ກຸ່ມຄົນຈີນ ທີ່ຖ່າຍວິດີໂອ ແມ່ຍິງລາວ ເຕັ້ນໂຊ ລົງສື່ສັງຄົມອອນລາຍນ໌ ຖືກຈັບ: ຈົດໝາຍ ຈາກຜູ້ຟັງ
2023.09.03

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈຳນວນຫຼາຍ, ກຸ່ມຄົນຈີນ ທີ່ຖ່າຍວິດີໂອ ແມ່ຍິງລາວ ເຕັ້ນໂຊ ລົງສື່ສັງຄົມອອນລາຍນ໌ ຖືກຈັບ, ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ ແລະ ຂ່າວອື່ນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ກຸ່ມຄົນຈີນ ທີ່ຖ່າຍວິດີໂອ ແມ່ຍິງລາວ ເຕັ້ນໂຊ ລົງສື່ສັງຄົມອອນລາຍນ໌ ຖືກຈັບ”
“ຄົນຈີນ ທີ່ນຳເອົາເດັກຍິງ ອາຍຸ ຕ່ຳກວ່າ 18 ເຕັ້ນໂຊ ພັກລັດ ເຄີຍເວົ້າ ເມື່ອ 20 ປີ ຜ່ານມາວ່າ ໃນເມື່ອ ເປີດປະເທດ ຮັບນັກທ່ອງທ່ຽວ ເຂົ້າມາ ໃນປະເທດ ແນ່ນອນ ກໍ່ຕ້ອງມີຄົນບໍ່ດີ ເຂົ້າມານໍາ ດັ່ງນັ້ນ ເຮົາຕ້ອງຄ່ອຍໆເປີດ ແລະ ລະມັດລະວັງ ເຊິ່ງໃນທີ່ນີ້ ພັກລັດ ຫມາຍເຖິງ ຄົນລາວ ທີ່ບໍ່ຫວັງດີ ເຂົ້າມາ ກໍ່ຄວາມວຸ້ນວາຍ ພາຍໃນປະເທດ ແລະ ສ້າງຄວາມ ສັ່ນຄອນ ໃຫ້ການນຳພາ ຂອງພັກລັດ ແຕ່ອີກ 20 ປີ ຕໍ່ມາພັກລັດ ກໍ່ໄດ້ເປີດປະເທດ ເອົານັກລົງທຶນ ຕ່າງຊາດ ເຂົ້າມາ ແຕ່ໃນນັ້ນ ສ່ວນຫລາຍແມ່ນ ນັກລົງທຶນ ຈາກປະເທດ ສັງຄົມນິຍົມ ແລະ ຄອມມິວນິດ ດ້ວຍກັນ ເພາະວ່າ ຈະມີ ຊ່ອງທາງ ຮັບສິນບົນ ແລະ ເງິນກ້ອງໂຕະ ຫລືວ່າ ເງິນນາຍຫນ້າ. ແຕ່ພັກລັດ ຈະບໍ່ໄດ້ ຮັບສິນບົນ ຫຍັງຫລາຍ ຈາກປະເທດ ທຶນນິຍົມ ທີ່ມີປະຊາທິປະໄຕ ເຊິ່ງພວກເຂົາເຈົ້າ ຈະບໍ່ຊື້ຈ້າງ ເພື່ອດໍາເນີນ ທຸລະກິດ. ຢ່າງໃດກໍ່ຕາມ ການທີ່ໃຫ້ ຊາວຈີນ ເຂົ້າມາຢ່າງ ຊະຊາຍ ຈຶ່ງເຮັດໃຫ້ພວກ ກຸ່ມຄົນບໍ່ດີ ພວກອາສຍາກອນ ມາສ້າງສິ່ງທີ່ບໍ່ດີ ໃນປະເທດ ດັ່ງທີ່ ເຫັນອອກ ທາງສື່ສັງຄົມອອນລາຍ ເຊັ່ນ ການລັກລອບ ເອົາແມ່ຍິງລາວ ໄປແຕ່ງດອງ ກັບຄົນຈີນແລ້ວ ຂາຍຕໍ່ ໃຫ້ຄົນອື່ນ, ມາຕັ້ງຄອມເຊັນເຕີ້ ເພື່ອຫລອກລວງ ເອົາເງິນຜູ້ອື່ນ, ການຈ້າງໃຫ້ ເດັກຍິງ ຂາຍຕົວ ແລະ ການຈ້າງໃຫ້ ເຕັ້ນໂຊ ອື່ນໆ, ແຕ່ທາງພັກລັດ ແລະ ເຈົ້າຫນ້າທີ່ ຕຳຫລວດ ແທບຈະບໍ່ເຮັດຫຍັງເລີຍ ຫລືວ່າ ປາບປາມ ກໍ່ຍາກ, ຊ້ຳບໍ່ຫນຳ ເຈົ້າຫນ້າທີ່ ກໍ່ບໍ່ສາມາດ ເຂົ້າໄປກວດກາ ແລະ ປາບປາມ ສິ່ງ ຜິດກົດຫມາຍ ໃນເຂດເສດຖະກິດ ພິເສດໄດ້ເລີຍ. ເຖິງເວລາແລ້ວ ທີ່ພັກລັດ, ເຈົ້າຫນ້າທີ່ ທະຫານຕຳຫລວດ ຄວນເອົາໃຈໃສ່ ປາບປາມສິ່ງຊົ່ວຮ້າຍ ແລະ ນຳຄວາມ ຜາສຸກ ມາ ໃຫ້ປະເທດຊາດ ແລະ ປະຊາຊົນ. ຂອບໃຈ ຂ້າພະເຈົ້າ ໃນນາມປະຊາຊົນ ຜູ້ນຶ່ງ ທີ່ປາກບໍ່ໄດ້ ໄອບໍ່ດັງ…..”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!