ໃນວັນທີ່ 28 ມິຖຸນາ 2022 ທີ່ຜ່ານມາ ທາງການແຂວງຈໍາປາສັກ ແລະທາງການ ແຂວງອຸບົລຣາຊທານີ ປະເທດໄທຍ ໄດ້ຈັດກອງປະຊຸມ ຄະນະກັມມະການຮ່ວມມື ຮັກສາຄວາມສງົບຮຽບຮ້ອຍ ຕາມຊາຍແດນລາວ-ໄທຍ ຄັ້ງທີ່ 14 ພາຍໃນແຂວງຈໍາປາສັກ ໂດຍສະເພາະ ການຮ່ວມມື ໃນການປາບປາມຢາເສບຕິດ ແລະ ການລັກລອບຄ້າມະນຸສ ຕາມຊາຍແດນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 1 ກໍຣະກະດາ ນີ້ວ່າ:
“ໄທຍກັບລາວນີ້ນ່າ ມີການຮ່ວມມືກັນ ເພື່ອຕ້ານແລະສະກັດກັ້ນ ບັນຫາດັ່ງກ່າວ ເຣື່ອງບັນຫາພວກລັກລອບ ຢາເສບຕິດນີ້ ລະຫວ່າງປະເທດ ກະຖືວ່າຫຼາຍຂຶ້ນ ເພິ່ນເອົາໃຈໃສ່ເປັນພິເສດ ໂຕນີ້ຕ້ອງໄດ້ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.”
ຂະນະທີ່ ເຈົ້າໜ້າທີ່ຕໍາຣວດ ໃນແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ສໍາລັບຕາມຊາຍແດນ ກໍມີເຈົ້າໜ້າທີ່ທະຫານ ກວດກາລາດຕະເວນຢ່າງເຂັ້ມງວດ ເປັນປົກກະຕິຄືເກົ່າ ແລະໃນໄລຍະນີ້ ທາງການໄດ້ເປີດດ່ານເປັນປົກກະຕິແລ້ວ ການລັກລອບເຂົ້າ-ອອກ ຂອງຄົນງານລາວກໍຫຼຸດລົງ ບໍ່ຫຼາຍຄືແຕ່ກ່ອນ.
“ເພິ່ນມີເຈົ້າໜ້າທີ່ເພິ່ນແລ້ວ ເຈົ້າໜ້າທີ່ທະຫານຊາຍແດນເພິ່ນເດ້ ໂຕນີ້ມັນກະຫຼຸດລົງແລ້ວ ເພິ່ນເປີດດ່ານ ເປີດຫຍັງນ່າ ບໍ່ຄ່ອຍມີດອກ.”
ໃນຂະນະທີ່ ເຈົ້າໜ້າທີ່ຕໍາຣວດ ແຂວງອຸບົລຣາຊທານີ ຂອງໄທຍ ທ່ານນຶ່ງ ກໍໄດ້ກ່າວວ່າ ຕໍ່ຈາກນີ້ໄປ ເຈົ້າໜ້າທີ່ກໍຈະຮ່ວມກັບ ອໍານາດການປົກກຄອງຕາມແຄມນໍ້າຂອງຂອງໄທຍ ເຂັ້ມງວດຫຼາຍຂຶ້ນ ແຕ່ທີ່ຜ່ານມາ ກໍເຮັດປົກກະຕິ ກວດກາເຂັ້ມງວດຕລອດ ໂດຍມີເຈົ້າໜ້າທີ່ທະຫານຊາຍແດນຮ່ວມນໍາ ເພື່ອບໍ່ໃຫ້ມີການລັກລອບເຂົ້າ-ອອກ ຫຼືຂົນສົ່ງສິ່ງຜິດກົດໝາຍ ແຕ່ບາງເທື່ອ ກໍຍັງພົບເຫັນ ກໍຖືກຈັບໄປດໍາເນີນຄະດີ ຕາມກົດໝາຍໄທຍ.
“ຈະມີການອອກກວດ ປ້ອງກັນປະຈໍາ ບູຣະນາການຮ່ວມມື ລະຫວ່າງ ການປົກຄອງຕໍາຣວດ ທະຫານ ກໍຈະມີລັກລອບ ຫຼົບຫຼີກກັນໄປປະມານນີ້ແຫຼະ ເພາະຄົນເຮັດຜິດກົດໝາຍ.”
ກ່ຽວກັບເຣື່ອງນີ້ ຊາວລາວ ໃນແຂວງຈໍາປາສັກ ກໍຮູ້ສຶກດີໃຈ ທີ່ທັງສອງປະເທດ ໄດ້ມີການຮ່ວມມືກັນ ໃນການປ້ອງກັນ ຮັກສາຄວາມສງົບຕາມຊາຍແດນ ຖ້າຄົນລາວເຫັນສິ່ງທີ່ຜິດປົກກະຕິ ໂດຍສະເພາະ ກ່ຽວກັບການຄ້າມະນຸສ ຄ້າຢາເສບຕິດ ກໍຈະສາມາດແຈ້ງໄດ້.
