ການສເລີມສລອງ ວັນແຮງງານ ໃນສະຫະຣັຖ ອາເມຣິກາ ປະຈຳປີ 2023

ຈຳປາທອງ
2023.09.04
ການສເລີມສລອງ ວັນແຮງງານ ໃນສະຫະຣັຖ ອາເມຣິກາ ປະຈຳປີ 2023 ຜູ້ຄົນກຳລັງເດີນທ່ຽວຊົມ ບໍຣິເວນອະນຸສາວະຣີ ລິງຄອລ໌ນ ໃນວັນພັກ ທີ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ.
ນັກຂ່າວ ພົລເມືອງ

ວັນແຮງງານ ຂອງສະຫະຣັຖອາເມຣິກາ ຕາມກົດໝາຍປີ 1894 ແມ່ນຖືເອົາວັນຈັນ ອາທິດທໍາອິດຂອງເດືອນກັນຍາ ເປັນວັນພັກທາງຣາຊການທົ່ວປະເທດ ທີ່ມີຫລາຍເຊື້ອຊາຕ, ຫລາຍສາສນາ ບໍ່ວ່າຈະມາຈາກແຫ່ງຫົນໃດໃນໂລກ ກໍຢູ່ຮ່ວມກັນດ້ວຍຄວາມສັນຕິສຸກ ບົນພື້ນຖານຂອງຄວາມສເມີພາບຕໍ່ໜ້າກົດ ໝາຍ.

ວັນແຮງງານປີ 2023 ນີ້ ຕົກຖືກວັນທີ 4 ກັນຍາ ຊຶ່ງຊາວຜູ້ອອກແຮງງານ ອາເມຣິກັນທັງມວນ ຮວມທັງຊາວລາວອາເມຣິກັນ ບໍ່ວ່າຈະຢູ່ພາຍໃນ ແລະຕ່າງປະເທດ ກໍລ້ວນແລ້ວແຕ່ຈະໄດ້ຢຸດພັກລ້າພັກການ ສເລີມສລອງ ວັນທີ່ມີຄວາມໝາຍສໍາຄັນຍິ່ງນີ້ ເພື່ອເປັນການລະນຶກເຖິງຜົລງານ ແລະຄຸນງາມ ຄວາມດີຂອງກໍາມະກອນ ແລະຊາວຜູ້ອອກແຮງງານອາເມຣິກັນທັງຫລາຍ ທີ່ໄດ້ອົດທົນເຄື່ອນໄຫວ ຕໍ່ສູ້ເປັນເວລາຍາວນານ ຮຽກຮ້ອງເອົາສິ່ງທີ່ຊອບທໍາ ຊຶ່ງພວກເຂົາເຈົ້າຄວນຈະໄດ້ຮັບ ເປັນຕົ້ນການຂື້ນຄ່າແຮງງານ, ຫລຸດເວລາເຮັດວຽກ, ຮັບປະກັນສະຖານທີ່ ແລະເງື່ອນໄຂອອກແຮງງານ, ມີປະກັນຊີວິດ, ປະກັນສຸຂພາບ, ມີເງິນບໍານານ ຮວມໄປເຖິງເວລາພັກຜ່ອນ ແລະອື່ນໆ. ກ່ອນຈະໄດ້ມາຊຶ່ງສິ່ງດັ່ງກ່າວໃນແຕ່ລະບາດກ້າວ ກໍແມ່ນຍ້ອນການອົດທົນ ພະຍາຍາມເສັຍສະຣະ ທັງສະຕິປັນຍາ, ເຮື່ອແຮງ ແລະເວລາ ບໍ່ຈັກວ່າເທົ່າໃດໃນທີ່ຜ່ານມາ ແລະຫລັງຈາກໄດ້ມີການປັບປຸງແກ້ໄຂໃຫ້ດີຂື້ນແຕ່ລະຢ່າງ ຊີວິດການເປັນຢູ່ຂອງກໍາມະກອນ ແລະຊາວຜູ້ອອກແຮງງານ ກໍສະດວກສະບາຍ ແລະດີຫລາຍຂື້ນນໍາເລື້ອຍໆ.

