ປະເພນີ ຊ່ວງເຮືອ ປະຈຳປີ ວັດລາວພຸທທະເມຕຕາ

ຈຳປາທອງ
2023.09.23
ປະເພນີ ຊ່ວງເຮືອ ປະຈຳປີ ວັດລາວພຸທທະເມຕຕາ ຂະບວນເຮືອຊ່ວງ ຕຣຽມພ້ອມແຂ່ງຂັນ. ວັນທີ 10 ກັນຍາ 2023.
RFA

ວັດລາວພຸທທະເມຕຕາ ທີ່ເມືອງອັບເປີ ມາກໂບໂຣ ຣັຖເມຣີແລັນ ຈັດບຸນຊ່ວງເຮືອປະເພນີປະຈໍາປີຄັ້ງທີ 8 ທີ່ສວນສາທະນະອ່າວໂພຮິກ ເມືອງລໍຕັນ ຣັຖເວີຈິເນັຍ ໃນຂົງເຂດນະຄອນຫລວງ ວໍຊິງຕັນດີຊີ ສະຫະຣັຖອາເມຣິກາ ໃນມື້ວັນອາທິດ ທີ 10 ກັນຍານີ້.

ກ່ອນຈະເຣີ່ມການຊ່ວງເຮືອ ຄືໃນຕອນເຊົ້າ ໄດ້ມີບຸນຫໍ່ເຂົ້າປະດັບດິນ ຊຶ່ງເປັນບຸນປະເພນີນຶ່ງ ໃນຮີດ 12  ທີ່ປວງຊົນຊາວລາວ ໄດ້ປະຕິບັດສືບທອດກັນມາ ເພື່ອອຸທິດສ່ວນບຸນ ສ່ວນກຸສົນ ແກ່ສະມາຊິກຄອບຄົວ ແລະຍາດພີ່ນ້ອງ ໝູ່ຄູ່ເພື່ອນຝູງ ທີ່ໄດ້ລ່ວງລັບໄປແລ້ວໃຫ້ມາຮັບເອົາ.

ບຸນຊ່ວງເຮືອປີນີ້ ມີທິມສີພາຍເຂົ້າຮ່ວມການແຂ່ງຂັນທັງໝົດ 26 ທິມ: ທິມຍິງ 8 ທິມ ແລະທິມຊາຍ 18 ທິມ. ..........................ສຽງ.......................... ນັ້ນຄືບັນຍາກາດໃນງານບຸນ.                                                  ຜ່ານການແຂ່ງຂັນຮອບຊິງຊະນະເລີດ, ທິມທີ່ໄດ້ຣາງວັນທີ 1, ທິມຊາຍ ແມ່ນ ທິມ TOP GUN ເປັນທິມປະສົມ ທີ່ມາຈາກຫລາຍຣັຖ ແລະທິມຍິງແມ່ນ ທິມ

SIAM BISTRO ຣັຖເວີຈິເນັຍ ດັ່ງທີ່ຄະນະກໍາມະການຈັດການແຂ່ງຂັນ ປະ ກາດ. ..........................ສຽງ..........................

 

ພາຍຫລັງການແຂ່ງຂັນ ທິມທີ່ໄດ້ ທີ 1 ທັງທິມຍິງ ແລະທິມຊາຍ ຕ່າງກໍດີອົກດີໃຈ ແລະເບີກບານມ່ວນຊື່ນຫລາຍ.

ສໍາສັບທິມຊາຍ ພໍແຕ່ເຂົ້າຮອດທ່າ, ລົງຈາກເຮືອຊ່ວງ ແລະຂື້ນຕາຝັ່ງມາໃນຂະ ນະທີ່ຍັງເໝື່ອຍຢູ່ ພວກສີພາຍເຮືອຊ່ວງ ທີ່ໄດ້ຊະນະເລີດ ຮວມທັງຫົວໜ້າທິມ ກໍໃຫ້ສໍາພາດວິທຍຸເອເຊັຍວ່າ ມີຄວາມພາກພູມໃຈ, ດີອົກດີໃຈຫລາຍ. ..........................ສຽງ..........................  

