ຄົນຕິດຢາບ້າຢູ່ລາວເພີ້ມຂຶ້ນ
2014.02.16

ຈຳນວນຄົນຕິດຢາເສບຕິດໂດຍສະເພາະຢາບ້າເພິ້ມຂື້ນການບຳບັດ ບໍ່ໄດ້ຜົນ ຜູ້ຖືກ ບຳບັດ ແລ້ວ ສ່ວນຫຼາຍ ກັບໄປເສພຢາຄືນຄືເກົ່າ. ເຈົ້າໜ້າທີ່ ຂັ້ນສູງໃນຄະນະ ກັມມະການກວດກາ ແລະຄວບຄຸມຢາ ເສບຕິດແຫ່ງຊາດລາວທ່ານນຶ່ງ ເປີດເຜີຍວ່າການບຳບັັດແລະປິ່ນປົວ ຜູ້ຕິດຢາເສບຕິດຢູ່ລາວ ບໍ່ມີປະສິດທິພາບ ຜູ້ໄດ້ຮັບການບໍາບັດແລ້ວ ເຖິງ 80 ສ່ວນຮ້ອຍ ກັບຄືນໄປເສບ ແລະຄ້າຢາເສບຕິດ ຄືນຄືເກົ່າ.
ປັດຈຸບັນ ທາງການລາວ ຄາດຄະເນວ່າ ໃນທົ່ວປະເທດລາວ ອາດມີ ຊາວລາວຕິດຢາບ້າເຖິງນຶ່ງແສນຄົນ. ສ່ວນຫ້ອງການຢາເສບຕິດແລະ ອາຊຍາກັມ ສະຫະປະຊາຊາດ ຫລື UNODC ຄາດວ່າຊາວໜຸ່ມວັຍ ລຸ້ນລາວ ກວ່ານຶ່ງລ້ານຄົນ ຕົກຢູ່ໃນ ສະພາບຄວາມສ່ຽງສູງ ທີ່ຈະຕິດ ຢາເສບຕິດ ໂດຍສະເພາະ ຢາບ້າ.
ເຈົ້າໜ້າທີ່ຄນະກັມມະການກວດກາ ແລະຄວບຄຸມຢາເສບຕິດ ຂອງ ລາວທ່ານນັ້ນອະທິບາຍວ່າ ການບຳບັດຜູ້ຕິດຢາເສບຕິດບໍ່ໄດ້ຜົນກໍເພາະວ່າ ເຈົ້າໜ້າທີ່ບໍ່ໄດ້ເອົາໃຈໃສ່ຝຶກອົບຮົມຜູ້ຕິດຢາເສບຕິດດີເທົ່າທີ່ຄວນ ທັງໃນເວລາພວກເຂົາໄດ້ຮັບການປິ່ນປົວຢູ່ສູນບຳບັດແລະຫລັງຈາກພວກເຂົາ ໄດ້ກັບຄືນໄປຢູ່ກັບພໍ່ແມ່ພີ່ນ້ອງຄອບຄົວແລະສັງຄົມ.
ເຈົ້າໜ້າທີ່ທ່ານນີ້ ຍົກຕົວຢ່າງສູນບຳບັດ ຢູ່ນະຄອນຫລວງວຽງຈັນ ແຕ່ລະປີ ຈະສາມາດບຳບັດ ແລະປິ່ນປົວ ຜູ້ຕິດຢາເສບຕິດ ໄດ້ເຖິງ 1,800 ຄົນ ແຕ່ເມື່ອອອກໄປຢູ່ ກັບຄອບຄົວ ແລະ ສັງຄົມ ພວກເຂົາເກືອບ 1,500 ຄົນ ກັບໄປເສບ ຢາເສບຕິດຄືນ ຮ້າຍໄປກວ່ານັ້ນ ຫລາຍຄົນໄດ້ ກາຍເປັນພວກຄ້າຢາເສບຕິດ.
ຫ້ອງການ ຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ຣາຍງານວ່າ ລາວເປັນປະເທດຕົ້ນທາງ ແລະທາງຜ່ານຂອງການຄ້າ ຢາເສບຕິດ. ການຜລິດຝິ່ນ ຢູ່ລາວເພິ້ມຂື້ນ ແລະ ການລັກຂົນສົ່ງ ຢາເສບຕິດ ຈາກພະມ້າ ເຂົ້າລາວ ແລ້ວອອກໄປປະເທດອື່ນໆ ໂດຍສະເພາະ ໄທ ແລະ ວຽດນາມ ກໍເພິ້ມຂຶ້ນຢ່າງບໍ່ຢຸດຢັ້ງ.