ແລະປັດຈຸບັນ ກໍປະກອບສ່ວນຕາມຄວາມຮູ້ ຄວາມສາມາດ ແລະສະຕິປັນຍາຂອງພວກຕົນ ອຸທິດເຂົ້າໃນການສ້າງສາ ພັທນາສະຫະຣັຖອາເມຣິກາ ຈົນໄດ້ເປັນປະເທດອຸດສາຫະກໍາຂຍາຍຕົວສູງ, ທັນສມັຍ, ມີຄວາມຈະເຣີນ ຮຸ່ງເຮືອງ ທາງດ້ານເສຖກິດ-ສັງຄົມ-ວັທນະທໍາຂື້ນນໍາເລື້ອຍໆ, ກ້າວໜ້າທາງດ້ານວິທຍາສາ ແລະເທັກໂນໂລຈີ, ເຂັ້ມແຂງທາງດ້ານການປ້ອງກັນຊາຕ, ປະກອບ ສ່ວນເຂົ້າໃນການປົກປັກຮັກສາສັນຕິພາບໂລກໃຫ້ໝັ້ນຄົງ, ໃຫ້ການສນັບສນູນ ຊ່ອຍເຫລືອທັງທາງດ້ານວັດຖຸ ແລະຈິດໃຈແກ່ປະຊາຊາຕຕ່າງໆ ທີ່ຮັກຫອມສັນນຕິພາບ ແລະຄວາມເປັນທໍາ ເພື່ອຄວາມກ້າວໜ້າໃນທົ່ວໂລກ, ຊາວອາເມຣະກັນທັງມວນ ມີຄວາມສະດວກສະບາຍ, ຢູ່ເຢັນເປັນສຸຂ

ເວົ້າເຖິງຄວາມສໍາຄັນ ແລະການສເລີມສລອງວັນແຮງງານນີ້ ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 1 ກັນຍານີ້ວ່າ ເປັນວັນສໍາຄັນຫລາຍທີ່ສຸດ.

...............................ສຽງ.............................

ໃນແຕ່ລະປີ ສະຫະຣັຖອາເມຣິກາ ຖືເອົາວັນຈັນອາທິດທໍາອິດຂອງເດືອນກັນຍາ ເປັນວັນແຮງງານຂອງຕົນ ແຕກຕ່າງໄປຈາກຫລາຍໆປະເທດ ເປັນຕົ້ນປະເທດ ທີ່ປົກຄອງດ້ວຍລະບອບພະເດັດການພັກດຽວຜູກຂາດອໍານາດ ຊຶ່ງຫລາຍຄົນເວົ້າວ່າ ຮວມທັງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ທີ່ຖືເອົາວັນທີ 1 ພຶສພາ ເປັນວັນກໍາມະກອນ ຫລືວັນກໍາມະກອນສາກົລ.

ວັນແຮງງານ ຂອງສະຫະຣັຖອາເມຣິກາ ມີປະວັດຄວາມເປັນມາ ຈາກຂະບວນການຕໍ່ສູ້ ຂອງກັມມະກອນ ແລະຊາວຜູ້ອອກແຮງງານອາເມຣິກັນ ເພື່ອຄວາມ ຍຸຕິທັມໃນໃນສັງຄົມແຕ່ລະຍຸກ ແຕ່ລະສໄມ ແລະຂະບວນການທີ່ວ່ານີ້ ໄດ້ເຕີບໃຫຍ່ ຂຍາຍວົງກວ້າງຂຶ້ນນໍາເລື້ອຍໆ ຕາມການຂຍາຍຕົວຂອງເສຖກິຈ ແລະສັງຄົມຂອງປະເທດ.

ການຂຍາຍຕົວທາງດ້ານວິທຍາສາຕ ແລະເທັກໂນໂລຈີ ທີ່ເຮັດໃຫ້ອຸດສາຫະກັມ ຈະເຣີນເຕີບໂຕ ທັນສໄມຶ້ນນໍາເລື້ອຍໆນັ້ນ ກໍລ້ວນແລ້ວແຕ່ມາຈາກ ສະຕິປັນຍາ ແລະເຮື່ອແຮງ, ຄວາມຮູ້ ແລະຄວາມສາມາດ ຂອງກັມມະກອນ ແລະຊາວຜູ້ອອກແຮງງານທັງນັ້ນ.

