ຜູ້ຊາຍຖືກຍິງຕາຍ ກາງເມືອງ


2013.06.07
F-man ຜູ້ຊາຍຖືກຍິງ ຈົນຕາຍຄາທີ່ ກາງນະຄອນຫລວງ ວຽງຈັນ ເມື່ອຕອນແລງ ຂອງວັນທີ 2 ມິຖຸນາ 2013
CJLAO

 

ເກີດເຫດການ ຍິງກັນຕາຍ ຢູ່ໃກ້ກັບ 4 ແຍກ ຫລັງຕລາດ ທົ່ງຂັນຄໍາ ກາງນະຄອນ ຫລວງ ວຽງຈັນ ໃນຕອນແລງ ຂອງ ວັນທີ 2 ມິຖຸນາ 2013 ນີ້.

ມີຜູ້ເຫັນ ເຫດການ ເລົ່າວ່າ ເຫັນຜູ້ຊາຍ ຄົນທີ່ ເສັຽຊີວິດ ຂີ່ຣົດຈັກ ສີແດງ ໃສ່ໝວກ ກັນກະທົບ ຖືກຍິງ ໂດຍຄົນທີ່ ຂີ່ຣົດກະບະ ຕາມ ລາວມາ, ໄດ້ ຍິນສຽງດັງ ຄືໝາກ ກະໂພກ ປະມານ 7 ເທື່ອ. ຕໍ່ມາ ກໍໄດ້ຍິນ ສຽງຄົນຮ້ອງຂຶ້ນ ຈຶ່ງແລ່ນ ອອກໄປເບິ່ງ ວ່າ ເກີດຫຍັງ ຂຶ້ນແທ້. ເມື່ອອອກໄປ ກໍເຫັນຜູ້ຊາຍ ຄົນນຶ່ງ ນອນກອງເລືອດ ຢູ່ແຄມຖນົນ.

ຊາວບ້ານ ອີກຜູ້ນຶ່ງ ເວົ້າວ່າ ຊາຍຄົນນີ້ ຖືກຍິງ ຈາກຄົນທີ່ນັ່ງ ຢູ່ເບາະຫລັງ ໃນຣົດກະບະ. ແຕ່ ບໍ່ຈື່ເລກ ປ້າຍທະບຽນ ຫລື ສີຣົດ ຍ້ອນ ຕົກໃຈແຮງ. ຕາມຂໍ້ມູລ ຂອງ ທາງຕໍາຣວດ ບອກວ່າ ຜູ້ຕາຍ ຊື່ ທ້າວ ກຸຍ ອາຍຸ 23 ປີ ຢູ່ ບ້ານສີເມືອງ ມີປະຫວັດ ກ່ຽວຂ້ອງກັບການ ຄ້າ ຢາເສບຕິດ ມາກ່ອນ ແລະ ຕໍາຣວດ ສັນນິຖານວ່າ ການຕາຍ ຂອງລາວ ກ່ຽວພັນກັບ ການຄ້າ ຢາເສບຕິດ. ຢ່າງໃດກໍຕາມ ແຫລ່ງຂ່າວ ຂອງຕໍາຣວດ ເວົ້າວ່າ ຜູ້ຕາຍ ເປັນຄົນ ຢູ່ໃນ ເປົ້າໝາຍ ທີ່ ຕໍາຣວດ ຈະນໍາຕົວ ມາສອບສວນ ເພາະ ຜູ້ຕາຍ ອາດຮູ້ເຖິງ ເຄືອຂ່າຍ ກຸ່ມຄ້າຢາ ຣາຍໃຫຍ່ ແລະວ່າ ການຂ້າກັນ ຄັ້ງນີ້ ອາດເປັນການ ຂ້າ ເພື່ອປິດປາກ ກ່ອນທີ່ ຂໍ້ມູລ ຈະໄປເຖິງ ຕໍາຣວດ. ເບິ່ງຄືກັບວ່າ ຂະບວນການນີ້ ບໍ່ໄດ້ເກງກົວ ການຕາມລ່າ ຂອງ ຕໍາຣວດ ເພາະ ຮູ້ດີວ່າ ຊ່ອງຫວ່າງ ຂອງ ຕໍາຣວດລາວ ໂດຍລວມ ແມ່ນ ບໍ່ສົນໃຈ ທີ່ ຈະຕາມລ່າ ຜູ້ໃດ ຖ້າບໍ່ມີ ຜົລປະໂຫຍດ ຕອບແທນ. ແລະ ເມື່ອວັນທີ 10 ພຶສພາ ປີ 2010 ກໍໄດ້ເກີດ ເຫດການ ທີ່ຄ້າຍໆ ກັນນີ້ມາແລ້ວ ເຮັດໃຫ້ມີ ຄົນຕາຍ 4 ຄົນ ເປັນຍິງ 2 ຄົນ ທີ່ຢູ່ໃນຣົດ ວີໂກ.

ເຫດການ ຄັ້ງນັ້ນ ກໍເປັນທີ່ ຄາດ ກັນວ່າ ຈະກ່ຽວຂ້ອງ ກັບຄະດີ ຄ້າ ຢາເສບຕິດ ແລະ ເຮັດໃຫ້ຜູ້ຄົນ ໃນ ນະຄອນຫລວງ ວຽງຈັນ ເສັຽຂັວນ ພໍສົມຄວນ. ແຕ່ກໍ ປາກົດວ່າ ຄະດີນັ້ນ ບໍ່ມີຄວາມ ຄືບໜ້າ ຈົນມາຮອດ ທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.