ພ້ອມກັນນັ້ນ ທ່ານ ເດືອນ ຊຶ່ງມີທິມສີພາຍເຮືອຊ່ວງ ຢູ່ເມືອງວູດບຣິຈ ຣັຖເວີຈິເນັຍ ທີ່ໃຫ້ຊື່ທິມວ່າ DEUANE TAXI ແລະກໍໄດ້ທີ 2 ໃນການແຂ່ງຂັນຮອບທີ 1 ກໍໄດ້ກ່າວເຖິງການປະກອບສ່ວນເຂົ້າໃນງານບຸນຊ່ວງເຮືອຄັ້ງນີ້ວ່າ ທຸກປີມີທິມເຂົ້າຮ່ວມ ເພື່ອຄວາມສາມັກຄີ, ຮັກແພງ, ຄວາມມ່ວນຊື່ນ ແລະຊ່ອຍວັດ ເປັນສໍາຄັນ, ເຣື່ອງການແຂ່ງຂັນ ບໍ່ວ່າຈະໄດ້ທີເທົ່າໃດກໍບໍ່ເປັນຫຍັງ. ..........................ສຽງ..........................

ບຸນຊ່ວງເຮືອ ພຣະອາຈານ ທອງວັນ ດາລາວົງ ເຈົ້າອະທິການວັດລາວພຸທທະເມຕຕາ ທີ່ເມືອງ ອັບເປີ ມາກໂບໂຣ ຣັຖເມຣີແລັນ ກ່າວວ່າ ມີຄວາມເປັນມາດົນນານ ແລະມີຄວາມສໍາຄັນສໍາລັບຫລາຍຊຸມຊົນ ຮວມທັງຊຸມຊົນລາວ....ສຽງ.....

ພຣະອາຈານກ່າວວ່າ ບຸນຊ່ວງເຮືອປະຈໍາປີ ຄັ້ງທີ 8 ປີ 2023 ນີ້ ຈັດຂື້ນໃນມື້ວັນອາທິດ ທີ 10 ກັນຍາ, ມີຫລາຍທິມເຂົ້າຮ່ວມ, ມີທັງທິມທີ່ມາຈາກຣັຖອື່ນ. ..........................ສຽງ..........................

ເວົ້າເຖິງບຸນຊ່ວງເຮືອ ແລະຄວາມສໍາຄັນຂອງບຸນຊ່ວງເຮືອ ທ່ານ ກາຍຍະສິດ ຣັດຕະນະວົງກົດ ປະທານສະມາຄົມລາວ ຣັຖເວີຈິເນັຍ ຊຶ່ງເປັນບຸກຄົນສໍາຄັນ ທີ່ອຸປະຖໍາວັດລາວພຸທທະເມຕຕາ ມາໂດຍຕລອດ ກ່າວວ່າ. ..........................ສຽງ..........................

ສໍາລັບບຸນຫໍ່ເຂົ້າປະດັບດິນ ທີ່ໄດ້ຈັດຂື້ນກ່ອນການແຂ່ງຂັນຊ່ວງເຮືອນັ້ນ ພຣະອາຈານ ທອງວັນ ດາລາວົງ ກ່າວເຖິງຄວາມເປັນມາຂອງບຸນ ແລະຄວາມເຊື່ອ ຖືຂອງຊຸມຊົນຊາວລາວວ່າ. ..........................ສຽງ..........................

ບຸນຫໍ່ເຂົ້າປະດັບດິນ ມີຫລາຍກິຈກໍາ ທາງພຸທສາສນາ ທັງຕັກບາດ ຢາດນໍ້າ ຖວາຍສັງຄະທານ ຮັບສິນ ຟັງທໍາມະເທສນາ ແລະບຸນຊ່ວງເຮືອປະເພນີປະຈໍາປີ ຄັ້ງທີ 8 ທີ່ວັດລາວພຸທທະເມຕຕາ ຢູ່ເມືອງອັບເປີ ມາກໂບໂຣ ຣັຖເມຣີແລັນ ໄດ້ຈັດຂື້ນທີ່ສວນສາທະນະອ່າວໂພຮິກ ເມືອງລໍຕັນ ຣັຖເວີຈິເນັຍ ໃນຂົງເຂດນະຄອນຫລວງ ວໍຊິງຕັນດີຊີ ສະຫະຣັຖອາເມຣິກາ ມີອອກຕົນຍາດໂຍມ ເຂົ້າຮ່ວມຫລວງຫລາຍ ທັງຊຸມຊົນລາວ ຊາວອາເມຣິກັນ ແລະຊຸມຊົນຈາກປະເທດເພື່ອນບ້ານເຂົ້າຮ່ວມ. ງານບຸນທີ່ວ່ານີ້ ດໍາເນີນໄປດ້ວຍບັນຍາກາດອັນຄຶກຄື້ນ ມ່ວນຊື່ນແລະເຕັມໄປດ້ວຍຄວາມສາມັກຄີ ຮັກແພງກັນເປັນຢ່າງດີຕລອດງານ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.