ລາວລະຫຼວມຕ້ານ ການຄ້າມະນຸດ


2013.06.20
F-HT-Villagers ເດັກນ້ອຍ ຊາວລາວ ໃນຊົນນະບົດ ໂດຍສະເພາະ ຊົນເຜົ່າກຸ່ມນ້ອຍ ທີ່ຕ້ອງເປັນຜູ້ ໄດ້ຮັບເຄາະ ຈາກພວກ ຄ້າມະນຸສ ຫຼາຍກວ່າ ປະຊາຊົນ ທົ່ວໄປ.
web-amerilao

 

ກະຊວງ ການຕ່າງ ປະເທສ ສະຫະຣັຖ ອະເມຣິກາ ໄດ້ເຜີຍແພ່ ຣາຍງານ ປະຈໍາປີ 2013 ກ່ຽວກັບ ການ ຄ້າມະນຸດ ຢູ່ ປະເທສ ຕ່າງໆ ໃນທົ່ວໂລກ ຮວມທັງ ສປປ ລາວ.

ສໍາລັບ ສປປ ລາວ ຣາຍງານ ນັ້ນ ແຈ້ງວ່າ ລາວ ເປັນປະເທສ ຕົ້ນທາງ, ທາງຜ່ານ ແລະ ປາຍທາງ ສໍາລັບ ແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ ທີ່ຖືກຄ້າ ທາງເພດ ແລະ ຖືກບັງຄັບ ໃຊ້ແຮງງານ. ດັ່ງທ່ານ Luis CdeBaca ຫົວໜ້າ ຫ້ອງການ ຕິດຕາມ ແລະ ຕໍ່ຕ້ານ ການຄ້າມະມຸດ ກະຊວງ ການຕ່າງ ປະເທສ ສະຫະຣັຖ ກ່າວຕໍ່ ນັກຂ່າວ ວິທຍຸ ເອເຊັຍເສຣີ ຜ່ານທາງ ໂທຣະສັບ ວ່າ:

"ສິ່ງທີ່ ພວກທ່ານ ເຫັນຢູ່ລາວ ຄືການ ຫລຸດໜ້ອຽລົງ ຂອງການ ດໍາເນີນຄະດີ ຜູ້ກະທໍາຜິດ ແຕ່ຫາກລາວ ຢູ່ໃນຂັ້ນ 2 ຕໍ່ໄປ ໃນຄວາມ ພຍາຍາມ ຕ້ານການ ຄ້າມະນຸດ".

ໃນຊ່ວງປີ 2012 ເຫັນວ່າ ການຕ້ານ ການຄ້າມະນຸດ ຢູ່ລາວ ຂີ້ຮ້າຍລົງ ເພາະວ່າ ໃນຊ່ວງ ຣາຍງານ ປະຈໍາປີນີ້ ທາງການລາວ ໄດ້ຣາຍງານ ກ່ຽວກັບ ການສືບສວນ ສວບສວນ ຜູ້ຕ້ອງສົງສັຍ ຄ້າມະນຸດ 75 ກໍຣະນີ ແລະ ໄດ້ນໍາຂຶ້ນສານ ດໍາເນີນ ຄະດີ ແລະ ສານ ໄດ້ຕັດສິນ ລົງໂທດ ຜູ້ກະທໍາຜິດ 18 ກໍຣະນີ ຄືຫລຸດລົງ ຫລາຍ ຈາກທີ່ມີ 37 ກໍຣະນີ ໃນປີກ່ອນ. ແລະ ແຜນ ດໍາເນີນງານ ແຫ່ງຊາດ ກ່ຽວກັບ ການຕ້ານ ການ ຄ້າມະນຸດ ຊຶ່ງນາຍົກ ຣັຖມົນຕຣີ ລາວ ໄດ້ຮັບຮອງ ເອົາເມື່ອ ເດືອນ ພຶສຈິກາ ປີ 2012 ນັ້ນກໍຍັງ ບໍ່ທັນ ໄດ້ເລີ່ມ ປະຕິບັດ ເທື່ອ. ດັ່ງນັ້ນ ສະຫະຣັຖ ຈຶ່ງ ຕ້ອງການ ຢາກໃຫ້ ມີການ ປະຕິບັດ ຕາມແຜນ ນັ້ນ ຫຼາຍຂຶ້ນ ຢູ່ລາວ.

ກະຊວງ ການຕ່າງ ປະເທສ ສະຫະຣັຖ ຣາຍງານວ່າ ປະເທສ ເພື່ອນບ້ານ ຂອງລາວ ຄື ກໍາພູຊາ ກໍຕົກລົງ ຂັ້ນ 3 ຍ້ອນ ບໍ່ປະຕິບັດໄດ້ ຕາມມາຕຖານ ຕໍ່າສຸດ ໃນການຈໍາກັດ ການຄ້າມະນຸດ. ສໍາລັບ ວຽດນາມ ແມ່ນ ຍັງຢູ່ ຂັ້ນ 2 ຄືກັນກັບ ລາວ ຊຶ່ງໃນປີ 2012 ວຽດນາມ ໄດ້ນໍາ ຜູ້ກະທໍາຜິດ ເກືອບ 500 ຄົນ ຂຶ້ນສານ ດໍາເນີນ ຄະດີ ແລະ ຈຸດທີ່ ສະຫະຣັຖ ຢາກເຫັນ ວຽດນາມ ແກ້ໄຂ ຄື ການປົກປ້ອງ ຜູ້ເຄາະຮ້າຍ. ທາງການໄທຍ໌ ຣາຍງານ ໃໝ່ລ່າສຸດ ວ່າ  ປັດຈຸບັນ ມີຄົນງານ ລາວ ຢູ່ໄທຍ໌ ໃນ ຣະຫວ່າງ 2 ຫາ 3 ແສນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.