ຣັຖບານລາວ ມອບສັນຊາຕລາວ ໃຫ້ແກ່ ຄົນວຽດນາມ 119 ຄົນ ຢູ່ເມືອງແອດ: ຈົດໝາຍ ຈາກຜູ້ຟັງ

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ນັກເຄື່ອນໄຫວ ທາງດ້ານ ປະຊາທິປະໄຕ ຖືກຈັບ ຫຼັງຈາກມາຢາມບ້ານ, ຣັຖບານລາວ ມອບສັນຊາຕລາວ ໃຫ້ແກ່ ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ, ນັກລົງທຶນຈີນ ຢູ່ເມືອງ ເຊໂປນ ແຂວງ ສວັນນະເຂດ ຕ້ອງການ ທີ່ດິນ ເປັນຈຳນວນຫຼາຍ ເພື່ອປູກຕົ້ນວິກ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ " ນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ຖືກຍິງເສັ ຊີວິດ "

" ສະ​ພາບ​ການ ບ້ານ​ເຮົາ ໃນ​ທຸກ​ມື້​ນີ້ ຍິ່ງ​ເປັນ​ຕາ​ຢ້ານ ການ​ລອກ​ຂ້າ​ກັນ ເກີດ​ຂຶ້ນ​ແບບ​ງ່າຍໆ​ແບບ​ນີ້ ເຮັດ​ໃຫ້​ຊີ​ວິດ​ຄົນ​ເຮົາ ຄືບໍ່​ມີ​ຄຸນ​ຄ່າ​ເລີຍ ແຕ່​ຜູ້​ຮ້າຍ​ຍັງ​ລອຍນວນ​ຢູ່. ທາງ​ເຈົ້າ​ຫ​ນ້າ​ທີ່ ກໍ່​ເຮັດ​ຫ​ຍັງບໍ່​ໄດ້ ເຮັດ​ໃຫ້​ບ້ານ​ເຮົາ ກາຍ​ເປັນ​ບ້ານ​ປ່າ​ເມືອງ​ເຖື່ອນ. ປືນກໍ່​ຫາ​ຊື້​ງ່າຍ​ແທ້ໆ ໂດຍບໍ່​ມີ​ການກວດ​ສອບ ແລະ ຫ້າມ​ພົກ​ປືນ ຢ່າງ​ຈິງ​ຈັງ ຈາກ​ເຈົ້າ​ຫ​ນ້າ​ທີ່ ກ່ຽວ​ຂ້ອງ ເຊິ່ງ​ເຫັນ​ໄດ້​ເລີຍ ຖ້າ​ຫາກວ່າ ນັກ​ທຸ​ລະ​ກິດ ຜູ້​ມີ​ເງິນ ຢາກ​ຄອບ​ຄອງ​ປືນ ກໍ່​ພຽງ​ແຕ່ ຈ່າຍ​ເງິນ ໃຫ້​ຕຳ​ຫລວດ ກໍ່​ໄດ້​ແລ້ວ. ຜູ້​ໃດ​ມີ​ເງິນ ຢາກ​ຈ້າງ ສັງ​ຫານ ຄູ່​ກໍ​ລະ​ນີ ຫລື ສັດ​ຕູ ກໍ​ໄດ້​ແລ້ວ. ດັ່ງ​ນັ້ນ ເລື້ອງ​ນີ້ ຢາກ​ໃຫ້​ເຈົ້າ​ຫ​ນ້າ​ທີ່​ກ່ຽວຂ້ອງ ເຂັ້ມງວດ​ຂຶ້ນ​ຕື່ມ. "

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!