ເຣື້ອງທີ່ເກັບບັນທຶກໄວ້
2024-11-27
ຊາວບ້ານ ຫຼາຍບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ຂໍຮຽກຮ້ອງ ໃຫ້ພະແນກທີ່ກ່ຽວຂ້ອງ ລົງມາກວດກາ ການຂຸດຄົ້ນແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ນີ້ ຢ່າງຮີບດ່ວນ ຍ້ອນວ່າ ຍັງມີການຂຸດ ແຮ່ຄໍາຕົກຂ້ອນ ແລະ ແຮ່ທາດອື່ນໆນັ້ນຢູ່ ຢ່າງຕໍ່ເນື່ອງ ຈົນເຮັດໃຫ້ສາຍນໍ້າຮອນ ທີ່ເປັນສາຍນໍ້າຫຼັກ ຂອງເມືອງໝື່ນ ບໍ່ສາມາດນໍາໃຊ້ໄດ້ ຍ້ອນນໍ້າຂຸ່ນ ມາໄດ້ 2-3 ປີແລ້ວ ເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໃນການໃຊ້ຊີວິດປະຈໍາວັນ.
2024-11-26
ຊາວບ້ານໃນ 5 ບ້ານ ເຂດເມືອງກາສີ ແຂວງວຽງຈັນ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດຈີນ ທີ່ເຮັດໃຫ້ນ້ຳ ໃນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ, ເຮັດໃຫ້ຫຼາຍຄອບຄົວ ຂາດລາຍຮັບໄປນຳດ້ວຍ ຍ້ອນບໍ່ສາມາດຫາປູປາ ແລະຜັກກາດນ້ຳ ໄດ້ຄືເກົ່າ.
2024-11-26
ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ນຳໄມ້ໄປຂາຍ ໃຫ້ໂຮງງານເຜົາຖ່ານ, ໂຮງງານຜະລິດເຟີນີເຈີ ເພື່ອຫາລ້ຽງຊີບຢູ່ ຍ້ອນພາຍຫຼັງນີ້ ພວກເຂົາເຈົ້າ ບໍ່ມີວຽກເຮັດງານທໍາ ແລະບໍ່ມີບ່ອນຫາຢູ່ຫາກິນ.
2024-11-21
ການອະນຸມັດໂຄງການຂຸດຄົ້ນແຮ່ທາດຂອງລັດຖະບານ ມີຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ເຊິ່ງມາຮອດປັດຈຸບັນ ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ອະນຸມັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທັງໝົດໃຫ້ 1,007 ບໍລິສັດ.
2024-11-21
ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ ເຊິ່ງໜອງປາ ແລະ ນາ ຂອງຊາວບ້ານ ໄດ້ຮັບຄວາມເສຍຫາຍ ໂດຍມີຊາວບ້ານຈຳນວນໜຶ່ງ ໄດ້ຖ່າຍວິດີໂອເຫດການດັ່ງກ່າວ ພ້ອມເຜີຍແຜ່ຜ່ານສື່ສັງຄົມອອນລາຍນ໌.
2024-11-20
ລັດຖະບານ ມີລາຍຮັບຈາກການອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນແຮ່ທາດ ແມ່ນກຸ້ມຄ່າບໍ່ ກັບການທີ່ໂຄງການຂຸດຄົ້ນແຮ່ທາດຫຼາຍແຫ່ງ ເຮັດໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະລົດບັນທຸກແຮ່ທາດຕ່າງໆ ເຮັດໃຫ້ຫົນທາງເປ່ເພຢ່າງໜັກ.
