ເຣື້ອງທີ່ເກັບບັນທຶກໄວ້
2023-11-30
ບໍຣິສັດ ຊີໂນ ອາກຣີ-ໂປຕາສຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຫລື ໂປຕາສ ຢູ່ແຂວງຄໍາມ່ວນ ໄດ້ຮັບຣາງວັນລະດັບອາຊ້ຽນ 2 ຣາງວັນ ໃນກອງປະຊຸມ ສຸດຍອດຄັ້ງທີ 9 ຂອງຣັຖມົນຕຣີ ບໍ່ແຮ່ອາຊ້ຽນ ແຕ່ບໍຣິສັດນັ້ນ ບໍ່ໄດ້ສ້າງຜົນປໂຍດ ໃຫ້ແກ່ຊາວບ້ານ ໃນທ້ອງຖິ່ນນັ້ນ ເທົ່າທີ່ຄວນ.
2023-11-28
ມີຊາວບ້ານ 70 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ.
2023-11-27
ປະຊາຊົນເຈົ້າຂອງດິນນາ ຢູ່ 7 ບ້ານ, ເມືອງເງິນ, ແຂວງໄຊຍະບູຣີ ບໍ່ຮັບເອົາຄ່າເຊົ່າດິນ ປູກໝາກ, ຖົ່ວເຫລືອງຝັກສົດ ຣະດູແລ້ງ ສົ່ງອອກໄປຈີນ ທີ່ບໍຣິສັດຈີນ ສເນີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ປະຊາຊົນ ຢາກໄດ້ 6 ລ້ານກີບ.
2023-11-21
ຊາວບ້ານຢູ່ຫຼາຍບ້ານ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຜົລກະທົບ ຈາກຣົຖບັນທຸກຂົນແຮ່ຂອງຈີນ ແລ່ນຜ່ານບ້ານທັງຄືນ ແລະ ທັງເວັນ ຈົນເຮັດໃຫ້ເກີດຂີ້ຝຸ່ນປິວໃສ່ເຮືອນປະຊາຊົນ ແລະ ເຮັດໃຫ້ເສັ້ນທາງເປ່ເພ.
2023-11-16
ຊາວບ້ານ ໃນເຂດເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ລັກລອບຖາງ-ຈູດປ່າ ເພື່ອທຳການກະເສດ ແຕ່ໂຄງການເຂື່ອນນໍ້າເທີນ 2 ສັ່ງຫ້າມ ຍ້ອນສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ ບໍຣິເວນເຂື່ອນດັ່ງກ່າວ ຫລາຍຢ່າງ.
2023-11-14
ອົງການກາແດງ ແຫ່ງຊາຕລາວ ໄດ້ລະດົມທຶນເພື່ອຊ່ອຍເຫຼືອ ປະຊາຊົນຖືກຜົລກະທົບ ຈາກໄພພິບັດນໍ້າຖ້ວມ ໃນໄລຍະຕົ້ນເດືອນສິງຫາ 2023 ຢູ່ແຂວງບໍຣິຄໍາໄຊ ແລະ ແຂວງຄຳມ່ວນລວມມູນຄ່າ 6,724,700,000 ກີບ.
2023-11-14
ອົງການກວດກາ ແຫ່ງຣັຖ ກວດພົບເຫັນ ການຈ່າຍເງິນ ບໍ່ເປັນໄປຕາມແຜນການ ຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ີກີບ ໃນແຜນການຊົດເຊີຍ ໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື.
2023-11-09
ຣັຖບານລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນ ແລະສົ່ງອອກແຮ່ທາດແບບທົດລອງ ລວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງນັກລົງທຶນຈີນ ແລະວຽດນາມ ເຖິງວ່າ ຣັຖບານລາວ ມີລາຍຮັບ ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ-ສັງຄົມ ຖືວ່າໜັກຫຼາຍ.
2023-11-08
ສປປ ລາວ ເປັນປະເທດນຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະຫະປະຊາຊາຕ ວ່າດ້ວຍເຣື່ອງການປ່ຽນແປງ ຂອງດິນຟ້າອາກາດ ຂະນະທີ່ ທາງການລາວ ກຳລັງກະຕຣຽມເກັບກຳຂໍ້ມູນ ແລະຄຳສເນີ ຕ່າງໆ ຊຶ່ງປີນີ້ ຈະເໜັ້ນໃສ່ການຫລຸດຜ່ອນ ການປ່ອຍອາຍແກັສເຮືອນແກ້ວ, ການຮັບມື ແລະການປັບໂຕເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ.
2023-11-07
ປັດຈຸບັນ ມີຫຼາຍບໍຣິສັດຂອງຈີນ ເຂົ້າມາປູກກ້ວຍຢູ່ລາວ ແລ້ວສ້າງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍ້ອນບໍ່ປະຕິບັດ ຕາມບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ໂດຍສະເພາະ ການປ່ອຍນ້ຳປົນເປື້ອນສານເຄມີ ລົງສູ່ທັມມະຊາຕ.
2023-11-02
ບໍຣິສັດ ພາວເວີໄຊນ່າ ຂອງຈີນ ໄດ້ເປີດລະບົບ ການບໍຣິຫານຈັດການນ້ຳ ແບບລວມສູນ ຂອງເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ໃນແຂວງຫຼວງພຣະບາງ ແລະ ແຂວງຜົ້ງສາລີ ເພື່ອບໍຣິຫານຈັດການນ້ຳ ໃຫ້ມີປະສິດທິພາບ ແລະ ປ້ອງກັນໄພນ້ຳຖ້ວມ ທີ່ອາດເກີດຈາກເຂື່ອນໄຟຟ້ານ້ຳອູ.