ແມ່ຍິງລາວຍັງຕົກເປັນສິນຄ້າ ທາງເພດ

ສິດນີ
2014.03.26

 

ຄືດັ່ງ ແມ່ຍິງ ທົ່ວໄປ ໃນລາວ ຊື່ງເປັນ ປະເທດທີ ນຶ່ງສ່ວນສາມ ຂອງ ປະຊາກອນ ມີລາຍໄດ້ ຕ່ຳກວ່າ ຂີດ ຄວາມ ທຸກຍາກ ນາງວັນ ຊື່ ສົມມຸດ ຕ້ອງດີ້ນ ຮົນ ເພື່ອຫາເງີນ ມາຊ່ອຍ ຄອບຄົວ ຈື່ງ ເຮັດໃຫ້ ນາງຕົກເປັນ ເປົ້າຂອງ ກຸ່ມ ຄ້າມະນຸດ.

ໃນຖານະ ເດັກນ້ອຍ ແມ່ຍີງ ບ້ານນອກ ອາຍຸ 15 ປີ ທີ່ຂາດ ການ ສືກສາ ນາງວັນ ເວົ້າວ່າ ນາງຖືກ ຍົວະ ຈາກ ເອື້ອຍລ້ຽງ ຂອງນາງ ໃຫ້ ໄປ ເຮັດວຽກ ໃນສວນ ເຂດ ພາກກາງ ຂອງໄທ ແຕ່ໃນ ທີ່ສຸດ ນາງຖືກ ບັງຄັບ ໃຫ້ໄປເຮັດ ວຽກຢູ່ໃນ ສະຖານທີ່ ບັນເທີງ ໃນໄທ ບ່ອນທີ່ ນາງຖືກ ບັງຄັບ ໃຫ້ ບໍຣິການ ທາງເພດ ກັບລູກຄ້າ.

ເຣື້ອງຣາວ ຂອງ ນາງວັນ ບໍ່ເປັນເຣື້ອງ ທີ່ແປກກັບ ແມ່ຍີງລາວ ໂດຍທົ່ວໄປ ຜູ້ທີ່ຕົກ ເປັນເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ໃນລາວ ແລະໄທ ປະມານ 90% ຂອງຄົນລາວ ທີ່ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ແມ່ນຖຶກສົ່ງ ໄປໄທ ແລະ ສ່ວນໃຫຍ່ ສຳລັບ ແມ່ຍີງ ຈະມີອາຍຸ ຣະຫວ່າງ 12-18 ປີ ຜູ້ທີ່ຖືກ ບັງຄັບ ໃຫ້ຄ້າ ປະເວນີ.

ນາງວັນ ກ່າວຕໍ່ ອົງການ ຂ່າວ THE DIPLOMAT ວ່າ ເວລາ ນາງນອນ ທຸກຄືນ ນາງ ບໍ່ສາມາດ ຢຸດຄິດ ເຖິງບັນຫາ ດັ່ງກ່າວ ນາງ ຝັນຮ້າຍ ທຸກຄືນ ນາງ ເປັນຜູ້ ໂຊກດີ ທີ່ໄດ້ ຫລຸດພົ້ນ ຈາກ ນາຣົກ ດັ່ງກ່າວ ແຕ່ ຍັງມີ ແມ່ຍີງລາວ ອີກຫລາຍ ພັນຄົນ ທີ່ຍັງບໍ່ ສາມາດ ຫລຸດອອກ ມາໄດ້ ແລະ ກໍຖືກຂາຍ ຕໍ່ອີກ ທອດນື່ງ ໃຫ້ກຸ່ມ ຄ້າມະນຸດ ລາຍອື່ນໆ.

ທາງການ ລາວ ຄວນ ໃຫ້ການ ປົກປ້ອງ ແມ່ຍີງລາວ ເພື່ອ ພາບພົດ ແລະ ຫນ້າຕາ ຂອງ ປະເທດຊາດ. ເປັນທີ່ຄາດ ກັນວ່າ ໃນໄທ ໃນ ປັດຈຸບັນ ນີ້ມີ ແມ່ຍີງ ທີ່ຕົກເປັນ ເຫຍື່ອ ການ ຄ້າມະນຸດ ເກືອບຮອດ 5 ແສນຄົນ ໃນນັ້ນ 50 ພັນ ຄົນ ແມ່ນ ຄົນລາວ ໃນ ຈຳນວນ ຄົນລາວ ຫລາຍຄົນ ກໍຫາຍ ສາບສູນ ໄປເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.