ຝິ່ນຈາກລາວຖືກຈັບ ຢູ່ດ່ານສນາມບິນ
2013.03.20

ສຸນັກ ດົມກິ່ນ ສາມາດ ພົບເຫັນ ຫໍ່ເຄື່ອງ ທີ່ຍ້ອມ ດ້ວຍຝິ່ນ ຝາກໄປຈາກ ລາວ ມີມູນຄ່າ 5 ແສນ ໂດລາ ທີ່ ສນາມບິນ ໂອແຮ ຊີຄາໂກ.
ເຈົ້າຫນ້າທີ່ ກວດ ສຳພາຣະ ທີ່ສນາມບິນ ນານາຊາດ ໂອແຮ ນະຄອນ ຊີຄາໂກ ສະຫະຣັຖ ອະເມຣິກາ ກ່າວວ່າ ໃນວັນຈັນ ສຸນັກດົມກິ່ນ ຂອງ ຣັຖບານກາງ ສະຫະຣັຖ ທີ່ມີຊື່ວ່າ Shadow ສາມາດ ດົມຫໍ່ເຄື່ອງ ທີ່ຝາກມາ ຈາກລາວ ທີ່ຍ້ອມ ດ້ວຍຝິ່ນ ທີ່ມີນ້ຳຫນັກ 30 ປອນ ມີມູນຄ່າ ປະມານ 5 ແສນໂດລາ.
ທ່ານ William Ferrera ຮອງ ຫົວຫນ້າ ຫ້ອງການ ກວດສຳພາຣະ ທີ່ ສນາມບິນ ໂອແຮ ກ່າວໃນ ຖແລງການວ່າ ສະມາຊິກ ຫນ່ວຍງານ ດ້ານກວດກາ ສິ່ງຂອງ ຈາກຫ້ອງການ ພາສີ ແລະ ຄົນເຂົ້າເມືອງ ທີ່ ສນາມບິນ ນານາຊາດ ໂອແຮ ນາຍຊາໂດ ຫລື ສຸນັກ ຊາໂດ ສາຍພັນ ຈາກ ປະເທດ ແບນຢຽມ ຜູ້ທີ່ມີ ຫູດັງ ສາມາດ ຮູ້ກິ່ນຢາຝິ່ນ ທີ່ ຍ້ອມໃສ່ຜ້າ ຊຸກເຊຶ່ອງໄວ້ ໃນບ່ອນເກັບ ສິນຄ້າ ແລະ ຈົດຫມາຍ ຂາເຂົ້າ.
ທ່ານວ່າ ໃນເວລາ 2 ໂມງ 30 ນາທີ ຕອນທ່ຽງ ຂອງ ວັນຈັນ ສຸນັກ ຊາໂດ ໄດ້ໃຫ້ສັນຍານ ຕໍ່ເຈົ້າຫນ້າທີ່ ກ່ຽວກັບ ຫໍ່ເຄື່ອງ ຈາກລາວ ທີ່ ຈະສົ່ງໄປ ຣັຖ Wisconsin ຊຶ່ງໃນ ໃບສົ່ງຂອງ ແຈ້ງວ່າ ເປັນເຄື່ອງນຸ່ງ ຊາວມົ້ງ ແຕ່ ເຄື່ອງນຸ່ງ ຈຳນວນ 18 ຜືນ ດັ່ງກ່າວ ຖືກຍ້ອມ ດ້ວຍຝິ່ນ ທີ່ ມີນ້ຳຫນັກ ກວ່າ 15 ປອນ ໃນມູນ ຄ່າ ປະມານ 2 ແສນ ກວ່າໂດລາ.
ຫລັງຈາກນັ້ນ ປະມານ 2-3 ຊົ່ວໂມງ ຕໍ່ມາ ປະມານ 5 ໂມງ 30 ນາທີ ເຈົ້າສຸນັກ ຊາດໂດ ໂຕນີ້ ກໍໄດ້ດົມ ພົບເຫັນ ຫໍ່ຂອງ ທີ່ ຝາກມາຈາກລາວ ອີກຫໍ່ໃຫມ່ ເທື່ອນີ້ ແມ່ນສົ່ງໄປ ຣັຖ ມິນນິໂຊຕາ ພາຍໃນຫໍ່ຂອງ ມີຜ້າ 10 ຜືນ ທີ່ ຍ້ອມດ້ວຍຝິ່ນ ທີ່ມີ ນ້ຳຫນັກ 4 ປອນເຄິ່ງ ແລະ ມີມູນຄ່າ ປະມານ 76 ພັນໂດລາ. ຫລັງຈາກ 10 ນາທີ ກໍພົບອີກ ຫໍ່ທີສາມ ຈາກລາວ ທີ່ ໃສ່ໃນໃບ ແຈ້ງວ່າ ເປັນຢາ ພື້ນເມືອງ ສົ່ງໄປ ຣັຖ ວິສຄອນຊິນ ຢາພື້ນເມືອງ ດັ່ງກ່າວ ຈະປະກອບ ດ້ວຍເປືອກ ແລະ ໃບໄມ້ແຫ້ງ ທີ່ຍ້ອມ ດ້ວຍຝີ່ນ ມີມູນຄ່າ ປະມານ 95 ພັນ ໂດລາ. ຕໍ່ມາອີກ 10 ນາທີ ກໍພົບອີກ ຫໍ່ນຶ່ງ ທີ່ເປັນຢາ ພື້ນເມືອງ ເຊັ່ນກັນ ຝາກໄປຣັຖ ມີນນິໂຊຕາ ທັງຫມົດ ໃນມື້ນັ້ນ ເຈົ້າຊາໂດ ສາມາດ ພົບເຫັນ ຫໍ່ຂອງ 4 ຫໍ່ ທີ່ຍ້ອມດ້ວຍຝິ່ນ ຝາກ ໄປຈາກລາວ.