ສູນບໍາບັດຄົນຕິດຢາໃນລາວ
2013.10.11

ສປປລາວ ຕັ້ງຢູ່ຣະຫວ່າງພື້ນທີ່ປູກຝີ່ນ ແລະໂຮງງານຜລິດຢາເສບ ຕິດ ໃນພະມ້າ ແລະຍັງຕິດກັບປະເທດທີ່ມີຜູ້ໃຊ້ຢາເສບຕິດກວ່າ 2 ລ້ານຄົນ ດັ່ງປະເທດຈີນນໍາອີິກ ທີ່ໃຊ້ລາວເປັນທາງຜ່ານໃນການສົ່ງ ອອກໄປປະເທດທີສາມເຮັດໃຫ້ ປະຊາຊົນລາວໂດຍສະເພາະກຸ່ມວັຍ ລຸ້ນຕິດຢາເສບຕິດຫລາຍຂື້ນ. ນະໂຍບາຍກ່ຽວກັບຢາເສບຕິດ ຂອງ ຣັຖບານລາວກໍແມ່ນການລົງໂທດຢ່າງຫນັກ ຕໍ່ຜູ້ເສບ ຜູ້ຂາຍແລະຜູ້ ຈໍາຫນ່າຍຢາເສບຕິດດ້ວຍການກັກຂັງຜູ້ເສບ ໂດຍບໍ່ມີກໍານົດ ພຶດຕິ ກັມດັ່ງກ່າວ ສ້າງຄວາມເຊື່ອມເສັຽຕໍ່ສູນບໍາບັດ ໃນລາວ.
ທ່ານ Robert Gray ນັກຊ່ຽວຊານທາງດ້ານເທັກນິກ ຈາກອົງການ ລຸດຜ່ອນ ຄວາມສ່ຽງຂອງປະຊາຊົນໃນການໃຊ້ຢາເສບຕິດ ຊື່ງເປັນ ອົງການສາກົນທາງດ້ານສຸຂພາບທີ່ບໍ່ຂື້ນກັບຣັຖບານ ທີ່ມີສູນກາງຢູ່ ກຸງວໍຊິງຕັນ ສະຫະຣັຖອະເມຣິກາ ເວົ້າວ່າ ຄົນຜູ້ຕິດຢາເສບຕິດໃນ ລາວຈະຖືກບໍາບັດ ໃນນາມອາຊຍາກອນ ດ້ວຍການປີ່ນປົວບັນຫາ ດ້ານສຸຂພາບຂອງພວກຂະເຈົ້າບໍ່ເປັນໄປຕາມຫລັກການ.
ທ່ານວ່າປະເທດອື່ນໆໃນຂົງເຂດເຂົາຈະບໍ່ກັກຂັງຜູ້ຕິດຢາເສບຕິດແລະປີ່ນປົວຂະເຈົ້າແບບອາຊຍາກອນອີກແລ້ວ ຫລັງຈາກກຸ່ມປົກປ້ອງສິດທິ ມະນຸດໃນຫລາຍປະເທດ ໄດ້ປະນາມແລະລາຍງານການທໍາຮ້າຍຮ່າງກາຍຜູ້ຕິດຢາເສບຕິດ ໃນສູນບໍາບັດໃນປະເທດເຫລົ່ານັ້່ນ. ແຕ່ໃນລາວ ຍັງດໍາເນີນການກັນຢູ່. ຄາດວ່າປັດຈຸບັນ ມີຜູ້ຕິດຢາເສບຕິດໃນລາວປະມານ 60 ພັນຄົນ.