ນາຍົກຣັຖມົນຕຣີ ອອກດໍາຣັດ ເພື່ອລົງໂທດບໍຣິສັດບໍ່ແຮ່ ທີ່ລະເມີດກົດໝາຍ

ຈຳປາທອງ
2024.01.19
ນາຍົກຣັຖມົນຕຣີ ອອກດໍາຣັດ ເພື່ອລົງໂທດບໍຣິສັດບໍ່ແຮ່ ທີ່ລະເມີດກົດໝາຍ ສຳນັກງານ ນາຍົກຣັຖມົນຕຣີ. ນະຄອນຫຼວງວຽງຈັນ (TS) ເດືອນສິງຫາ ປີ 2023.
RFA

ຣັຖບານ ໄດ້ອອກດຳຣັດ ວ່າດ້ວຍການປັບໃໝ ບໍຣິສັດຂຸດຄົ້ນບໍ່ແຮ່ ທີ່ລະເມີດ ລະບຽບກົດໝາຍ ໃນການສໍາຣວດ, ການຂຸດຄົ້ນ, ການຄ້າຂາຍ, ການປຸງແຕ່ງ, ການຂົນສົ່ງ ແລະການເຮັດໃຫ້ແຮ່ເສັຍຫາຍ, ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນ ທາຍສ໌ (Vientiane Times) ວັນທີ 17 ມົກກະຣານີ້.

ດຳຣັດສະບັບໃໝ່ ທີ່ຈະມີຜົລບັງຄັບໃຊ້ ໃນມື້ວັນທີ 1 ເມສາ 2024 ນີ້ ລະບຸວ່າ ບໍຣິສັດທີ່ບໍ່ປະຕິບັດຕາມ ລະບຽບກົດໝາຍ ວ່າດ້ວຍແຮ່ທາດ ຈະຖືກປັບໃໝສູງສຸດ 2 ຕື້ກີບ; ບໍຣິສັດທີ່ນໍາໃຊ້ໃບອະນຸຍາດ ໃນການເຮັດທຸຣະກິຈ ບໍ່ຖືກຕ້ອງ, ໃຊ້ເກີນຂອບເຂດທີ່ກໍານົດ ແລະບໍຣິສັດທີ່ກ່ຽວພັນ ກັບການຂຸດຄົ້ນ, ຄ້າຂາຍ ແລະຂົນສົ່ງແຮ່ທາດສງວນ ຈະຖືກປັບໃໝ 1 ຕື້ກີບ.

ເພື່ອຂໍຮູ້ຣາຍລະອຽດ ຂອງດຳຣັດສະບັບໃໝ່ນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງ ກະຊວງພະລັງງານ ແລະບໍ່ແຮ່ ໃນມື້ວັນທີ 19 ມົກກະຣານີ້ ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງວ່າ ຍັງບໍ່ທັນເຫັນເອກກະສານນັ້ນເທື່ອ.

ຄືວ່າ ກໍຍັງບໍ່ເຫັນເທື່ອ ເຈົ້າ. ດຽວນີ້ພວກເຮົາກໍຍັງບໍ່ເຫັນເດ໋. ບໍ່ເຫັນແຈ້ງການໂຕນັ້ນເທື່ອ. ໂຕນີ້ຍັງບໍ່ທັນແນ່ໃຈ ຍັງບໍ່ທັນເຫັນເອກກະສານ.

ດຳຣັດສະບັບນີ້ອອກມາ ພາຍຫລັງທີ່ມີການກວດກາ ການປະຕິບັດງານ ຂອງບໍຣິສັດຂຸດຄົ້ນບໍ່ແຮ່ທົ່ວປະເທດ ແລະພົບວ່າ ມີຫລາຍບໍຣິສັດ ທີ່ບໍ່ປະຕິບັດຕາມ ລະບຽບກົດໝາຍ ວ່າດ້ວຍແຮ່ທາດ, ເຮັດໃຫ້ເກີດຄວາມເສັຍຫາຍ ຕໍ່ອຸດສາຫະກັມ ຂຸດຄົ້ນບໍ່ແຮ່ ໃນປະເທດລາວ.