ກ່ອນກັມມະກອນ ແລະຊາວຜູ້ອອກແຮງອາເມຣິກັນ ຈະໄດ້ສິດແລະຜົລປໂຍດ ອັນຊອບທັມ ມາຄືແນວນັ້ນ ແມ່ນຍ້ອນຜົລງານຂອງການເສັຍສະຣະຕໍ່ສູ້ຢ່າງອາດຫານ ທົນທານ ເປັນເວລາຍາວນານ ຜ່ານພ່າການຖືກກົດດັນ ຄວາມຮຸນແຮງ ແລະປະເຊີນກັບຄວາມຫຍຸ້ງຍາກນາໆປະການ.

ການຕໍ່ສູ້ທີ່ວ່ານັ້ນ ແມ່ນເຣີ່ມຕົ້ນຈາກການເຕົ້າໂຮມ ຊຸມນຸມປະທ້ວງ ຂອງຊາວຜູ້ອອກແຮງງານກຸ່ມນ້ອຍໆ ທວງເອົາສິດ ແລະຜົລປໂຍດ ອັນຊອບທໍາຈາກນາຍຈ້າງ ນັບຕັ້ງແຕ່ການຂໍຂຶ້ນຄ່າແຮງງານ, ຂຶ້ນເງິນເດືອນ, ຂໍຫລຸດເວລາເຮັດວຽກ, ຮັບປະກັນຄວາມປອດພັຍ ໃນສະຖານທີ່ເຮັດວຽກ ແລະອື່ນໆ ທີ່ຄວນຈະໄດ້ຮັບ ໂດຍທີ່ບໍ່ໄດ້ລໍຖ້າຣັຖບານປ່ຽນແປງໃຫ້ ບໍ່ໄດ້ລໍຖ້າ ທີ່ຈະໃຫ້ນາຍຈ້າງ ປ່ຽນແປງໄປໃນທາງທີ່ພວກຕົນຕ້ອງການ.

ຂະບວນການຕໍ່ສູ້ ຂອງຄົນງານອາເມຣິກັນ ໄດ້ເຣີ່ມມາຕັ້ງແຕ່ສມັຍ ເປັນເມືອງຂຶ້ນຂອງອັງກິດ. ການປະທ້ວງຂອງຄົນງານ ໂຮງງານຕັດຍິບ ເກີດຂຶ້ນເມື່ອປີ 1768 ຍ້ອນນາຍຈ້າງຫລຸດເງິນເດືອນ. ນາຍຈ້າງໃນແຕ່ລະຍຸກ ແຕ່ລະສມັຍ ສແວງຫາແຕ່ຜົລກໍາໄລຫລາຍ ແລະເຮັດໃຫ້ກິຈການລົງທຶນ ຂອງຕົນຢູ່ລອດ ແລະຂຍາຍໂຕ ໃນຂະນະທີ່ວິໄສທັສ ຂອງຄົນງານ ແມ່ນແຕກຕ່າງໄປຈາກນາຍຈ້າງ ຄືຕ້ອງການສິດ ແລະຜົລປໂຍດອັນຊອບທັມ ທີ່ຄົນງານຄວນໄດ້ຮັບ ເພື່ອເຮັດໃຫ້ສະພາບການອອກແຮງງານ, ຄ່າແຮງງານ ແລະຊີວິດການເປັນຢູ່ດີຂຶ້ນ.

ເມື່ອບໍ່ໄດ້ຮັບຄວາມເປັນທັມຄືແນວນັ້ນ ຊາວຜູ້ອອກແຮງງານຈໍາເປັນຕ້ອງໄດ້ເຕົ້າໂຮມກັນ ຢຸດງານປະທ້ວງ ຊຶ່ງຕໍ່ມາຂະບວນການນີ້ ກໍໄດ້ຮວມຕົວກັນສ້າງ ຕັ້ງ ສະຫະພັນຄົນງານອາເມຣິກັນ ທີ່ປັດຈຸບັນ ມີຊື່ຫຍໍ້ເປັນພາສາອັງກິດວ່າ AFL-CIO ຄືສະຫະພັນແຮງງານ ແລະສະພາອຸດສາຫະກັມ.

