ຢາເສບຕິດກໍາລັງແພ່ລາມ
2014.04.23

ເຈົ້າໜ້ທີ່ ປາບປາມ ຢາເສບຕິດ ລາວ ເປິດເຜີຍ ວ່າ ປັຈຈຸບັນ ແຂວງ ສວັນນະເຂດ ມີບັນຫາ ຢາເສບຕິດ ທີ່ໜ້າ ເປັນຫ່ວງ ໂດຍ ສະເພາະ ໃນກຸ່ມ ນັກຮຽນ ແລະນັກ ສຶກສາ. ໃນ 6 ເດືອນ ທໍາອິດ ຂອງ ສົກປີ ສຶກສາ 2013-14 ທາງການ ຈັບກຸມໄວ້ ໄດ້ 113 ຄົນ ສ່ວນຫລາຍ ແມ່ນຂາຍ ຢາບ້າ ແລະ ກັນຊາ. ດັ່ງທ່ານ ເວົ້າວ່າ:
“ວ່າມາອົບຮົມ ໝົດແລ້ວ ອົບຮົມ ເລື້ອຍໆ ຢາເສບຕິດນີ້ ຈັບຢູ່ ສອງສາມຄົນ ມື້ວານນີ້ ນັກຮຽນ ເລັກໆນ້ອຍໆ 20 ປາຍເມັດ ເປັນຢາມ້າ ນັກຮຽນ ເຂົາຂາຍ ໃຫ້ກັນ”.
ເຈົ້າໜ້າທີ່ ເວົ້າຕໍ່ ໄປວ່າ ເຖິງຈະມີ ໂຄງການ ອົບຮົມ ຢາເສບຕິດ ໃນກຸ່ມສ່ຽງ ຄືໃຫ້ ການສຶກສາ ກັບ ນັກຮຽນ ແລະ ຊາວໜຸ່ມ ເພື່ອ ປ້ອງກັນ ການ ຈໍາໜ່າຍ ຢາເສບຕິດ ກໍຕາມ ກໍຍັງຖືວ່າ ບໍ່ມີຜົນ ສໍາເຣັດ ຍ້ອນໃນ ຣະຍະ 6 ເດືອນ ຜ່ານມາ ເຈົ້າໜ້າທີ່ ຍຶດຢາບ້າ ໄດ້ 47 ພັນ ກວ່າເມັດ ແລະ ກັນຊາ ກວ່າ 60 ກິໂລ.
ເຖີງຢ່າງໃດ ກໍຕາມ ທາງການ ແຂວງ ກໍໄດ້ ພຍາຍາມ ແກ້ໄຂ ບັນຫາ ຢາເສບຕິດ ໂດຍຈັດ ການອົບຮົມ ໃຫ້ພວກ ນັກຮຽນ ທັງໝົດ 13 ເທື່ອ ມີຜູ້ ເຂົ້າຮ່ວມ ກວ່າ 1300 ຄົນ ແຕ່ຖືວ່າ ບໍ່ໄດ້ຜົນ ເທົ່າທີ່ຄວນ.
ຕາມຣາຍງານ ແຈ້ງວ່າ ປັຈຈຸບັນ ແຂວງ ສວັນນະເຂດ ມີຜູ້ຕິດ ຢາເສບຕິດ ທີ່ກໍາລັງ ເຂົ້າບໍາບັດ ໃນສູນ ຈໍານວນ 254 ຄົນ ໃນນັ້ນ ມີ ຜູ້ຍິງ 19 ສ່ວນຫລາຍ ຢູ່ໃນ ວັຍຮຽນ ແລະ ກຸ່ມອອກ ແຮງງານ.