ການລະເມີດ ລະບຽບກົດໝາຍທີ່ວ່ານັ້ນ ມີຮວມທັງການບໍ່ມີບົດສຶກສາ ຄວາມເປັນໄປໄດ້ ໃນດ້ານເສຖກິຈ-ເຕັກນິກ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ການແຈ້ງຄວາມເຂັ້ມຂຸ້ນ ຂອງແຮ່ທາດ ຕໍ່າກວ່າຄວາມເປັນຈິງ, ການຂົນແຮ່ທາດເກີນກໍານົດ, ຣົຖນໍ້າໜັກເກີນ ແລະເຮັດໃຫ້ຖນົນເປ່ເພ, ການຂຸດຄົ້ນແຮ່ທາດ ທີ່ກວມເອົາພື້ນທີ່ປ່າສງວນ ແລະດິນຂອງປະຊາຊົນ, ການປ່ອຍສານພິດເຄມີ ແລະອື່ນໆ ຊຶ່ງເວົ້າລວມແລ້ວ ແມ່ນເຮັດຜິດສັນຍາ ຜິດລະບຽບກົດໝາຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພະງານ ແລະບໍ່ແຮ່ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ.

ຕາມສັນຍາ ເຂົາເຮັດຜິດສັນຍາ ເຮັດຜິດລະບຽບ ກໍຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍຫັ້ນ ແລະ ຍົກຕົວຢ່າງເນາະ ມັນມີໃບນໍາສົ່ງເນາະ ໃບນໍາສົ່ງຢັ້ງຢືນຕົວແບບເນາະ. ຈາກຜແນກການທີ່ກ່ຽວຂ້ອງ ແຕ່ເມື່ອໄປສັ່ງເຂດປາຍທາງ ມັນມີບັນຫາເກີນ ຫຼືຫລຸດ, ຫຼືວ່າອັນໃດກໍແລ້ວແຕ່ເນາະ ສະແດງວ່າມັນກໍບໍ່ຖືກແລ້ວ ກໍຣະນີປ່ອຍສານເຄມີ ຫຼືວ່າຫາງແຮ່ຕ່າງໆ ມັນກໍເວົ້າເຣື່ອງສິ່ງແວດລ້ອມ ຫຼື ວ່າສັງຄົມຫຍັງຕ່າງໆ ມັນກໍຕ້ອງຖືກໂຈະຫັ້ນແຫລະ.

ທ່ານກ່າວຕື່ມວ່າ ເຣື່ອງຄວາມເຂັ້ມຂຸ້ນ ຂອງແຮ່ທາດ ຖ້າຄວາມເຂັ້ມຂຸ້ນ ແຕ່ 61.9% ລົງມາ ບໍຣິສັດຕ້ອງຈ່າຍເພີ່ມ 30 ໂດລ້າຣ໌ສະຫະຣັຖ ຕໍ່ຕັນ, ແລະຖ້າ 62% ຂຶ້ນໄປ ບໍຣິສັດຕ້ອງໄດ້ຈ່າຍ 40 ໂດລ້າຣ໌ສະຫະຣັຖຕໍ່ຕັນ,

ທີ່ຜ່ານມາ ແລະໃນປັດຈຸບັນ ການອະນຸມັດພື້ນທີ່ ໃຫ້ບໍຣິສັດສັມປະທານ ຂຸດຄົ້ນແຮ່ທາດ ຢູ່ທົ່ວປະເທດ ຍັງເຮັດໃຫ້ມີຜົລກະທົບ ຕໍ່ປະຊາຊົນຢູ່.

ດັ່ງຊາວບ້ານ ນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ນາງນຶ່ງ ເວົ້າວ່າ ທີ່ຜ່ານມາ ຕົນກໍໄດ້ຮັບຜົລກະທົບ ຈາກການຂຸດຄົ້ນບໍ່ແຮ່ ເຊັ່ນກັນ ແຕ່ກໍບໍ່ເຄີຍໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດທີ່ຂຸດຄົ້ນ ຫລືຈາກພາກສ່ວນທີ່ກ່ຽວຂ້ອງນັ້ນຈັກເທື່ອ.

