ຜູ້ກິນຜູ້ຂາຍຢາບ້າ
2013.06.11

ເຈົ້າໜ້າທີ່ ລາວ ເວົ້າວ່າ ວັຍລຸ້ນ ຈໍານວນ ບໍ່ໜ້ອຍ ໃນ ນະຄອນຫລວງ ວຽງຈັນ ຕົກເປັນທາດ ຂອງ ຢາເສບຕິດ.
ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ເວົ້າໃນວັນທີ 11 ມີຖຸນາ ນີ້ວ່າ ປັຈຈຸບັນ ວັຍລຸ້ນລາວ ໃນ ນະຄອນຫລວງ ວຽງຈັນ ຈໍານວນ ບໍ່ໜ້ອຍ ຕົກເປັນທາດ ຂອງ ຢາເສບຕິດ ໂດຍສະເພາະ ຢາບ້າ ທັງເສພ ທັງຂາຍ. ສາເຫດສໍາຄັນ ກໍຍ້ອນ ບໍ່ມີວຽກເຮັດ ງານທໍາ ເປັນຫລັກແຫລ່ງ ຈຶ່ງພາກັນ ຄ້າຢາບ້າ ຫາຣາຍໄດ້ ແລະ ໄປມົ້ວສຸມ ເສພຢາບ້າ ຢູ່ຕາມ ບ່ອນຕ່າງໆ:
"ສ່ວນຫລາຍ ກໍແມ່ນ ລັກສນະ ພວກນີ້ ແຫລະ ພວກກິນຢາບ້າ ວັຍລຸ້ນ ເສຣີ ພວກຄ້າ ຢາເສບຕິດ ພວກຫຍັງ ໄປຈັ່ງຊີ້ ແຫລະ ກໍມີຢູ່ ກໍບໍ່ປາສຈາກ".
ທ່ານເວົ້າ ຕໍ່ໄປວ່າ ທຸກມື້ນີ້ ຜູ້ຄົນ ຈາກ ແຂວງຕ່າງໆ ຮວມທັງ ວັຍລຸ້ນ ພາກັນ ເຂົ້າມາ ຢູ່ອາສັຍ ໃນ ນະຄອນຫລວງ ວຽງຈັນ ນັບມື້ ຫລາຍຂຶ້ນ ມີທັງມາ ສຶກສາ ຮໍ່າຮຽນ ແລະ ຊອກຫາ ວຽກງານ, ໃນນັ້ນ ບາງກຸ່ມ ກໍເຂົ້າສູ່ງ ວົງຈອນ ຢາບ້າ ຢາເສບຕິດ ແບບຮູ້ເທົ່າ ບໍ່ເຖິງການ ທາງຝ່າຍ ເຈົ້າໜ້າທີ່ ກໍພຍາຍາມ ປາບປາມ ແລະ ແກ້ໄຂ ແຕ່ກໍບໍ່ມີ ທ່າທີວ່າ ຈະໝົດໄປ ງ່າຍໆ.
ເຈົ້າໜ້າທີ່ ບໍ່ໄດ້ເປີດເຜີຍ ຈໍານວນ ວັຍລຸ້ນລາວ ທີ່ ຕິດຢາບ້າ, ແຕ່ທີ່ຜ່ານມາ ກໍມີການຈັບ ແລະ ສົ່ງ ໄປຢູ່ສູນ ດັດສ້າງ. ເມື່ອອອກຈາກສູນ ກໍໄປອອກ ແຮງງານ ແລະ ຫາວິຊາ ອາຊີບ ໃຫ້ເຮັດ ຕາມຄວາມ ເໝາະສົມ. ສ່ວນຜູ້ຄ້າ ຢາບ້າ ໂດຍກົງ ນັ້ນ ກໍຖືກ ດໍາເນີນ ຄະດີ ຕາມກົດໝາຍ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ ຕ້ານ ຢາເສບຕິດ ທ່ານນຶ່ງ ໄດ້ເວົ້າເຖິງ ສາເຫດສໍາຄັນ ທີ່ເຮັດໃຫ້ ເກີດບັນຫາ ດັ່ງກ່າວ ນັ້ນວ່າ; ຍ້ອນຂະບວນ ເຄືອຂ່າຍ ຢາເສບຕິດ ໃນລາວ ຍັງມີຢູ່ ໃນສັງຄົມ ທີ່ຊັກຈູງ ພວກຄົນ ທີ່ຮູ້ເທົ່າ ບໍ່ເຖິງການ ເຂົ້າສູ່ ຂະບວນການ ເພື່ອໃຊ້ເປັນ ເຄື່ອງມື ໃນການດໍາເນີນ ທຸຣະກິດ ຜິດກົດໝາຍ.