ນໍ້າຂອງຄືທາງຂົນສົ່ງ ຢາເສບຕິດ


2013.09.26
F-mekong ສາຍລໍາແມ່ນໍ້າຂອງ ທີ່ຄົດລ້ຽວຍາວຢຽດ ຍາກທີ່ຈະຮັກສາ ແລະເຝົ້າຍາມ
RFA

 

ແມ່ນໍ້າຂອງ ເປັນເສັ້ນທາງລໍາລຽງ ຂົນສົ່ງຢາເສບຕິດໄປມາຣະຫວ່າງລາວແລະພະມ້າ. ຈຸດທີ່ມີການລັກລອບຂົນສົ່ງຫລາຍທີ່ສຸດ ກໍແມ່ນບໍຣິ ເວນບ້ານຊຽງກົກ ໃນເຂດເມືອງ ລອງ ແຂວງຫລວງນ້ຳທາ. ເວັບໄຊຕ໌ເອເຊັຍນິວ ຣາຍງານວ່າ ໃນຍາມກາງຄືນ ໃນບໍຣິເວນ ບ້ານຊຽງຕົກ ຈະມີເຮືອ ຫາງຍາວຫລາຍລໍາ ຂົນຢາຝິ່ນຈາກລາວໄປຣັດສານ ຂອງພະມ້າ; ໃນຂນະດຽວກັນ ເຮືອອີກຫລາຍລໍາ ກໍຂົນຢາບ້າເຂົ້າມາລາວ. ປະເທດລາວ ບໍ່ມີກໍາລັງຊັບ ແລະກໍາລັງຄົນພຽງພໍ ທີ່ຈະສາມາດ ກໍາຈັດການປູກຝິ່ນ ໄດ້ຢ່າງແທ້ຈິງ ແລະ ກໍບໍ່ສາມາດ ຈະສະກັດກັ້ນການ ລັກລອບນໍາເຂົ້າ ຢາບ້າຈາກປະເທດເພື່ອນບ້ານ ໄດ້ເລີຍ. ເວັບໄຊຕ໌ເອເຊັຍນິວ ຣາຍງານອີກວ່າ ບ້ານຊຽງກົກຕັ້ງຢູ່ແຄມຂອງ ໄກຈາກຣັດ ສານ ພຽງແຕ່ປະມານສອງຮ້ອຍແມັດ. ຢູ່ຣັດສານມີທັງໂຮງງານຜລິດຢາບ້າແລະເຮໂຣອິນ ຊື້ຝິ່ນຈາກລາວ ແລ້ວຜລິດຢາບ້າ ສົ່ງໄປຂາຍທີ່ ປະເທດໄທ ຈີນແລະປະເທດ ອື່ນໆທົ່ວໂລກ.

ທະຫານລາວຜູ້ນຶ່ງ ອາຍຸ 19 ປີ ປະຈໍາການຢູ່ບ້ານຊຽງກົກ ເວົ້າວ່າໜ້າທີ່ຂອງພວກເຂົາແມ່ນເພື່ອປາບປາມຢາບ້າແຕ່ກໍມີສິນຄ້າຜິດກົດໝາຍ ອື່ນໆຫລັ່ງໄຫລເຂົ້າມາ ຈາກພະມ້າເປັນປະຈໍາເປັນຕົ້ນປືນຢາສູບແລະນໍ້າມັນຣົດ ຍາກທີ່ຈະປາບປາມໄດ້ ຕົວຢ່າງເມື່ອປີກາຍ ພວກທະຫານ ໄດ້ສົ່ງເຮລີກອບເຕີ ໄປສັງເກດການ ເບິ່ງເຂດພູດອຍ ແລະສັງເກດເຫັນປະຊາຊົນ ຍັງປູກຝິ່ນຢູ່ຫລາຍ. ຫລັງຈາກນັ້ນ ຣັຖບານກໍສົ່ງກໍາລັງ ໄປຖາງທໍາຣາຍ ແຕ່ບໍ່ດົນກໍມີການປູກຝິ່ນ ກໍຟື້ນຄືນ ຄືເກົ່າ. ທາງຝັ່ງພະມ້າກໍເຊັ່ນດຽວກັນ ບໍ່ສາມາດປາບປາມໄດ້ ເພາະຣັຖບານບໍ່ສາມາດ ຄວບຄຸມກໍາລັງທະຫານໃນ ຣັດນັ້ນໄດ້; ປັດຈຸບັນ ມີແຕ່ຈີນທີ່ໄດ້ເພິ້ມການປາບປາມ ແຮງຂື້ນຕາມລໍາແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.