ເຣື້ອງທີ່ເກັບບັນທຶກໄວ້
2013-06-27
ໃນວັນ ຕ້ານ ຢາເສພຕິດ ສາກົນ ທາງການລາວ ຈັດພິທີ ເຜົາ ທໍາລາຍ ຢາເສພຕິດ ຮວມທັງ ຢາບ້າ 5 ລ້ານ ກວ່າ ເມັດ.
2013-06-26
ຜູ້ຕ້ອງສົງສັຍ 1,300 ກວ່າຄົນ ຖືກຈັບ ໃນ ຂະບວນການ ຕ້ານ ຢາເສບຕິດ ຕາມລຳ ແມ່ນໍ້າຂອງ.
2013-06-26
ຍັງມີ ເດັກນ້ອຍ ຍິງລາວ ຫລາຍຄົນ ຫາຍສາບສູນ ຫລັງຈາກ ທີ່ ໄປເຮັດວຽກ ໃນ ປະເທດ ເພື່ອນບ້ານ.
2013-06-24
ຣາຍງານ ປະຈໍາ ປີ 2013 ກ່ຽວກັບ ການ ຄ້າມະນຸດ ຂອງ ກະຊວງ ການ ຕ່າງປະເທດ ສະຫະຣັຖ ວ່າ ການດໍາເນີນ ຄະດີ ຜູ້ກະທໍາ ຄວາມຜິດ ຄ້າມະນຸດ ຂອງ ສປປ ລາວ ຫລຸດໜ້ອຍລົງ ຫາກ ທຽບໃສ່ ປີ ຜ່ານມາ. ມະນີຈັນ ມີຣາຍງານ.
2013-06-20
ກະຊວງ ການຕ່າງ ປະເທສ ສະຫະຣັຖ ອະເມຣິກາ ໄດ້ເຜີຍແພ່ ຣາຍງານ ປະຈໍາປີ 2013 ກ່ຽວກັບ ການ ຄ້າມະນຸດ ຢູ່ ປະເທສ ຕ່າງໆ ໃນທົ່ວໂລກ ຮວມທັງ ສປປ ລາວ.
2013-06-18
ແມ່ຍິງລາວ ຕົກເປັນ ເຫຍຶ່ອ ຂອງ ກຸ່ມ ຄ້າປະເວນີ ຫລາຍຂຶ້ນ ໃນ ປະເທດໄທ ໃນ ທຸກມື້ນີ້ ແລະ ບາງຄົນ ກໍເຮັດໄປ ດ້ວຍຄວາມ ສມັກໃຈ ເພາະ ຢູ່ໃນລາວ ຂາດ ວຽກເຮັດ ງານທຳ ແລະ ຣັຖບານ ລາວ ກໍບໍ່ເອົາ ໃຈໃສ່ ໃນການ ສ້າງວຽກ ງານ ໃຫ້ ປະຊາຊົນ.
2013-06-13
ທາງການ ແຂວງຜົ້ງລີ ຈະໃຫ້ ຜູ້ປູກຝິ່ນ ຂຽນບົດ ລົງໂທດ ດ້ວຍ ຕົນເອງ ຫາກຍັງ ກັບຄືນໄປ ປູກຝິ່ນ.
2013-06-12
ສູນບໍາບັດ ຄົນຕິດ ຢາເສບຕິດ ຢູ່ແຂວງ ຊຽງຂວາງ ໄດ້ ເລີ່ມສ້າງ ຂຶ້ນແລ້ວ.
2013-06-11
ອາສຍາກັມ ຢູ່ ສປປລາວ ເກີດຂຶ້ນຢູ່ ເລື້ອຽໆ ຮວມທັງ ການຍິງຄົນ ຕາຍ ຢູ່ຂ້າງຕລາດ ທົ່ງຂັນຄໍາ ກາງ ນະຄອນຫຼວງ ວຽງຈັນ ເມື່ອບໍ່ດົນ ມານີ້, ການ ລັກພາໂຕ ບຸກຄົນ ສໍາຄັນ, ການ ຫາຍສາບສູນ ຂອງ ຄົນ ແບບໄຮ້ ຮ່ອງຮອຍ.
2013-06-11
ເຈົ້າໜ້າທີ່ ລາວ ເວົ້າວ່າ ວັຍລຸ້ນ ຈໍານວນ ບໍ່ໜ້ອຍ ໃນ ນະຄອນຫລວງ ວຽງຈັນ ຕົກເປັນທາດ ຂອງ ຢາເສບຕິດ.
2013-06-07
ເກີດເຫດການ ຍິງກັນຕາຍ ຢູ່ໃກ້ກັບ 4 ແຍກ ຫລັງຕລາດ ທົ່ງຂັນຄໍາ ກາງນະຄອນ ຫລວງ ວຽງຈັນ ໃນຕອນແລງ ຂອງ ວັນທີ 2 ມິຖຸນາ 2013 ນີ້.