ໃຫ້ຜູ້ປູກຝິ່ນຂຽນບົດ ລົງໂທດຕົນເອງ


2013.06.13
F-poppies ບ່ອນປູກຝີ່ນ ສ່ວນຫລາຍ ຈະຢູ່ຕາມ ຮ່ອມຕີນພູ ທີ່ຫ່າງໄກ ຈາກໝູ່ບ້ານ
RFA

 

ອໍານາດ ການປົກຄອງ ແຂວງ ຜົ້ງສາລີ ຈະໃຫ້ ຊາວບ້ານ ຜູ້ປູກຝິ່ນ ຫຼາຍຄົນ ທີ່ ຖືກຈັບ ຮ່ວມກັນ ຂຽນ ບົດລົງໂທດ ຄົນປູກຝິ່ນ ດ້ວຍຕົນເອງ ເພື່ອເປັນການ ສັນຍາ ວ່າ ຫາກ ພວກເຂົາເຈົ້າ ກັບໄປ ປູກຝິ່ນ ຄືນອີກ ກໍຈະຖືກ ລົງໂທດ ຕາມທີ່ ພວກເຂົາເຈົ້າ ໄດ້ ກໍານົດ ໂທດ ເອົາໄວ້ເອງ. ດັ່ງເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສບຕິດ ແຂວງ ຜົ້ງສາລີ ເວົ້າ ໃນວັນທີ 13 ມິຖຸນາ 2013 ນີ້ວ່າ:

"ປະຊາຊົນ ຜູ້ທີ່ ປູກຝິ່ນ ຫັ້ນ ໃຫ້ລາວ ຂຽນວ່າ ຖ້າລາວປູກ ຕໍ່ໄປ ໃຫ້ປັບໃໝ ເທົ່າໃດ ໃຫ້ຈັບລາວ ໃສ່ຄຸກບໍ່ ຫລືວ່າ ແນວໃດ ນີ້ນະ ໃຫ້ລາວ ເປັນຜູ້ ຂຽນເອງ ແລ້ວໂຕນີ້ ຈຶ່ງຈະໄດ້ ລົງຮາກຖານ ໃຫ້ຂະເຈົ້າ ເຮັດບົດ ບັນທຶກ ຕໍ່ໜ້າ ກົດໝາຍ".

ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນ ກໍາລັງ ຮວບຮວມ ຈໍານວນ ຢູ່ວ່າ ຊາວບ້ານ ທີ່ຈະມາ ເປັນຜູ້ຂຽນ ບົດລົງໂທດ ໃນເທື່ອນີ້ ມີຈັກຄົນ ແຕ່ຄາດວ່າ ຄົງຈະມີ ຫລາຍ ພໍສົມຄວນ ແລະຄາດວ່າ ຈະມີຂຶ້ນ ໃນໄວໆນີ້. ເຖິງຢ່າງໃດ ບົດລົງໂທດ ທີ່ວ່ານັ້ນ ກໍ ຍັງຈະຕ້ອງ ໄດ້ຜ່ານ ການກວດກາ ຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່ອນວ່າ ການລົງໂທດ ນັ້ນ ເໝາະສົມ ຫລືບໍ່.

ທ່ານວ່າ ປີຜ່ານມາ ຊາວບ້ານ ຫລາຍຄົນ ໂດຍສະເພາະ ຊາວພູດອຍ ພາກັນ ລັກປູກຝິ່ນ ຢ່າງຫລວງຫລາຍ ຍ້ອນບໍ່ມີ ໂທດໜັກ ແລະ ບໍ່ຊັດເຈນ, ມີແຕ່ ຈັບມາອົບຮົມ ຕັກເຕືອນ ແລ້ວ ກໍປ່ອຍໄປ ເຮັດໃຫ້ມີ ຫລາຍຄົນ ລັກປູກ ຄືນໃໝ່.
ອົງການ ຈັດຕັ້ງ ຕ້ານ ຢາເສບຕິດ ສາກົນ ຣາຽງານ ເມື່ອປີ 2012 ຜ່ານມາວ່າ ແຂວງ ຜົ້ງສາລີ ມີເນື້ອທີ່ ປູກຝິ່ນ ຫລາຍກວ່າ 1,000 ເຮັກຕາ. ແຕ່ ທາງແຂວງນີ້ ເວົ້າວ່າ ກວດພົບ ພຽງແຕ່ 500 – 600 ເຮັກຕາ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.