ເຣື້ອງທີ່ເກັບບັນທຶກໄວ້
2024-01-30
ປະເທດລາວ ຖືກຈັບອັນດັບທີ 136 ໃນດ້ານຄວາມໂປ່ງໄສ ຈາກ ທັງໝົດ 180 ປະເທດທົ່ວໂລກ ເຊິ່ງເປັນອັນດັບທີ່ຂີ້ຮ້າຍກວ່າເກົ່າ.
2024-01-29
ອົງການ ພັນທະມິຕເພື່ອປະຊາທິປະໄຕ ໃນລາວ ປະນາມທາງການລາວ ທີ່ຈັບປະຊາຊົນບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ທີ່ຮ່ວມເດີນຂະບວນທ້ວງທາງການ ທວງເອົາດິນລວມຂອງບ້ານຄືນ ໃນມື້ວັນທີ 23 ມົກກະຣານີ້.
2024-01-25
ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ພາຍຫຼັງ ທວງເອົາທີ່ດິນຄືນ ຈາກບໍຣິສັດເອກະຊົນ ທີ່ສັມປະທານດິນລວມຂອງບ້ານ ແຕ່ເມື່ອໝົດສັນຍາແລ້ວ ທາງບໍຣິສັດບໍ່ມີຄວາມປະສົງ ຈະສົ່ງຄືນ ຊາວບ້ານໄດ້ເຮັດໜັງສືໄປຫາຂັ້ນເມືອງ ແຕ່ບໍ່ມີຄວາມຄືບໜ້າ ຈຶ່ງມີການປະທ້ວງເກີດຂຶ້ນ.
2024-01-23
ການຄວບຄຸມໂຕ, ການຄຸມຂັງ, ການພິພາກສາ ແລະ ການບັງຄັບໃຫ້ນັກກິຈກັມ ແລະນັກປົກປ້ອງສິດທິມະນຸສ ຫາຍສາບສູນ ບໍ່ໄດ້ເກີດຂຶ້ນ ຢູ່ສະເພາະປະເທດລາວ ເທົ່ານັ້ນ, ແຕ່ມັນກາຍເປັນບັນຫາ ຂ້າມຊາຕ ເຊິ່ງເປັນການປະສານຄວາມຮ່ວມມື ລະຫວ່າງຣັຖບານຕໍ່ຣັຖບານ ເພື່ອຊອກຫາ ຜູ້ທີ່ມີຄວາມເຫັນແຕກຕ່າງ ທີ່ອາໄສຢູ່ໃນປະເທດເພື່ອນບ້ານ.
2024-01-19
ນາຍົກຣັຖມົນຕຣີ ອອກດໍາຣັດ ບົດລົງໂທດສຳລັບ ບໍຣິສັດບໍ່ແຮ່ ທີ່ລະເມີດກົດໝາຍ ຊຶ່ງຈະມີຜົລບັງຄັບໃຊ້ ໃນວັນທີ 1 ເມສາ 2024 ນີ້ ເພາະທີ່ຜ່ານມາ ມີການລະເມີດຫລາຍ ໂດຍສະເພາະ ການຂຸດແຮ່ທາດເກີນຂອບເຂດ ແລະ ຊາວບ້ານໄດ້ຮັບຜົລກະທົບຫຼາຍ.
2024-01-18
ແຂວງສວັນນະເຂດ ປະຕິບັດບົດລົງໂທດ ຕໍ່ຄະນະພັກ ແລະສມາຊິກພັກ ທັງໝົດ 69 ຄົນ ໃນນັ້ນ ໄລ່ອອກ 17 ຄົນ ສ່ວນອີກຈໍານວນນຶ່ງ ຖືກໂຈະວຽກງານ ແລະບາງສ່ວນ ຖືກກ່າວເຕືອນ ເນື່ອງຈາກມີການກວດພົບ ການໃຊ້ໜ້າທີ່ ເພື່ອຜົລປໂຍດສ່ວນໂຕ.
2024-01-10
ທາງການລາວ ອາຈຕັ້ງຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ຍ້ອນມີຄະດີຫລາຍຢ່າງ ທັງການຄ້າມະນຸສ, ຄ້າຢາເສບຕິດ, ຄ້າສັດປ່າຫວງຫ້າມ, ມີການຟອກເງິນ.
2024-01-08
ນາຍົກຣັຖມົນຕຣີລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດວຽດນາມ ຢ່າງເປັນທາງການ ໂດຍການຕ້ອນຮັບ ຂອງທ່ານ ຟາມ ມິນ ຈິນ ນາຍົກຣັຖມົນຕຣີວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ປະເທດວຽດນາມ ແລະ ໄດ້ຕົກລົງເຊັນສັນຍາ ຄວາມຮ່ວມມື ຈຳນວນ 4 ສະບັບ.
2024-01-02
ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີປະກາດ ອະໄພຍະໂທດ ປ່ອຍໂຕນັກໂທດ ໃຫ້ຄ້າຍຄຸມຂັງຕານປ່ຽວ ຕາມດຳຣັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຜູ້ທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດປີໃໝ່ສາກົລ 2024.