ສາມຫຼ່ຽມຄໍາຜລິດຝິ່ນເພີ້ມຂຶ້ນ
2013.12.18

ຫ້ອງການອາຊຍາກັມແລະຢາເສບຕິດສະຫະປະຊາຊາດຫລື UNODC ຣາຍງານວ່າ ການຜລິດຝິ່ນໃນສາມປະເທດ ລາວ ໄທ ພະມ້າ ເພິ້ມ ຂື້ນເປັນ 870 ຕັນໃນປີນີ້ ຊຶ່ງຖືວ່າເປັນການເພິ້ມຂື້ນຫລາຍທີ່ສຸດນັບແຕ່ປີ 2006 ເປັນຕົ້ນມາ. ພະມ້າເປັນປະເທດທີ່ເພິ້ມຂຶ້ນຫລາຍທີ່ສຸດ ຊຶ່ງ ມີພື້ນທີ່ປູກຝິ່ນ ເພິ້ມຂື້ນເປັນເກືອບ 58,000 ເຮັກຕາຣ໌ ສ່ວນສປປລາວມີພື້ນທີ່ ປູກຝິ່ນທັງໝົດປະມານ 4,000 ເຮັກຕາຣ໌.
ຫ້ອງການອາຊຍາກັມແລະຢາເສບຕິດ ສະຫະປະຊາຊາດຣາຍງານອີກວ່າການເພິ້ມຂຶ້ນຂອງການຜລິດຝິ່ນໃນເຂດສາມຫລ່ຽມຄໍາຈະສົ່ງຜົນກະ ທົບຕໍ່ສຸຂພາບແລະພາໃຫ້ເກີດບັນຫາສັງຄົມຫລາຍຂື້ນໃນພາກພື້ນເອເຊັຍແລະໃນໂລກ. ສາເຫດທີ່ພາໃຫ້ຝິ່ນເພິ້ມຂື້ນແມ່ນຢູ່ຣັດສານໃນພະມ້າ ທີ່ມີຊາຍແດນຕິດກັບລາວ ຍັງເປັນເຂດທີ່ປະຊາຊົນຍັງທຸກຍາກຂາດເຂີນ ແລະກໍເປັນເຂດທີ່ຍັງມີຂໍ້ຂັດແຍ້ງຣະຫວ່າງກໍາລັງຊົນເຜົ່າ ແລະຣັຖ -ບານພະມ້າຢູ່.
ອີກສາເຫດນຶ່ງເຂດສາມຫລ່ຽມຄໍາມີຖນົນຫົນທາງແລະການຄົມມະນາຄົມຂົນສົ່ງສະດວກສະບາຍຫລາຍຂື້ນ. ທ່ານ Jason Eligh ຜູ້ອໍານວຍ ການຫ້ອງການອາຊຍາກັມ ແລະຢາເສບຕິດສະຫະປະຊາຊາດປະຈຳ ພະມ້າກ່າວວ່າຊາວພະມ້າທີ່ປູກຝິ່ນບໍ່ແມ່ນຄົນບໍ່ດີ ເຂົາຈໍາເປັນຕ້ອງປູກ ເພາະພວກເຂົາທຸກຍາກບໍ່ມີອາຫານການກິນແລະຂາດເຂີນເງິນຄໍາ.
ທາງການລາວປະກາດລົບລ້າງ ການປູກຝິ່ນຢ່າງຊິ້ນເຊີງ ນັບແຕ່ເດືອນສອງ ປີ 2006 ເປັນຕົ້ນມາ ແຕ່ນັບແຕ່ປີນັ້ນມາການຜລິດຝິ່ນເພິ້ມຂື້ນ ທຸກໆປີ ໂດຍສະເພາະໃນຣະຍະສອງສາມປີທີ່ຜ່ານມາ ແຮ່ງເພິ້ມຂື້ນຫລາຍ.