ເຣື່ອງຜົລກະທົບມັນກໍມີຢູ່ ແຕ່ວ່າເຣື່ອງຄອບຄົວພວກເອື້ອຍຫັ້ນນ່າ ບໍ່ເຄີຍໄດ້ເງິນອິຫຍັງຈາກພູເບັ້ຽ ບໍ່ໄດ້ເຄີຍຊ່ວຍເຫລືອຈາກພູເບັ້ຽ ມາຊ່ວຍເຫລືອຄອບຄົວເອື້ອຍ. ບໍ່ມີດອກ ແຕ່ກີ້ ເອື້ອຍມີບ້ານພັກ ຖືກຜົລກະທົບກໍຄື ຂະເຈົ້າເຮັດອ່າງນໍ້າເສັຽ ຢູ່ທາງລຸ່ມ ແລ້ວບ້ານພັກເອື້ອຍ ເຈື່ອນເນາະ ບໍ່ເຄີຍມີໃຜຢື່ນມືມາຊ່ວຍ. ຣັຖບໍ່, ພູເບັ້ຽບໍ່ ຫັ້ນນ່າ.

ໃນຂະນະດຽວກັນ ຊາວບ້ານຢູ່ເມືອງໂພນໂຮງ ແຂວງວຽງຈັນ ຜູ້ນຶ່ງເວົ້າວ່າ ປັດຈຸບັນຣົຖຂົນແຮ່ ຂນາດໜັກ ເຮັດໃຫ້ຖນົນເປ່ເພ, ຂັບໄວ, ຂີ້ຝຸ່ນໄງ່ກຸ້ມ, ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ໃນເຂດບ້ານ ອ້ອມຂ້າງສະຖານີຣົຖໄຟ ໂພນໂຮງຫລາຍ.

ແມ່ນມີຜົລກະທົບຕໍ່ຊາວບ້ານນີ້ແຫລະ ເພາະວ່າມັນເປັນທາງທຽວໄປວຽກ ໄປການຫັ້ນນ່າ ເຮັດໃຫ້ຖນົນເປ່ເພຄືກັນ. ແລ້ວກໍເຂົາແລ່ນໄວຫັ້ນນ່າ ມັນຊິເຣີ່ມຕັ້ງແຕ່ອອກພັນສາ. ເຂົາເຣີ່ມມາຫັ້ນນ່າ. ດຽວນີ້ເຂົາໃຫ້ຣົຖນໍ້າ ແຕ່ກໍຣົຖນໍ້າ ກໍຍັງບໍ່ຄັກ ບໍ່ແນ່ ຫັ້ນແຫລະ.

ສໍາລັບຢູ່ແຂວງອັດຕະປື ໄດ້ມີການປະກາດໃນມື້ວັນທີ 17 ມົກກະຣານີ້ ບໍ່ໃຫ້ຂຸດຄົ້ນ ຄໍາຕົກຂ້ອນ ຢູ່ທົ່ວແຂວງ ຕັ້ງແຕ່ປີ 2024 ນີ້ເປັນຕົ້ນໄປ ຍ້ອນວ່າ ທີ່ຜ່ານມາ ການຂຸດຄົ້ນ ຢູ່ຕາມສາຍນໍ້າເຊກອງ, ເຊກະໝານ ແລະຫ້ວຍຕ່າງໆ ໄດ້ສົ່ງຜົລກະທົບ ຕໍ່ວິຖີຊີວິດ ຂອງປະຊາຊົນໃນເຂດນັ້ນ ແລະຢູ່ບາງບ່ອນ ເຮັດໃຫ້ມີຜົລກະທົບ ຕໍ່ສິ່ງແວດລ້ອມ.

ທ້າຍປີ 2022 ຢູ່ລາວ ມີການຂຸດຄົົ້ນບໍ່ແຮ່ ກວມເອົາ 2.98% ຂອງເນື້ອທີ່ທົ່ວປະເທດ ໃນນັ້ນຢູ່ພາກເໜືອ ກວມເອົາ 0.44% ຂອງເນື້ອທີ່ ຄືກວມເອົາ 112,805 ກິໂລຕາແມັດ. ຢູ່ພາກກາງ ກວມເອົາ 1.59% ຂອງເນື້ອທີ່ ຄື 79,904 ກິໂລຕາແມັດ ແລະຢູ່ພາກໃຕ້ ກວມເອົາ 0.95% ຂອງເນື້ອທີ່ ຄື ກວມເອົາ 44,091 ກິໂລຕາແມັດ, ອີງຕາມການຣາຍງານ ຂອງສູນຂ່າວພະລັງງານ ແລະບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.