ເຣື້ອງທີ່ເກັບບັນທຶກໄວ້
2023-09-23
ວັດລາວພຸທທະເມຕຕາ ຈັດບຸນຊ່ວງເຮືອປະເພນີປະຈໍາປີຄັ້ງທີ 8 ວັນອາ ທິດ ທີ 10 ກັນຍານີ້ ທີ່ສວນສາທະນະອ່າວໂພຮິກ ເມືອງລໍຕັນ ຣັຖເວີຈິເນັຍ ໃນຂົງເຂດນະຄອນຫລວງ ວໍຊິງຕັນດີຊີ ສະຫະຣັຖອາເມຣິກາ.
2023-09-04
ວັນແຮງງານ ໃນສະຫະຣັຖອາເມຣິກາ ວັນຈັນອາທິດທໍາອິດຂອງເດືອນກັນຍາ, ປີນີ້ຕົກຖືກວັນທີ 4, ເປັນວັນພັກທາງຣາຊການຂອງຣັຖບານກາງ ຫຼື Federal Holiday ຂອງສະຫະຣັຖ ອາເມຣິກາ ມາຕັ້ງແຕ່ປີ 1894 ທີ່ຊາວອາເມຣິກັນ ທັງມວນ ສເລີມສລອງກັນ.
2023-09-03
ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ, ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈຳນວນຫຼາຍ, ກຸ່ມຄົນຈີນ ທີ່ຖ່າຍວິດີໂອ ແມ່ຍິງລາວ ເຕັ້ນໂຊ ລົງສື່ສັງຄົມອອນລາຍນ໌ ຖືກຈັບ.
2023-08-26
ເຕືອນ ລະວັງຖືກຄ້າມະນຸສ ເຂົ້າເຂດ ສາມຫຼ່ຽມຄຳ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ, ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ.
2023-08-20
ປະສົບການ ຈາກເຫຍື່ອ ທີ່ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ຣັຖບານ ຈະຈ່າຍເງິນອຸດໜູນ ໃຫ້ຄຣູອາສາ ແທນການຮັບເຂົ້າ ເປັນຣັຖກອນ, ຊາວລາວເຫັນວ່າ ຍາກທີ່ສະພາ, ຣັຖບານ ຈະແກ້ໄຂ ຫຼາຍບັນຫາໄດ້ ໃນເວລາອັນສັ້ນ.
2023-08-13
ທ່ານ ແອຣ໌ ພັນທິບ ເກດຕະວົງ, ນັກສ້າງ ພາພຍົນ ອາເມຣິກາ ໃນຮໍລ໌ລີວູດ (HOLLYWOOD) ແລະ ມີຜົລງານ ພາພຍົນ MR-9: “Do or Die” ຈະອອກສາຍ ຫລາຍກວ່າ 200 ແຫ່ງ ໃນສະຫະຣັຖ ອາເມຣິກາ ແລະ ການາດາ, ເຣີ່ມແຕ່ ວັນທີ່ 25 ສິງຫາ 2023 ນີ້.
2023-08-12
ຣັຖບານລາວ ມີໜີ້ສິນ ຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ ສະຫະຣັຖ, ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ, ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຊຸດທໍາອິດ ຈາກ ສປ ຈີນ ແທນນໍ້າມັນ ສ່ວນໃຫຍ່ ທີ່ນຳເຂົ້າ ຈາກໄທຍ.
2023-07-30
ຜູ້ປະກອບການ ຮຽກຮ້ອງ ພາກຣັຖ ຊ່ອຍຍາມເສຖກິຈ ພົບຄວາມຫຍຸ້ງຍາກ, ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ອອກແຈ້ງການ ໃຫ້ພາກທຸຣະກິຈ ແລະ ຮ້ານຄ້າ ໃຊ້ເງິນກີບ, ເປັນຫຍັງ ນັກຮຽນ ເຂົ້າສອບເສັງຈົບຊັ້ນ ຈຶ່ງຫຼຸດລົງຫຼາຍ ໃນແຕ່ລະປີ.
2023-07-16
ນັກລົງທຶນຈີນ ກັບມາ ເຣີ່ມກໍ່ສ້າງຕຶກເພີ່ມ ຢູ່ເຂດເສຖກິຈພິເສດ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 4, ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ, ຄວາມສັມພັນ ລາວຈີນ ຊື່ງມີຄວາມສໍາພັນ ຢ່າງແໜ້ນແຟ້ນ ໃນຫລາຍດ້ານ ທັງທາງດ້ານການເມືອງ, ເສຖກິຈ ແລະ ການທະຫານ.
2023-07-10
ຕຳຣວດໄທຍ ຈັບຜູ້ຖືກກ່າວຫາ ປຸ້ນຮ້ານຄຳ, ແຂວງບໍ່ແກ້ວ ນໍາເຂົ້າສິນຄ້າກະເສດ ຈາກຕ່າງປະເທດ ປະມານ 70%, ຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
2023-07-10
ວຽກງານ ແລະ ກິຈກັມ ຂອງທ່ານດາວສວັນ, ອະດີດ ນາຍທະຫານກອງທັບ ແຫ່ງພຣະຣາຊອານາຈັກລາວ, ພາຍຫລັງ ປີ 1975.
2023-07-09
ທາງການລາວ ມີແຜນ ຈະສ້າງເຂື່ອນໄຟຟ້າແມ່ນ້ຳຂອງ ພູງອຍ, ເຂດພິເສດ ສາມຫຼ່ຽມຄຳ ເປີດຮັບສມັກ ຄົນງານ ຫຼາຍຕຳແໜ່ງ ຍົກເວັ້ນຕອບແຊັດ, ເຫດຜົລຫຍັງ ນັກຮຽນຈຶ່ງອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ.
2023-07-02
ຄົນລາວບໍ່ໜ້ອຍ ຍັງຕົກ ເປັນເຫຍື່ອ ການລົງທຶນ ຜ່ານທາງ ອອນລາຍນ໌, ນັກຮຽນທີ່ຈົບ ຊັ້ນມັທຍົມປາຍ ນິຍົມໄປຮຽນຕໍ່ ຈີນ, ຣັຖບານລາວ ສັ່ງໂຈະ ວິສາຫະກິຈຂອງຄົນຕ່າງປະເທດເກືອບ 100 ແຫ່ງ.
2023-06-24
ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ, ຍ້ອນມີການປູກ ມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂື້ນ ເຮັດໃຫ້ດິນການກະເສດ ເສື່ອມຄຸນນະພາບ, ເຫດການຍິງ ທ້າວ ອານຸຊາ ຫຼວງສຸພົມ.
2023-06-17
ນັກເຄື່ອນໄຫວ ທາງດ້ານ ປະຊາທິປະໄຕ ຖືກຈັບ ຫຼັງຈາກມາຢາມບ້ານ, ຣັຖບານລາວ ມອບສັນ ຊາຕລາວ ໃຫ້ແກ່ ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ, ນັກລົງທຶນຈີນ ຢູ່ເມືອງ ເຊໂປນ ແຂວງ ສວັນນະເຂດ ຕ້ອງການ ທີ່ດິນ ເປັນຈຳນວນຫຼາຍ ເພື່ອປູກຕົ້ນວິກ.