ການຕ້ານຢາເສບຕິດ ຕາມລຳນໍ້າຂອງ
2013.06.26

ຜູ້ຕ້ອງສົງສັຍ 1,300 ກວ່າຄົນ ຖືກຈັບ ໃນ ຂະບວນການ ຕ້ານ ຢາເສບຕິດ ຕາມລຳ ແມ່ນ້ຳຂອງ.
ກະຊວງ ຮັກສາ ຄວາມສງົບ ພາຍໃນ ຂອງຈີນ ປະກາດ ໃນມື້ ວັນອັງຄານ ວ່າ ຕຳຣວດ ຈີນ ລາວ ພະມ້າ ແລະໄທ ໄດ້ຈັບກຸມ ຜູ້ຕ້ອງ ສົງສັຍ 1 ພັນ 3 ຮ້ອຍ ຄົນ ແລະ ຍຶດ ຢາເສບຕິດ ໄດ້ 3 ຕັນ 9 ຮ້ອຍ ກິໂລກຣາມ ໃນແຜນການ ຕ້ານ ຢາເສບຕິດ ຕາມລຳ ແມ່ນ້ຳຂອງ ທີ່ ໃຊ້ເວລາ 2 ເດືອນ ເລິ້ມຈາກ ເດືອນ ມີນາ ເປັນຕົ້ນມາ.
ນອກຈາກນັ້ນ ຫນວ່ຍງານ ຕຳຣວດ ຂອງ 4 ປະເທດ ຍັງໄດ້ຍຶດ ປຶນຊນິດ ຕ່າງໆ ໄດ້ ຈຳນວນ 29 ກະບອກ ລູກປືນ 797 ລູກ ແລະ ສານເຄມີ ສຳລັບ ຜລິດ ຢາເສບຕິດ ກວ່າ 78.7 ຕັນ. ທາງ ກະຊວງ ລາຍງານ ຕໍ່ໄປວ່າ ການເພິ້ມຂຶ້ນ ຂອງ ເຫດການ ຄວາມວຸ້ນວາຍ ທີ່ ມີການ ເຊຶ່ອມຍົງ ກັບການ ຄ້າ ຢາເສບຕິດ ຕາມລຳ ແມ່ນ້ຳຂອງ ຖືກກຳຈັດ ຍ້ອນການ ປາບປາມ ຢ່າງມີ ປະສິດຕິພາບ.
ແຜນການ ຮ່ວມຕ້ານ ຢາເສບຕິດ ຕາມລຳ ແມ່ນ້ຳຂອງ ເທຶ່ອນີ້ ມີຊຶ່ວ່າ ຄວາມປອດພັຍ ຕາມລຳ ແມ່ນ້ຳຂອງ ໄດ້ເລິ້ມ ປະຕິບັດ ງານ ມາແຕ່ ວັນທີ 20 ເດືອນ ເມສາ ຈົນຮອດ ວັນທີ 20 ເດືອນ ມິຖຸນາ ປີນີ້.
ແມ່ນ້ຳຂອງ ເປັນແມ່ນ້ຳ ທີ່ມີ ຄວາມຍາວ ຫລາຍພັນ ກິໂລແມັດ ໄຫລຜ່ານ 4 ປະເທດ ທີ່ ເປັນແຫລ່ງ ສ້າງຄວາມ ວຸ້ນວາຍ ຂອງກຸ່ມ ອາສຍາກັມ ແລະ ກຸ່ມອັນຕະພານ ທີ່ ມີການ ເຊຶ່ອມໂຍງ ກັບ ການຄ້າ ຢາເສບຕິດ ມາເປັນ ເວລາ ດົນນານ ຈຶ່ງເຮັດ ໃຫ້ທັງ 4 ປະເທດ ຮ່ວມມື ກັນ ປາບປາມ.