ ແລະ ຮັບປະກັນ ການປ່ອຍໂຕທ່ານ ແລະ ອະນຸຍາດໃຫ້ທ່ານ ກັບໄປຢູ່ກັບຄອບຄົວອີກຄັ້ງ ທີ່ປະເທດສະຫະຣັຖອາເມຣິກາ.

ປັດຈຸບັນນີ້, ບັນດາຜູ້ຊ່ຽວຊານ ດ້ານສິດທິມະນຸສຫຼາຍຄົນ ກໍພວມຕິດຕໍ່ ກັບທາງການສາທາຣະນະຣັຖປະຊາທິປະຕັຍປະຊາຊົນລາວ ໃນປະເດັນນີ້ ຢ່າງຕໍ່ເນື່ອງ.

ບັນດານັກຊ່ຽວຊານ ດ້ານສິດທິມະນຸສ ຂອງອົງການສະຫະປະຊາຊາຕ ປະກອບໄປດ້ວຍ:

1, ຍານາງ ແມຣີ້ ລໍເລີ້ຣ໌, ຜູ້ຣາຍງານພິເສດ ສະຖານະການ ດ້ານສິດທິມະນຸສ ແລະ ກຸ່ມນັກປົກປ້ອງສິດທິ ແຫ່ງອົງການສະຫະປະຊາຊາຕ;

2, ທ່ານ ອົວ ບາລເດ້, ປະທານຜູ້ຣາຍງານພິເສດ ແຫ່ງອົງການສະຫະປະຊາຊາຕ;

3, ຍານາງ ກ່າບຣ່ຽວ ຊິໂຕຣນີ້, ຮອງປະທານຜູ້ຣາຍງານພິເສດ ແຫ່ງອົງການສະຫະປະຊາຊາຕ;

4, ຍານາງ ອັງຄະນາ ນີລະໄພຈິຕ;

5, ຍານາງ ກຣາຊຊີນ້າ ບາຣ່ານ໋ອບສກ້າ;

6, ຍານາງ ແອ່ນນ້າ ລໍຣີ່ນ້າ ເດລກາດິ່ລໂລ້-ເປເຣຊ;

ເຊິ່ງທັງ 3 ຄົນ ເປັນຄະນະເຮັດວຽກ ຕໍ່ກໍຣະນີຜູ້ທີ່ຫາຍສາບສູນ ດ້ວຍການຖືກບັງຄັບ ຫຼືບໍ່ຍິນຍອມ; ແລະ

7, ຍານາງ ມາກາເຣັທ ຊັດເຕີ້ເວທ, ຜູ້ຣາຍງານພິເສດ ຕໍ່ວຽກງານຜູ້ພິພາສາ ທີ່ເປັນເອກະຣາສ ແລະ ທະນາຍຄວາມ ແຫ່ງອົງການສະຫະປະຊາຊາຕ;

ສບາຍດີ.

ທ່ານສາມາດອ່ານຂໍ້ມູນເພີ່ມຕື່ມ ກ່ຽວກັບເຣື່ອງນີ້ ເປັນພາສາອັງກິດ ຕາມລິ້ງລຸ່ມນີ້:

https://ishr.ch/latest-updates/china-unleashing-new-wave-of-repression-against-human-rights-lawyers-global-response-needed/

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.