“ກະດີຕົ່ວະ ເພາະເຫັນຜິດປົກກະຕິເຂົາກະຊິໄດ້ແຈ້ງ ຄ້າມະນຸສ ກັບສິ່ງເສບຕິດຫັ້ນແຫຼະ ກໍຄອຍເຫັນບາງຂ່າວບາງເຟສ ເພາະວ່າຊ່ວງນີ້ ຄົນລາວມັກໄປຫຼາຍ ບາງທີກະເອົາທັງເງິນ ຮັບຈ້າງໄປກໍມີ.”
ຊາວລາວ ໃນແຂວງຈໍາປາສັກ ອີກທ່ານນຶ່ງ ກໍກ່າວວ່າ ຖືວ່າເປັນເຣື່ອງທີ່ດີ ທີ່ລາວ-ໄທຍ ຮ່ວມມືກັນ ໃນການຮັກສາຄວາມສງົບ ຕາມຊາຍແດນແຄມແມ່ນໍ້າຂອງ ໂດຍສະເພາະ ເຣື່ອງຢາເສບຕິດ ຖືວ່າເປັນພັຍຕໍ່ສັງຄົມຫຼາຍ.
“ກະດີຫຼາຍ ຄືແຖວເຂມມະຣາດ ເຂົາຈະມີລາດຕະເວນຢູ່ ເພາະວ່າ ຢາເສບຕິດນີ້ ເປັນພັຍຕໍ່ສັງຄົມຫຼາຍເດ້ ບໍ່ວ່າໄທຍ ບໍ່ວ່າລາວ ທັງສອງຝັ່ງ ຕ້ອງໃຫ້ຄວາມຮ່ວມມື ຖືວ່າດີຫຼາຍ.”
ຢ່າງໃດກໍຕາມ ການລັກລອບຂົນສົ່ງຢາເສບຕິດ ຕາມຊາຍແດນລາວ-ໄທຍ ແລະການລັກລອບ ຂອງຄົນງານລາວໄປໄທຍ ກໍຍັງມີຢູ່ຢ່າງຕໍ່ເນື່ອງມາໂດຍຕລອດ ແລະກໍຍັງບໍ່ທັນສມາດ ແກ້ໄຂໄດ້ໝົດເທື່ອ.
ໂຕຢ່າງ: ຫວ່າງ ວັນທີ່ 7 ມິຖຸນາ 2022 ນີ້ ເຈົ້າໜ້າທີ່ຕໍາຣວດ ແຂວງອຸບົລຣາຊທານີ ແຂງໄທຍ ຈັບຄົນລາວ ທີ່ລັກລອບຂົນຢາເສບຕິດ ໄດ້ 1 ຄົນ ເປັນຄົນ ແຂວງສວັນນະເຂດ ຊື່ທ້າວ ລອດ ອາຍຸ 47 ປີ ໂດຍໄດ້ລັກລອບຂົນຢາບ້າ ມາເມືອງເຂມມະຣາດ ແຂວງ ອຸບົລຣາຊທານີ ຈໍານວນ 1,914,000 ເມັດ ແລະຍັງພົບປືນ ຈໍານວນ 20 ລູກ ເຈົ້າໜ້າທີ່ ກໍຈັບໄປດໍາເນີນຄະດີ ຕາມກົດໝາຍໄທຍ.
ແລະໃນວັນທີ່ 10 ມິຖຸນາ 2022 ຕໍາຣວດ ແຂວງອຸບົລຣາຊທານີ ກໍຈັບເຄືອຂ່າຍຄ້າຢາເສບຕິດ ໄດ້ 1 ຄົນ ເປັນຄົນລາວ ໂດຍຂົນສົ່ງມາຈາກເສັ້ນທາງເມືອງ ເຂມຣາຖ ຈໍານວນ 160,000 ເມັດ ເພື່ອຈະໄປສົ່ງໃຫ້ຄົນໄທຍ.
ສ່ວນຄົນລາວ ທີ່ລັກລອບເຂົ້າໄທຍ ກໍບໍ່ຄ່ອຍພົບເຫັນຫຼາຍຄືແຕ່ກ່ອນ ເນື່ອງຈາກທັງສອງປະເທດ ໄດ້ເປີດດ່ານເປັນປົກກະຕິແລ້ວ ແຕ່ກ່ອນໜ້ານີ້ ໃນວັນທີ່ 10 ມິນາ 2022 ເຈົ້າໜ້າທີ່ ແຂວງອຸບົລຣາຊທານີ ກໍສາມາດຈັບຄົນງານລາວ ໄດ້ 33 ຢູ່ບ້ານຫ້ວຍໝາກໃຕ້ ເມືອງໂຂງຈຽມ ໂດຍເສັຍໃຫ້ນາຍໜ້າຄົນລະ 9,000 ບາດ ແລະຫວ່າງ ວັນທີ 6 ເມສາ 2022 ເຈົ້າໜ້າທີ່ ແຂວງອຸບົລ ກໍຈັບຄົນງານລາວ ທີ່ລັກລອບເຂົ້າໄທຍ ໄດ້ 9 ຄົນ ຢູ່ເມືອງເຂມຣາຖ ເຈົ້າໜ້າທີ່ກໍຜັກດັນກັບປະເທດລາວ.