ເຣື້ອງທີ່ເກັບບັນທຶກໄວ້
2021-10-30
ປະຊາຊົນ ຢ່າງນ້ອຍ 600 ຄອບຄົວ ຈະໄດ້ຮັບຜົລກະທົບ ຈາກໂຄງການ ໂຮງໄຟຟ້າຖ່ານຫິນ ຂອງຈີນ ທີ່ເມືອງຊຳເໜືອ ຊຶ່ງບັນຫາເຣິ່ມຕົ້ນ ຍັງບໍ່ໄດ້ຮັບການແກ້ໄຂ ເຊັ່ນບໍ່ທັນໄດ້ຊົດເຊີຽ ໃຫ້ກັບປະຊາຊົນທີ່ເສັຽດິນ ໃນການຕັດທາງເພື່ອສ້າງໂຮງໄຟຟ້າ.
2021-10-29
ພັຍທັມຊາດ ເປັນສ່ວນນຶ່ງທີ່ນຳ ຄວາມຂາດເຂີນມາສູ່ປະຊາຊົນພາກກະເສຕກັມ ແລະ ສ່ວນນຶ່ງກໍຍ້ອນການຂາດການຈັດການຢ່າງເປັນຣະບົບ ເຊັ່ນການຈັດສັນນ້ຳໃນລະດູແລ້ງ ເຮັດໃຫ້ຜົລຜລິດບໍ່ພຽງພໍຕໍ່ການບໍຣິໂພກຂອງປະຊາຊົນ.
2021-10-28
ການຂຍາຍໂຄງການພັທນາ ເພື່ອປັບປຸງໂຄງຮ່າງເສຖກິຈໃຫ້ທັນສມັຍ ຢູ່ດ່ານພູເກືອ ຈະສົ່ງຜົລກະທົບຕໍ່ປ່າໄມ້ ແລະສິ່ງແວດລ້ອມ ໃນນັ້ນຍັງມີເຖິງຜົລກະທົບທີ່ຈະເກີດຂຶ້ນກັບຊາວບ້ານ ໂດຍສະເພາະເຣື່ອງທີ່ດິນທຳການກະເສຕ.
2021-10-26
ການຄຸ້ມຄອງຄວາມປອດພັຍ ຕາມແລວທາງຣົດໄຟລາວ-ຈີນ ຍັງມີສິ່ງທ້າທາຍຢູ່ ເນື່ອງຈາກຍັງມີກຸ່ມຄົນບໍ່ດີ ໄປລັກຕັດສາຍໄຟຟ້າ ຂະນະທີ່ຊາວລາວ ເປັນຫ່ວງວ່າ ຖ້າຫາກແກ້ບັນຫາບໍ່ໄດ້ 100% ຈະມີບັນຫາຕາມມາ
2021-10-23
ນັກອະນຸຮັກປ່າໄມ້ເຊື່ອວ່າ ເຈົ້າທີ່ຣັຖມີສ່ວນກ່ຽວຂ້ອງ ໃນຫຼາຍຮູບແບບ ເພື່ອອຳນວຍຄວາມສະດວກ ກັບການຕັດໄມ້ເຖື່ອນ ແລະການລັກລອບ ສົ່ງໄມ້ອອກໄປຂາຍຕ່າງປະເທດ ຊຶ່ງສ້າງຄວາມເສັຽຫາຍ ໃຫ້ກັບພາກຣັຖ.
2021-10-22
ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງບໍຣິຄັນ ພາກັນອອກວຽກ ຈົນເຫຼືອຈຳນວນບໍ່ຮອດ 100 ຄົນ ຍ້ອນຖືກນາຍຈ້າງ ຕັ້ງກົດລະບຽບຫຼາຍເກີນໄປ ແລະ ມີບັນອື່ນໆນຳດ້ວຍ
2021-10-21
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຕ້ອງໂຍກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂື່ອນໄຟຟ້ານ້ຳຊຳ 1A ແຂວງຫົວພັນ ຕ້ອງການເງິນຊົດເຊີຍທີ່ເໝາະສົມ
2021-10-19
ເຕືອນ ປະຊາຊົນ ທີ່ຢູ່ເຂດໃຕ້ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ໃຫ້ຕຽມພ້ອມຣະວັງນ້ຳຖ້ວມກະທັນຫັນ, ໃຫ້ຍ້າຍສັດລ້ຽງອອກຈາກແຄມຫ້ວຍ ເພາະທາງ ບໍຣິສັດຜລິດໄຟຟ້າລາວມະຫາຊົນ ຈະໄດ້ລະບາຍນ້ຳໃນເຂື່ອນອອກ.
2021-10-19
ເຖິງແມ່ນວ່າປີນີ້ສະຖານະການນ້ຳຖ້ວມ ໃນແຂວງຈຳປາສັກ ແລະແຂວງອັດຕະປື ຍັງບໍ່ເຖິງຂັ້ນວິກິຈ ແຕ່ກໍສ້າງຄວາມເສັຽໃຫ້ກັບ ສັບສິນແລະພືດພັນ ຂອງປະຊາຊົນຜູ້ທີ່ອາສັຍຢູ່ຕາມແຄມແມ່ນ້ຳເຊກອງ.
2021-10-17
ເຮືອຈຈົມ ບໍຣິເວນ ອ້າງນ້ຳໄຜ່ ເຮັດໃຫ້ມີຜູ້ຫາຍສາບສູນ 5 ຄົນ, ອຸບັດຕິເຫດໃນຄັ້ງນີ້ ທາງໜ່ວຍງານ ທະຫານ ຂອງແຂວງໄຊສົມບູນ ທີ່ເຂົ້າຊ່ອຍເຫຼືອຜູ້ປະສົບພັຍ ພົ້ບອຸປະສັກ ເນື່ອງຈາກທາງໜ່ວຍງານ ຂາດເນີນ ເຄືອງມືຄົ້ນຫາຜູ້ຫາຍສາບສູນ ໂດຍສະເພາະອຸປະກອນທາງນ້ຳ.
2021-10-16
ທາງການລາວເຕືອນ ປະຊາຊົນຂອງຕົນທີ່ຢູ່ໃຕ້ເຂື່ອນ ໃຫ້ກຽມພ້ອມຮັບມືນ້ຳຂຶ້ນ ຫຼັງຈາກໄດ້ປ່ອຍນ້ຳ ໃນເຂື່ອນ ເຊລະນອງ 1 ຍ້ອນຍ້ານນ້ຳລົ້ນເຂື່ອນເນື່ອງຈາກ ພະຍຸລະດູຮ້ອນ ທີ່ຈະພັດເຂົ້າລາວໃນໄລຍະ 2-3 ມື້ນີ້.
2021-10-08
ປະຊາຊົນ ຍັງຕ້ອງເພິ່ງ ແລະ ຊ່ອຍຕົນເອງ ເປັນສ່ວນຫຼາຍ ໃນເວລາທີ່ ເກີດພັຍພິບັດ, ສ່ວນພາກຣັຖ ກໍຊ່ອຍໄດ້ ແຕ່ເບື້ອງຕົ້ນ, ຍ້ອນໂຄງການລົງທຶນ ປ້ອງກັນຄວາມສ່ຽງ ພັຍພິບັດ ບໍ່ມີປະສິດທິຜົລ.