ຜົ້ງສາລີປູກຝິ່ນ ເພີ້ມຂຶ້ນ


2013.04.26
F-poppies ບ່ອນປູກຝີ່ນ ສ່ວນຫລາຍ ຈະຢູ່ຕາມ ຮ່ອມຕີນພູ ທີ່ຫ່າງໄກ ຈາກໝູ່ບ້ານ
RFA

 

ການປູກຝິ່ນ ທີ່ແຂວງ ຜົ້ງສາລີ ເພີ້ມຂຶ້ນ ຫລາຍ ກວ່າເກົ່າ. ເຈົ້າຫນ້າທີ່ ຫ້ອງການ ຢາເສບຕິດ ແຂວງ ຜົ້ງສາລີ ທ່ານນຶ່ງ ໄດ້ລາຍງານ ໃນມື້ວັນທີ 26 ເມສາ ປີ 2013 ວ່າ ປັດຈຸບັນ ເນື້ອທີ່ປູກຝິ່ນ ໃນແຂວງ ຜົ້ງສາລີ ມີທັງຫມົດ ປະມານ 500-600 ເຮັກຕາ ເພີ້ມຂຶ້ນ ຈາກ ປີຜ່ານມາ ປະມານ 25% ຫລັງຈາກທີ່ ເຈົ້າຫນ້າທີ່ ລົງໄປກວດກາ ວ່າງຫລັງໆ ມານີ້. ທ່ານກ່າວ ໃນຕອນນຶ່ງວ່າ:

"ເພິ້ມຂຶ້ນ 25% ດຽວນີ້ ພວກເຮົາ ສຳຣວດ ແລ້ວແມ່ນ 500 ເພີ່ນ ສຳຣວດແລ້ວ ແມ່ນ 600 ດາວທຽມ ສຳຣວດ ບາງອັນ ກໍບໍ່ແມ່ນ ບາງອັນ ກໍແມ່ນ ສະຖິຕິ ຂໍ້ມູນ ທາງດາວທຽມ ກັບພວກເຮົາ ໄປສຳຣວດຫັ້ນ ມັນຕ່າງກັນ ບໍ່ຄືກັນ".

ທ່ານກ່າວ ຕໍ່ໄປວ່າ ຫລັງຈາກທີ່ ສຳຣວດແລ້ວ ກໍໄດ້ທຳລາຍ ຕົ້ນຝີ່ນຖິ້ມ ແລະ ທາງການ ກໍໄດ້ ນຳເອົາຜູ້ ທີ່ປູກຝິ່ນ ທີ່ຖືກຈັບ ທັງຫມົດ 23 ຄົນ ໃນເທື່ອນີ້ ມາໃຫ້ການ ອົບຮົມ ແລະ ຈະໃຫ້ໄປ ປູກພືດ ທົດແທນ ໃນອະນາຄົດ. ແຕ່ເຖິງຢ່າງໃດ ກໍຕາມ ໃນການລົງ ກວດກາ ເທື່ອນີ້ ກໍຍັງມີ ຜູ້ລັກປູກຝິ່ນ ຫລາຍຄົນ ຫລົບຫນີໄດ້ ຄາດວ່າ ກຸ່ມດັ່ງກ່າວ ຈະກັບຄືນມາ ປູກຝິ່ນ ອີກໃຫມ່.

ຕາມຂໍ້ມູນ ຈາກຫ້ອງການ ປາບປາມ ຢາເສບຕິດ ສາກົນ ທີ່ໄດ້ລາຍງານ ໃນປີ 2012 ແຂວງ ຜົ້ງສາລີ ມີເນຶ້ອທີ່ ປູກຝິີ່ນ ຫລາຍກວ່າ 1 ພັນ ເຮັກຕາ ສາເຫດ ທີ່ມີການ ປູກຝິ່ນ ຫລາຍໃນ ແຂວງ ຜົ້ງສາລີ ເປັນຍ້ອນ ຊົນເຜົ່າ ໃນແຂວງ ບໍ່ມີອາຊີບອຶ່ນ ໃນການລ້ຽງ ຄອບຄົວ ແທນການ ປູກຝິ່ນ ແລະ ກຸ່ມດ່ັງກ່່າວ ກໍນິຍົມໃຊ້ຢາຝິ່ນ ເປັນຢາປົວ ພຍາດ ດັັ່ງທີ່ເຄີຍ ປະຕິບັດ ກັນມາ ໃນອະດີດ ນອກຈາກນັ້ນ ກຸ່ມດ່ັງກ່າວ ກໍມັກສູບຝິ່ນ ໃນຊິວິດ ປະຈຳວັນ.

ແຂວງ ຜົ້ງສາລີ ເປັນແຂວງ ທີ່ມີຄົນ ຕິດຝິ່ນ ຫລາຍກວ່າ ແຂວງອຶ່ນໆ ໃນລາວ ເພາະມີການ ປູກຝິ່ນ ເປັນອາຊິບ ຂອງ ກຸ່ມຊົນເຜົ່າ ມາເປັນເວລາ ດົນນານ ໃນອະດີດ ດ່ັງນັ້ນ ຈຶ່ງເປັນການຍາກ ທີ່ພວກຂະເຈົ້າ ຈະເຊົາ ປູກຝິ່ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.