ຊາວຈີນຖືກຈັບຖານຄ້າ ມະນຸສ

ອຸ່ນແກ້ວ ສຸກສວັນ
2014.03.26

 

ໃນ ວັນທີ 11 ມີນາ 2014 ເຈົ້າໜ້າທີ່ ຕຳຫຣວດ ຜແນກ ຕ້ານການ ຄ້າມະນຸດ ແຂວງ ອຸດົມໄຊ ສາມາດ ຈັບ ຜູ້ຊາຍຈີນ ໄດ້ 3 ຄົນ ທີ່ ກຳລັງ ເດີນທາງ ໄປ ປະເທດ ຈີນ ພ້ອມດ້ວຍ ແມ່ຍິງ ລາວ 3 ຄົນ ພາຍຫລັງ ທີ່ ເຈົ້າໜ້າທີ່ ໄດ້ຮັບແຈ້ງ ຈາກ ຄອບຄົວ ຍາດ ພີ່ນ້ອງ ຂອງ ແມ່ຍິງ ນັ້ນວ່າ ເຂົ້າເຈົ້າ ຖືກຊາວຈີນ ມາຕົວະຍົວະ ເອົາ ເປັນເມັຍ ແຕ່ ແທ້ຈິງ ແລ້ວ ຕັ້ງໃຈ ຈະເອົາ ໄປຂາຍ, ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:

"ຄົນຈີນນີ້ ກຳລັງ ດໍາເນີນ ການຢູ່ ຍັງບໍ່ທັນ ໄດ້ຈັດສົ່ງ ເທື່ອ ກຳລັງ ສືບສວນ ສອບສວນ ຢູ່ ໂຕນີ້ ຄວາມຈິງ ຂະເຈົ້າ ກະສິເອົາ ໄປຂາຍ ຫັ້ນລະ ເນາະ".

ເຈົ້າໜ້າທີ່ ກ່າວຕື່ມ ວ່າ ສຳລັບ ແມ່ຍິງລາວ 3 ຄົນ ທີ່ຖືກ ຕົວະຍົວະ ນັ້ນ ຄົນນຶ່ງ ອາຍຸ 18 ປີ ແລະ ອີກ ສອງຄົນ ອາຍຸ 17 ປີ ມາ ຈາກ ແຂວງ ໄຊສົມບູນ ແລະ ແຂວງ ບໍຣິຄຳໄຊ, ປັດຈຸບັນ ພວກນາງ ຖືກສົ່ງຕົວ ໄປຫາ ຄອບຄົວ ແລ້ວ ຫລັງຈາກ ສອບປາກ ຄຳ ຈຶ່ງ ໄດ້ຮູ້ວ່າ ຜູ້ຊາຍຈີນ ໄດ້ສ້າງ ຄວາມລຶ້ງ ເຄີຍກັບ ຄອບຄົວ ຜູ້ຍິງ ເຫລົ່ານັ້ນ ແລ້ວໄດ້ຂໍ ນຳພໍ່ແມ່ ຂອງ ຜູ້ຍິງວ່າ ຈະເອົາ ລູກສາວ ໄປເປັນ ເມັຍ ແລະ ຈະໃຫ້ຄ່າ ສິນສອດ ຈຳນວນ 15 ລ້ານ ກີບ ເມື່ອໄປຮອດ ປະເທດຈີນ ແລ້ວ.

ເຈົ້າໜ້າທີ່ ກ່າວອີກວ່າ ແຕ່ເມື່ອ ຊາວຈີນ ແລະ ແມ່ຍິງລາວ 3 ຄົນ ໄດ້ເດີນທາງ ມາຮອດ ແຂວງ ອຸດົມໄຊ ເພື່ອລໍຖ້າ ລົດໄປຈີນ, ທັງ 3 ຄົນ ຈຶ່ງຮູ້ວ່າ ຖືກຕົວະ ໄປ ຄ້າມະນຸດ ຈຶ່ງໄດ້ ໂທຣະສັບ ຫາ ພີ່ນ້ອງ ເພື່ອແຈ້ງ ໃຫ້ ເຈົ້າໜ້າທີ່ ຕຳຫຣວດ ມາ ຊ່ວຍເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.