ໃນອົງການຈັດຕັ້ງໃຫຍ່ນີ້ ມີຫລາຍອົງການຈັດຕັ້ງ ຂອງຄົນງານເຂົ້າຮ່ວມ ແຕ່ອົງການທີ່ແຂງແຮງກວ່າໝູ່ແມ່ນ ສະຫະພັນຄົນງານ ຊຶ່ງເປັນອົງການຈັດຕັ້ງໃຫຍ່ ທີ່ຮູ້ຈັກກັນດີ Workers Union ທີ່ເມື່ອປີ 2009 ມີຄົນງານອາເມຣິກັນເຖິງ 12% ຂອງຈໍານວນທັງໝົດ ເປັນສະມາຊິກ ທີ່ປົກປ້ອງສິດ ແລະຜົລ ປໂຍດ ອັນຊອບທັມຂອງຕົນຕາມກົດໝາຍ ແລະເຮັດໄດ້ເປັນຢ່າງດີ.

ການສລອງວັນແຮງງານ ແລະການຢຸດພັກຄັ້ງທໍາອິດ ມີຂຶ້ນຢູ່ນະຄອນນີວຢອກ ໃນມື້ວັນອັງຄານ ທີ 5 ກັນຍາ 1882 ຕາມການລິເຣີ່ມ ຂອງສະຫະພັນຄົນງານ. ມາເຖິງປີ 1884 ວັນຈັນ ອາທິດທໍາອິດຂອງເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນວັນພັກການຂອງຄົນງານ. ໃນສມັຍນັ້ນ ສະຫະພັນຄົນງານ ໄດ້ຮຽກ ຮ້ອງໃຫ້ທຸກໆອົງການຈັດຕັ້ງ ຢູ່ເມືອງ ແລະຣັຖຕ່າງໆທົ່ວສະຫະຣັຖ ຖືເອົານະ ຄອນ ນີວຢອກ ເປັນຕົວຢ່າງ.

ແນວຄວາມຄິດທີ່ວ່ານີ້ ໄດ້ແພ່ຂຫຍາຍໄປພ້ອມໆກັນ ກັບການເຕີບໃຫຽ່ຂອງອົງການຈັດຕັ້ງຂອງຄົນງານ. ມາເຖິງປີ 1885 ການສລອງວັນແຮງງານນີ້ ໄດ້ຖືກຈັດຂຶ້ນຢູ່ຫລາຍເມືອງອຸດສາຫະກັມ ໃນຫລາຍຣັຖ ກ່ອນຈະຖືກຮ່າງເປັນກົດໝາຍ ວ່າດ້ວຍວັນພັກແຫ່ງຊາຕຂອງສະຫະຣັຖ. ຮ່າງກົດໝາຍສະບັບທໍາອິດ ຖືກສະເໜີຕໍ່ສະພາຣັຖ ນິວຢອກ, ແຕ່ຮ່າງກົດໝາຍສະບັບ ທີ່ກາຍເປັນກົດໝາຍທໍາອິດ ແມ່ນສະບັບທີ່ ສະພາຣັຖ Oregon ຮັບຜ່ານໃນ ປີ 1887 ແລະໃນປີດຽວກັນນັ້ນ 4 ຣັຖ ຄືຣັຖ New York, Massachusetts, New Jersey ແລະຣັຖ Colorado ກໍໄດ້ມີກົດໝາຍ ວ່າດ້ວຍວັນພັກ ເພື່ອສລອງ ວັນແຮງງານ ແລະມາເຖິງທ້າຍປີ 1890 ສະພາຣັຖ Connecticut, Pennsylvania ແລະຣັຖ Nebraska ກໍໄດ້ຮັບຜ່ານຮ່າງກົດໝາຍ ວ່າດ້ວຍວັນພັກນີ້ ເພື່ອສລອງວັນພັກນີ້

ເພື່ອສລອງວັນແຮງງານ ຂອງຣັຖໃຜຣັຖລາວ, ມາເຖິງປີ 1894 ກໍມີຕື່ມອີກ 23 ຣັຖ ທີ່ໄດ້ຮັບຮອງເອົາເປັນກົດໝາຍ ວ່າດ້ວຍວັນພັກ ແລະໃນປີດຽວກັນນີ້ ຣັຖສະພາຂອງສະຫະຣັຖ ກໍໄດ້ຮັບຜ່ານເປັນກົດໝາຍ ທີ່ກໍານົດເອົາວັນຈັນທໍາອິດຂອງເດືອນກັນຍາ ໃນແຕ່ລະປີ ເປັນວັນພັກທາງຣາຊການ ທົ່ວສະຫະຣັຖ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.