2024-11-19
ໃນແຕ່ລະມື້ ລົດບັນທຸກຈຳນວນຫຼາຍຄັນ ຂອງບໍລິສັດຈີນ, ຫວຽດນາມ, ໄທ ແລະ ລາວ ຈະໃຊ້ເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂົນສົ່ງແຮ່ທາດນ້ຳໜັກເກີນ ໄປຂຶ້ນລົດໄຟຢູ່ສະຖານີ ໂພນໂຮງ, ກາສີ, ວັງວຽງ ແລະ ສະຖານີ ຫຼວງພະບາງ ເພື່ອນຳສົ່ງແຮ່ທາດໃນປະລິມານຫຼາຍ ແລະ ສ່ວນຫຼາຍສົ່ງໄປປະເທດຈີນ.
2024-11-18
ຊາວບ້ານ ຢູ່ບ້ານເມືອງປູນ ເມືອງວຽງໄຊ ແຂວງຫົວພັນ ຈໍານວນ 33 ຄອບຄົວ ເປັນກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກການສໍາຫຼວດ ຂຸດຄົ້ນແຮ່ທາດ ຂອງບໍລິສັດ ວີໄອເອັມໄອຣອນ ມາຍນິ້ງຈໍາກັດ ຜູ້ດຽວ ເນື່ອງຈາກ ເຂດທີ່ມີການສໍາຫຼວດນັ້ນ ຫ່າງຈາກບ້ານ ຂອງຊາວບ້ານ ປະມານ 300 ແມັດ.
2024-11-15
ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ລາຍງານວ່າ ເຫດການໄພພິບັດນໍ້າຖ້ວມ ໃນໄລຍະທ້າຍເດືອນກໍລະກົດ ເຖິງເດືອນສິງຫາ ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍທັງໝົດ 16 ແຂວງ ໃນປະເທດລາວ ລວມເປັນມູນຄ່າ ປະມານ 6,715 ຕື້ກີບ.
2024-11-14
ນໍ້າຫ້ວຍ, ນາ ແລະໜອງປາ ຂອງປະຊາຊົນ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຢູ່ເມືອງແປກ ແຂວງຊຽງຂວາງ, ແຕ່ຍັງບໍ່ຮູ້ວ່າ ຈະໄດ້ຮັບຄ່າຊົດເຊີຍເມື່ອໃດ.
2024-11-05
ປັດຈຸບັນບໍລິສັດຕອບແຊດຈີນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເລີ່ມກັບມາເປີດທໍາການອີກຄັ້ງຫຼາຍບໍລິສັດ ຫຼັງຈາກເຈົ້າໜ້າທີ່ ລາວ-ຈີນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມເທື່ອໃຫຍ່ ເມື່ອເດືອນສິງຫາ ປີ 2024 ທີ່ຜ່ນມາ. ແລະສາມາດຈັບໄດ້ຜູ້ຖືກຫາທັງໝົດ 2,160 ຄົນ ເຊິ່ງການກັບມາເປີດທໍາການຂອງບໍລິສັດຕອບແຊດໃນເທື່ອນີ້ແມ່ນປັບປ່ຽນແຜນງານ ໂດຍຮັບຄົນອິນເດຍ ແລະຄົນຈາກທະວີບອາຟຣິກາ ທີ່ເວົ້າພາສາອັງກິດໄດ້ມາເຮັດວຽກເປັນສະແກມເມີເປົ້າໝາຍເພື່ອຕົວະຍົວະເອົາເງິນຄົນທົ່ວໂລກ
2024-11-04
ນັກວິຊາການ ແລະ ພາກປະຊາສັງຄົມໃນໄທຈັດກອງປະຂຸມເສວະນາເຂື່ອນປາກແບງໃນວັນທີ່ 1 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງບາງກອກ ຍູ່ປະເທດໄທ ເພື່ອສະແດງຄວາມກັງວົນຕໍ່ຜົນກະທົບຈາກເຂື່ອນປາກແບງເນື່ອງຈາກ ໂຄງການດັ່ງກ່າວຂາດການຄຸ້ມຄອງທີ່ດີ ບໍ່ວ່າຈະເປັນເລື່ອງສິ່ງແວດລ້ອມ, ວິຖີຊີວິດລວມໄປເຖິງເຂດແດນລະຫວ່າງໄທ-ລາວ.