ວັນຕ້ານ ຢາເສພຕິດ ສາກົນ
2013.06.27
ໃນວັນ ຕ້ານ ຢາເສພຕິດ ສາກົນ ທາງການລາວ ຈັດພິທີ ເຜົາ ທໍາລາຍ ຢາເສພຕິດ ຮວມທັງ ຢາບ້າ 5 ລ້ານ ກວ່າ ເມັດ.
ທາງການລາວ ຈັດພິທີ ເຜົາ ຢາເສບຕິດ ຢູ່ ເດີ່ນທາດຫລວງ ນະຄອນຫຼວງ ວຽງຈັນ ໃນຕອນເຊົ້າ ຂອງວັນ ພຸດ ທີ 26 ມິຖຸນາ 2013. ຢາເສບຕິດ ທີ່ເຜົານັ້ນ ມີ ຢາບ້າ 5 ລ້ານ ກວ່າເມັດ, ຢາໄອສ໌ 300 ກວ່າ ກຣາມ, ເຮໂຣອີນ 18 ກິໂລກຣາມ ເຮໂຣອີນ ຝຸ່ນ, ເຮໂຣອີນ ປອມ ແລະ ກັນຊາ.
ຢາເສບຕິດ ທີ່ວ່ານີ້ ເປັນຂອງກາງ ໃນຄະດີ ຢາເສບຕິດ ທີ່ ເຈົ້າໜ້າທີ່ ຕໍາຣວດ ຍຶດໄດ້ ຈາກ ກຸ່ມຄ້າຢາ ທີ່ ທາງສານ ນະຄອນຫຼວງ ວຽງຈັນ ແລະ ແຂວງ ໃກ້ຄຽງ ໄດ້ຕັດສິນ ລົງໂທດ ໄປແລ້ວ. ສ່ວນ ຢາເສບຕິດ ທີ່ ຖືກຈັບໄດ້ ຢູ່ ແຂວງອື່ນໆ ທີ່ສານໄດ້ ຕັດສິນ ໄປແລ້ວ ກໍຖືກ ທໍາລາຍ ເຊັ່ນດຽວກັນ.
ທ່ານ ກຸ ຈັນສີມາ ຮັກສາການ ປະທານ ຄະນະ ກັມການ ແຫ່ງຊາດ ເພື່ອ ກວດກາ ແລະ ຄວບຄຸມ ຢາເສບຕິດ ຂອງລາວ ໄດ້ຣາຍງານ ສະພາບການ ຈັດຕັ້ງ ປະຕິບັດ ວຽກງານ ກວດກາ ແລະ ຄວບຄຸມ ຢາເສບຕິດ ຢູ່ ສປປ ລາວ ໃນ ຣະຍະ 1 ປີ ຜ່ານມາ ເປັນຕົ້ນແມ່ນ ສະພາບການ ລັກ ປູກຝິ່ນ ຄືນໃໝ່, ການລັກ ຄ້າຂາຍ ຢາເສບຕິດ, ສາຣ ທີ່ອອກລິດ ຕໍ່ຈິດ-ປະສາດ, ສາຣເຄມີ ແລະ ສິ່ງເສບຕິດ ປະເພດ ອື່ນໆ ຮວມທັງ ຣາຍງານ ເຖິງການ ປິ່ນປົວ ບໍາບັດ ແລະ ຟື້ນຟູ ສຸຂພາບ ໃຫ້ຜູ້ຕິດ ຢາເສບຕິດ ແລະ ໂຄສະນາ ໃຫ້ມວນຊົນ ຮູ້ເຫັນ ເຖິງ ພິດພັຍ ຂອງ ຢາເສບຕິດ ນໍາດ້ວຍ.
ການຈູດ ທໍາລາຍ ຢາເສບຕິດ ຄັ້ງນີ້ ມີຂຶ້ນ ໃນໂອກາດ ວັນຕ້ານ ຢາເສບຕິດ ສາກົນ ຄົບຮອບ 26 ປີ ວັນທີ 26 ມິຖຸນາ ຊຶ່ງເລີ່ມ ມາແຕ່ ປີ 1987. ໃນພິທີ ມີທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຫລາຍ ທ່ານ ຮວມທັງ ຄະນະ ທຸຕານຸທູດ, ຜູ້ຕາງໜ້າ ອົງການ ຈັດຕັ້ງ ສາກົນ ປະຈໍາລາວ ແລະ ສື່ມວນຊົນ ເຂົ້າຮ່ວມ.