ຄົນປູກຝິ່ນບໍ່ເຄີຍຮັ່ງມີ
2013.09.26

ໃນປັດຈຸບັນນີ້ ຄວາມຕ້ອງການ ຢາເສບຕິດປະເພດເຮໂຣອີນ ໃນປະ ເທດຈີນ ມີສູງເຮັດໃຫ້ນັກຄ້າຢາເສບຕິດທັງຫລາຍຈາກສາມຫລ່ຽມຄໍາ ມີກໍາໄຣສູງ ແຕ່ໃນຂນະດຽວກັນຊົນເຜົ່າອັກຄາຢູ່ພາກເໜືອຂອງລາວ ທີ່ປູກຝິ່ນເພື່ອໄປຜລິດຢາເສບຕິດ ປະເພດເຮໂຣອີນ ກໍຍັງທຸກຍາກຢູ່ ຄືເກົ່າ. ຕາມລາຍງານຂອງ Asia News ທີ່ເມືອງລອງແຂວງຫຼວງ ນໍ້າທາແຈ້ງວ່າ 90% ຂອງຝິ່ນທີ່ຜລິດຈາກເຂດສາມຫລ່ຽມຄໍາ ແມ່ນ ສົ່ງໄປຂາຍໃນປະເທດຈີນ.
ສໍາລັບຊາວລາວ ຊົນເຜົ່າອັກຄາ ທີ່ອາສັຍຢູ່ຕາມຕີນພູ ໃນເຂດເມືອງ ລອງ ທີ່ມີເຂດແດນຕິດກັບພະມ້າແລະຈີນແລ້ວ ຄວາມຕ້ອງການຝິ່ນ ຫລາຍເທົ່າໃດເຂົາເຈົ້າກໍມີລາຍໄດ້ ພໍແຕ່ກຸ້ມຢູ່ກຸ້ມກິນ. ຊາວລາວຊົນ ເຜົ່າອັກຄາ ທີ່ມີຊື່ວ່າ ເບີໂກ ເຮັດວຽກຂົນສົ່ງຝິ່ນ ເວົ້າຕໍ່ນັກຂ່າວວ່າ ດຽວນີ້ຣາຄາຝິ່ນສູງຂື້ນ ລະຫ່ວາງ 10,000-12,000 ໂດລ່າຮົງກົງ ຕໍ່ນຶ່ງກິໂລ. ເມື່ອປີກາຍນີ້ ຢູ່ລະຫ່ວາງ 8,000-9,000 ໂດລ່າຮົງກົງ ເຮັດໃຫ້ເຂົາເຈົ້າປູກຝິ່ນຫລາຍຂຶ້ນ ເພື່ອສນອງຄວາມຕ້ອງການຂອງ ພໍ່ຄ້າທີ່ມາຊື້ຝິ່ນນໍາເຂົາເຈົ້າ. ເດືອນຕຸລາ ເປັນເດືອນທີ່ຊາວສວນ ເລີ້ມປູກຝິ່ນ. ຫລັງຈາກ ເຂົາເຈົ້າໄດ້ເກັບກ່ຽວເຂົ້າສາລີ ອອກໝົດແລ້ວ ເຂົາ ເຈົ້າກໍປູກຝິ່ນໃສ່. ເຂົາເຈົ້າໃຊ້ເວລາພຽງ 3-4 ເດືອນໃນການປູກ. ຫລັງຈາກເກັບກ່ຽວແລ້ວ ກໍມີຄົນມາຮັບຊື້ໄປໂລດ ໂດຍບໍ່ຕ້ອງຂົນສົ່ງເອງ. ຝິ່ນທີ່ພໍ່ຄ້າຄົນກາງຊື້ໄປຂາຍຕໍ່ນັ້ນສ່ວນຫລາຍຂົນສົ່ງຂ້າມນໍ້າຂອງ ໄປຍັງຣັຖຊານຂອງພະມ້າ ຫລືວ່າສົ່ງຂ້າມຊາຍແດນໄປປະເທດຈີນໂລດ.
ທ້າວ ເບີໂກ ເວົ້າວ່າສໍາລັບຊົນເຜົ່າອັກຄາແລ້ວ ການປູກຝິ່ນຂາຍແມ່ນເພື່ອການຢູ່ລອດ. ເຖິງແມ່ນວ່າຄວາມຕ້ອງການຝິ່ນຈະຫລາຍປານໃດ ກໍຕາມ ຫລືຣາຄາຝິ່ນຈະສູງຂຶ້ນກໍດີ ຊົນເຜົ່າອັກຄາ ກໍຍັງໃຊ້ຊີວິດ ຢູ່ຕາມເຮືອນຕູບ ທີ່ຕັ້ງຢູ່ຕາມຫ້ອມພູ ທີ່ຍາວຢຽດໄປ ເຖິງປະເທດຈີນ ຢູ່ຄືເກົ່າ.