ຢາເສພຕິດຄືພັຍພິບັດ ຂອງສັງຄົມ


2013.10.28
F-YABA ຕົວຢ່າງ ລັກສນະ ຢາບ້າ ທີ່ມີຫຼາຍສີ ແລະຫຼາຍຮູປແບບ
RFA

 

ເຈົ້າຫນ້າທີ່ປາບປາມຢາເສບຕິດ ຜູ້ທີ່ຂໍສງວນຊື່ທ່ານນຶ່ງເວົ້າວ່າ ປັດ ຈຸບັນຣາຄາຢາບ້າ ໃນເຂດນະຄອນຫລວງວຽງຈັນ ສູງຂຶ້ນກວ່າທ້າຍ ປີ 2012 ສອງເທົ່າ ຈາກການສອບສວນ ຜູ້ຕ້ອງຫາກ່ຽວກັບຢາເສບ ຕິດໃນເດືອນຕຸລາ ເຮັດໃຫ້ທາງການ ຕໍາຣວດຮູ້ວ່າ ຣາຄາຢາບ້າສູງ ຂຶ້ນກວ່າເດີມຍ້ອນມີຜູ້ເສບຫລາຍຂຶ້ນໃນລາວແຖມຍັງເປັນ ທຸຣະກິດ ທີ່ຫລາຍຄົນສົນໃຈ ຈຶ່ງເຮັດໃຫ້ຄົນລາວ ສ່ຽງຊີວິດເຂົ້າສູ່ວົງການຄ້າ ຢາເສບຕິດຫລາຍຂຶ້ນໃນທຸກມື້ນີ້. ເມື່ອມີການແຂ່ງຂັນກັນສູງກໍຍ່ອມ ມີບັນຫາໃນການປະທະກັນເກີດຂຶ້ນເພາະຍາດແຍ່ງຕລາດກັນ ໃນທີ່ ສຸດ ກໍສ້າງບັນຫາຕໍ່ສັງຄົມ ແລະ ເປັນພັຍນາບຂູ່ ຕໍ່ຄວາມປອດພັຍ ຂອງຊາດ. ດັ່ງທ່ານກ່າວໃນຕອນນື່ງວ່າ:

"ບັນຫາຢາເສບຕິດ ມາຮອດປັດຈຸບັນນີ້ ກະຖືວ່າເປັນ ບັນຫາໃຫຍ່ ແລະເນື່ອງຈາກວ່າ ພວກບໍ່ດີ ມັນໄດ້ສວຍໃຊ້ຮູບການ ການຊື້ການ ຂາຍຫລືການຊຸກຍູ້ ໃຫ້ມີການເສບຢາເສບຕິດຢູ່ໃນຖັນແຖວເຍົາວະ ຊົນ ຂອງພວກເຮົາ ອັນນີ້ຖ້າຫາກວ່າ ພວກເຮົາບໍ່ພ້ອມ ພາກັນສະກັດກັ້ນ ມັນຈະເປັນອັນຕຣາຍສູ່ປະເທດຊາດ ແລະເອົາໄປສູ່ການທໍາລາຍ ຣະບອບ ຂອງພວກເຮົາຫັ້ນລະ`.

ອີກປັດໃຈນຶ່ງທີ່ດຶງດູດ ໃຫ້ຄົນລາວຍອມສ່ຽງຊີວິດເຂົ້າສູ່ວົງການຄ້າຢາບ້າ ຫລາຍຂື້ນນັ້ນກໍຄືຜົລຕອບແທນ ທີ່ຕົນໄດ້ຮັບກຸ້ມຄ່າ ເພາະນັກຄ້າ ຈະຊື້ຢາບ້າ ໃນຣາຄາຖືກໆຄືປະມານ ມັດລະ 65 ພັນບາດ ແຕ່ສາມາດ ໄປຂາຍໄດ້ ໃນຣາຄາ ມັດລະ 1 ແສນບາດ ບາງຄັ້ງຍັງສາມາດ ຂາຍໄດ້ເຖິງ 2 ແສນບາດ ຖ້າຂາຍຍ່ອຍ ຈຶ່ງພາກັນສ່ຽງ ແລະເພິ້ມຮຸ່ນແຮງຫລາຍຂຶ້ນ. ສປປລາວ ສ່ວນໃຫຍ່ ຈະເປັນທາງຜ່ານຂອງ ຢາ ເສບຕິດ ຈາກພະມ້າແລະພາກໃຕ້ຂອງຈີນ ໃນທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.