ເດັກນ້ອຍລາວຫາຍສາບສູນ ໃນຕ່າງປະເທດ


2013.06.26
F-ht ກ່ອນການຕັດສິນໃຈໃດໆ ໃຫ້ຄໍານຶງເຖີງ ຄວາມປອດໄພ ໄວ້ກ່ອນອື່ນ
blogspot

 

ຊາວ ນະຄອນຫລວງ ວຽງຈັນ ນາງນຶ່ງ ເວົ້າວ່າ ຍັງມີ ເດັກນ້ອຍ ແມ່ຍິງລາວ ຫລາຍຄົນ ທີ່ ນາງຮູ້ຈັກ ທີ່ ຖືກນາຍຫນ້າ ແຮງງານ ພາໄປ ເຮັດວຽກ ຢູ່ປະເທດ ເພຶ່ອນບ້ານ ໃນຫລາຍປີ ກ່ອນ ປັດຈຸບັນ ຍັງບໍ່ຮູ້ ຂ່າວຄາວ ບໍ່ມີການ ຕິດຕໍ່ ມາຫາ ຄອບຄົວ ເລີຍ ຄາດວ່າ ຖືກກຸ່ມ ຄ້າມະນຸດ ນຳໄປຂາຍ ຢູ່ຕ່າງແດນ ອີກທອດນຶ່ງ. ດັ່ງນາງ ເວົ້າວ່າ:

"ຢູ່ໃນບ້ານ ຂອງ ຂ້າພະເຈົ້າ ເປັນບ້ານນື່ງ ຢູ່ຊານເມືອງ ຫລາຍປີ ຜ່ານມາ ໄດ້ມີ ເດັກນ້ອຍ ຜູ້ຍິງ ຫລາຍຄົນ ທີ່ ຫາຍສາບສູນ ໄປ ຈາກບ້ານ ໂດຍທີ່ມີ ຄົນເຂົ້າໄປ ໃນບ້ານ ແລ້ວ ຊັກຊວນ ຂະເຈົ້າ ວ່າຊີ່ພາໄປ ເຮັດວຽກ ແລ້ວ ກໍຫາຍໂຕ ໄປ ເລີຍ ຫລາຍປີ 10 ປີ ຕໍ່ມາ ພໍ່ແມ່ ກໍຫາບໍ່ພົບ ບໍ່ໄດ້ ກັບມາ ອີກເລີຍ ຄາດວ່າ ມັນເປັນການ ຄ້າມະນຸດ ຫລອກລວງ ໄປຂາຍ".

ນາງເວົ້າວ່າ ຈຳນວນ ໂຕເລກ ທີ່ ແນ່ນອນນັ້ນ ນາງ ບໍ່ຮູ້ວ່າ ມີຈັກຄົນ ແທ້ ໃນນັ້ນ ກໍມີພີ່ນ້ອງ ຂອງນາງ 3 ຄົນ ທີ່ຫາຍໄປ ໃນລັກສນະ ແບບດຽວກັນ ຊຶ່ງ ໃນຊ່ວງ ທີ່ ນາຍຫນ້າ ມາຊັກຊວນ ນັ້ນ ພວກຂະເຈົ້າ ມີອາຍຸ ພຽງແຕ່ 15-16 ປີ ເທົ່ານັ້ນ ຜູ້ເປັນ ນາຍຫນ້າ ກໍໄດ້ເອົາ ເງິນ ຈຳນວນນຶ່ງ ໃຫ້ພໍ່ແມ່ ແລະ ພໍ່ແມ່ ກໍພໍໃຈ ເພາະຄິດວ່າ ລູກ ຂອງຕົນ ຈະໄດ້ ເຮັດວຽກ ຢູ່ ຕ່າງປະເທດ ໂດຍ ບໍ່ຄິດວ່າ ລູກ ຈະຕົກເປັນ ເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ. ນາງວ່າ ເຫດການ ດັ່ງກ່າວ ຖືວ່າເປັນ ການບົກພ່ອງ ຂອງ ເຈົ້າຫນ້າທີ່ ລາວ ທີ່ ບໍ່ມີການ ສືບສວນ ຕິດຕາມ ຊອກຫາ ຂະເຈົ້າ. ນາງເວົ້າ ເພີ້ມອີກວ່າ:

"ເຣື້ອງການ ຕິດຕາມ ໃຫ້ກັບມາ ນີ້ ບໍ່ໄດ້ ເທົ່າທີ່ຄວນ ຫາຍໄປໄດ້ 10 ປີ ແລ້ວ ບໍ່ໄດ້ກັບມາ ໂດຍ ທີ່ ໄຮ້ຮ່ອງຮອຍ ກໍສະແດງ ເຖິງການ ບົກພ່ອງ ການເຮັດວຽກ ຂອງ ເຈົ້າຫນ້າທີ່".

ນາງຢາກ ຮຽກຮ້ອງ ໃຫ້ ເຈົ້າຫນ້າທີ່ ກ່ຽວຂ້ອງ ໃນລາວ ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ແກ່ ຊຸມຊົນ ກ່ຽວກັບ ພຶດຕິກັມ ຂອງ ກຸ່ມ ຄ້າມະນຸດ ເພຶ່ອ ບໍ່ໃຫ້ ເດັກນ້ອຍ ແມ່ຍິງລາວ ຖືກຫລອກ ອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.