ແມ່ຍິງລາວຍັງຖືກຫຼອກໄປຈີນ
2014.04.17

ປັດຈຸບັນ ແມ່ຍິງ ໃນເຂດ ຊົນນະບົດ ແລະ ເຂດ ພູດອຍ ໃນ ຫລາຍ ແຂວງ ພາກເໜືອ ຂອງລາວ ຍັງມີ ຄວາມສ່ຽງ ທີ່ຈະຖືກ ຕົວະຍົວະ ໄປຂາຍ ຢູ່ ປະເທສ ຈີນ ຍ້ອນ ພວກ ນາຍໜ້າ ຊາວ ຈີນ ຍັງເຂົ້າມາ ຊອກຫາ ແມ່ຍິງ ບໍ່ມີ ຄວາມຮູ້ ທີ່ ພໍຈະຕົກ ເປັນ ເຫຍື່ອ ຂອງ ພວກເຂົາ ໄດ້ງ່າຽ ຊຶ່ງ ຕ່າງຈາກ ແມ່ຍິງ ທີ່ຢູ່ໃນ ເມືອງ. ດັ່ງ ເຈົ້າ ໜ້າທີ່ ຕ້ານການ ຄ້າມະນຸດ ກ່າວວ່າ:
"ຖ້າວ່າ ຢູ່ ໃນເມືອງ ຂະເຈົ້າ ກະ ບໍ່ສາມາດ ຕົວະໄດ້ ເນາະ ສ່ວນຫລາຍ ຈະໄປຕົວະ ພາກສ່ວນ ທີ່ ຊົນນະບົດ ເນາະ ທີ່ ບໍ່ມີ ຣະດັບ ການສຶກສາ ຫລົງເຊື່ອ".
ທ່ານກ່າວ ຕໍ່ໄປວ່າ ວິທີການ ຕົວະຍົວະ ຂອງ ຄົນຈີນ ນັ້ນ ກໍຍັງ ໃຊ້ ວິທີ ເກົ່າຢູ່ ຄື ໄປຕາມ ບ້ານເຮືອນ ຕ່າງໆ ໃນຮູບແບບ ນັກ ທ່ອງທ່ຽວ ແລ້ວບອກ ຄອບຄົວ ຂອງ ແມ່ຍິງ ວ່າຈະມາ ຂໍລູກສາວ ໄປ ແຕ່ງດອງ ຢູ່ ປະເທສ ຈີນ ທັງຈະໃຫ້ ເງິນ ແລະ ຫາວຽກ ໃຫ້ເຮັດ.
ແຕ່ ພວກ ແມ່ຍິງ ທີ່ ເຄີຍຕົກ ເປັນເຫຍື່ອ ແລະ ຖືກຊ່ວຍ ກັບມາໄດ້ ເວົ້າວ່າ ມັນບໍ່ເປັນ ຄືເຂົາເວົ້າ, ເມື່ອ ແມ່ຍິງລາວ ຖືກຫລອກ ໄປ ຮອດຈີນ ແລ້ວ ຈະຖືກຂາຍ ໃຫ້ຮ້ານ ຕ່າງໆ ເພື່ອໃຊ້ ແຮງງານ ຫລື ຂາຍ ບໍຣິການ ທາງເພດ.
ທ່ານວ່າ ຫາກເຂດ ຊົນນະບົດ ໃດ ບໍ່ມີ ເຈົ້າໜ້າທີ່ ກວດກາ ກໍຈະເປັນ ຊ່ອງວ່າງ ໃຫ້ ພວກຈີນ ຄ້າມະນຸດ ເຂົ້າໄປ ຊອກຫາ ເຫຍື່ອ ຫລາຍຂຶ້ນ. ດັ່ງນັ້ນ ທຸກ ພາກສ່ວນ ທີ່ ກ່ຽວຂ້ອງ ຕ້ອງໄດ້ ຮ່ວມມືກັນ ປ້ອງກັນ.
ເມື່ອ ເດືອນ ຜ່ານມາ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ຈັບ ຊາວຈີນ ໄດ້ 3 ຄົນ ຢູ່ບ່ອນ ຈອດ ຣົດເມ ຂະນະທີ່ ພວກເຂົາ ກໍາລັງ ຈະເອົາ ແມ່ຍິງລາວ 3 ຄົນ ໄປຄ້າ ຢູ່ຈີນ.