ສູນບໍາບັດ ຂ.ຊຽງຂວາງ
2013.06.12

ສູນບໍາບັດ ປິ່ນປົວ ຄົນຕິດ ຢາເສບຕິດ ຢູ່ແຂວງ ຊຽງຂວາງ ໄດ້ເລີ່ມ ສ້າງຂຶ້ນແລ້ວ ພາຍຫລັງ ທີ່ ທາງຫ້ອງການ ຕ້ານ ຢາເສບຕິດ ແຂວງ ແລະ ຊາວບ້ານ ຫລາຍຄອບຄົວ ພາກັນ ຮຽກຮ້ອງ. ການສ້າງສູນ ແຫ່ງນີ້ ຈະໃຊ້ເວລາ ປະມານ 3 ປີ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສບຕິດ ແຂວງ ຊຽງຂວາງ ເວົ້າໃນ ວັນທີ 12 ມິຖຸນາ 2013 ນີ້ວ່າ:
"ໂຕນີ້ຫັ້ນ ສູນຫັ້ນໄດ້ ເລີ້ມຕົ້ນ ປະຕິບັດ ມາຕັ້ງແຕ່ ເດືອນ 3 ພຸ້ນນະ ຕັ້ງແຕ່ເດືອນ 3 ມາຮອດ ເດືອນ 6 ກໍສອງເດືອນ ປາຍ ດຽວນີ້ ມັນໄດ້ຢູ່ ປະມານ 10% ແລ້ວ ແຜນເພີ່ນຫັ້ນ ມັນຖືກຢູ່ ໃນລະດັບ 36 ຫາ 39 ເດືອນ".
ທ່ານເວົ້າ ຕໍ່ໄປວ່າ ເບື້ອງຕົ້ນ ໄດ້ຮັບ ງົບປະມານ ຈາກ ຣັຖບານ ປະມານ 30 ຕື້ກີບ. ສູນນີ້ ຈະໃຊ້ເປັນບ່ອນ ບໍາບັດ ຄົນ ຕິດຢາເສບຕິດ ໃນ 2 ແຂວງ ຄື ແຂວງຊຽງຂວາງ ແລະ ແຂວງຫົວພັນ ຈະໃຊ້ຢາ ແລະ ເຄື່ອງມື ທີ່ ທັນສມັຍ ໃນນັ້ນ ຈະມີຫ້ອງຮຽນ ຝຶກຝີມື ການຊ່າງ ຕ່າງໆ ໃຫ້ພວກເຂົາເຈົ້າ ນໍາດ້ວຍ. ຄາດວ່າຈະເປີດ ໃຊ້ສູນນີ້ ໃນປີ 2015.
ຫ້ອງການຕ້ານ ຢາເສບຕິດ ແຂວງຊຽງຂວາງ ຣາຍງານວ່າ ປັດຈຸບັນ ຢູ່ ແຂວງນີ້ ມີຄົນຕິດຝິ່ນ ແລະ ຢາບ້າ ຮວມກັນ ປະມານ 1,800 ຄົນ. ສໍາລັບຄົນ ຕິດຝິ່ນ ທີ່ມາບໍາບັດ ຢູ່ ໂຮງໝໍ ມີປະມານ 1,300 ຄົນ. ຈໍານວນນຶ່ງ ພາຍຫລັງ ບໍາບັດແລ້ວ ກໍກັບໄປ ສູບຝິ່ນ ຄືນໃໝ່.