ແຜນກໍາຈັດຢາເສພຕິດ ໃນຊັ້ນ ມັທຍົມ
2013.11.07
ປັດຈຸບັນ ນະຄອນຫລວງວຽງຈັນ ໄດ້ເຣັດໃຫ້ໂຮງຮຽນປອດຢາເສບຕິດ ແລ້ວ 64 ແຫ່ງ. ສ່ວນທີ່ເຫລືອນັ້ນ ກໍຈະໄດ້ດໍາເນີນການໃນງວດ ຕໍ່ໄປໂດຍມີເປົ້າໝາຍ ວ່າຈະເຮັດໃຫ້ ໂຮງຮຽນ ມັທຍົມທຸກແຫ່ງ ໃນ ນະຄອນຫລວງ ປອດຢາເສພຕິດ ພາຍໃນປີ 2015. ຕາມການເປີດ ເຜີຍ ຂອງເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະ ກິລາ ຂອງລາວ:
"ທ່ານວ່າ ຜົລສໍາເຣັດ ຂອງໂຄງການ ເຮົາສໍາເຣັດ ໃນງວດທີນຶ່ງ ເພາະວ່າເພີ່ນ ຊິ່ໝົດ ໂຄງການ ໃນງວດທີ 1 ເພາະວ່າ ເຮັດມາຢູ່ ໃນ ນະຄອນ ຫລວງນີ້ ມີໂຮງຮຽນ ມັທຍົມ 147 ແຫ່ງ ເພີ່ນໃຫ້ ສໍາເຣັດ ໃນປີ 2015 ນີ້ນະ".
ທ່ານເວົ້າອີກວ່າ ຄະນະກັມການ ແຫ່ງຊາດ ເພື່ອກວດກາ ແລະຄວບຄຸມ ຢາເສບຕິດ ແລະຜແນກ ສຶກສາທິການ ນະຄອນຫລວງ ວຽງຈັນ ໄດ້ຮ່ວມມືກັນ ສ້າງໂຄງການ ການກວດລ້າງ ຢາເສບຕິດ ໃນໂຮງຮຽນ ມັທຍົມ ຢູ່ນະຄອນຫລວງ ວຽງຈັນ ມາຕັ້ງແຕ່ປີ 2006 ແລະ ໃນ ເດືອນ ຕຸລາ 2013 ນີ້ ໄດ້ມີການ ສລຸບຜົນ ຂອງ ການປະຕິບັດ ທີ່ຜ່ານມາ ແລະ ໄດ້ຮັບຜົລ ຄືທີ່ວ່າມານັ້ນ ແລະວ່າ ແຜນ ການຕໍ່ໄປ ຄືທາງ ກະຊວງ ສຶກສາ ຈະສ້າງໂຄງການ ກວດລ້າງ ຢາເສບຕິດ ຢູ່ໂຮງ ຮຽນ ມັທຍົມ ທີ່ຍັງເຫລືອ 83 ແຫ່ງນັ້ນຕື່ມອີກ ເພື່ອເຮັດໃຫ້ ໂຮງຮຽນ ທັງໝົດ ທີ່ວ່ານັ້ນ ປອດຢາເສບຕິດ.
ໂຄງການດັ່ງກ່າວ ມີທັງການ ໃຫ້ຄວາມຮູ້ ແກ່ນັກຮຽນ ແລະຊຸມຊົນ ແລະ ສົ່ງເສີມໃຫ້ ນັກຮຽນ ກຸ່ມເປົ້າໝາຍ ຫລິ້ນກິລາ, ດົນຕຣີ ແລະ ສິລປະ ຢູ່ນອກໂມງຮຽນ ເພື່ອເຮັດໃຫ້ ພວກເຂົາເຈົ້າ ອອກຫ່າງ ຈາກ ຢາເສບຕິດ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕື່ມອີກວ່າ ບາງໂຮງຮຽນ ມີນັກຮຽນ ຕິດຢາເສບຕິດ ແລະມີນັກຮຽນປະມານ 4% ທີ່ອາຈສ່ຽງຕໍ່ການຕິດຢາເສບຕິດ ຍ້ອນວ່າ ຍັງມີ ຂະບວນ ລັກຄ້າຂາຍ ຢາເສບຕິດ ແລະ ເສບ ຢາເສບຕິດ ໃນຫລາຍ ຊຸມຊົນຢູ່.