ບາງແຂວງພາກໃຕ້ຂອງລາວ ຖືກນ້ຳຖ້ວມ
2021.10.19

ເກີດເຫດນໍ້າຖ້ວມ ຢູ່ແຂວງຈໍາປາສັກ ແລະແຂວງອັດຕະປື ເຮັດໃຫ້ເຮືອນຊານແລະເຄື່ອງປູກຂອງຝັງຂອງຊາວບ້ານໄດ້ຮັບຄວາມເສັຽຫາຍ ໃນວັນທີ່ 17 ຕຸລາ ທີ່ຜ່ານມາ.
ສະເພາະຢູ່ເມືອງ ໄຊເສດຖາ ແຂວງອັດຕະປື ໄດ້ເກີດເຫດນໍ້າຖ້ວມເຂົ້ານາປີ ແລະສວນມັນຕົ້ນຂອງຊາວບ້ານ 5 ບ້ານ ປະກອບດ້ວຍ ບ້ານນໍ້າລຽງ ບ້ານຊະແຄະ, ບ້ານສະປວນ, ບ້ານທ່າລານ ແລະບ້ານແກ້ງໄຊ ເຮັດໃຫ້ເຂົ້າທີ່ກໍາລັງຖອກຮວງ ຖືກນໍ້າຖ້ວມເສັຽຫາຍ ແລະຫົວມັນຕົ້ນທີ່ລໍຖ້າການເກັບກູ້ມໍ່ໆນີ້ ອາຈເນົ່າແລະເກັບຂາຍບໍ່ໄດ້, ປັດຈຸບັນ ນໍ້າຍັງບໍ່ທັນໄຫຼຖ້ວມເຮືອນຊານເທື່ອ ແລະນໍ້າຖ້ວມໃນເທື່ອນີ້ ບໍ່ໄດ້ໜັກໜ່ວງຄືປີທີ່ຜ່ານມາ, ອີງຕາມຄວາມເວົ້າຂອງຊາວບ້ານ ຢູ່ບ້ານນໍ້າລຽງ ເມືອງໄຊເສດຖາ ແຂວງອັດຕະປື ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ຕຸລາ ນີ້ວ່າ:
“ມັນຕົ້ນນີ້ ສລຸບແລ້ວປະມານ 2-3 ເຮັກຕ້າຣ໌ນີ້ແລ້ວ ລວມໝົດບ້ານນີ້ນ່າ ໂຕມັນຖ້ວມ ເຂົ້ານີ້ 4-5 ເຮັກຕ້າຣ໌ເດ້. ເຂົ້າເດ້, ເຮືອນຊານ ມັນບໍ່ຮອດດອກ ມັນເຂົ້າເຮືອນຊານ ນໍ້າມັນບໍ່ເທົ່າປີ 2019 ດອກ ຄັນ 2019 ເອີ ໂຕນີ້ແມ່ນ.”
ຊາວບ້ານຢູ່ບ້ານຊະແຄະ ເມືອງໄຊເສດຖາ ແຂວງອັດຕະປື ກ່າວວ່າ ປັດຈຸບັນ ນໍ້າບົກແລ້ວ ແລະປະຣິມານນໍ້າ ບໍ່ໄດ້ຮຸນແຮງທຽບເທົ່າກັບປີຜ່ານມາ, ສ່ວນຜົລປູກ ເປັນຕົ້ນ ເຂົ້ານາປີ ທີ່ປູກຕິດຈອດກັບແຄມນໍ້າເຊກອງ ຫຼືຢູ່ບ່ອນຕໍ່າ ກໍຈະຖືກນໍ້າເຊກອງຖ້ວມອັ່ງ ໄດ້ຮັບຄວາມເສັຽຫາຍ, ນອກຈາກນີ້ ຣະດັບນໍ້າເຊກອງ ຍັງບໍ່ເຖິງຂີດອັນຕລາຍເທື່ອ, ດັ່ງຊາວບ້ານຜູ້ນີ້ກ່າວວ່າ:
“ບໍ່ເປັນສັງດອກ ນໍ້າມັນມາຂຶ້ນຫຼາຍຢູ່ດອກ ແຕ່ວ່າມັນລົງແລ້ວດຽວນີ້ ບໍ່ເສັຽຫາຍຫຼາຍດອກ ໂຕນີ້ມັນນໍ້າຝົນ ແບບນໍ້າຝົນ ມັນແຮງໝົດຄືນແຕ່ມື້ວານນີ້ ນໍ້າຫ້ວຍ ນໍ້າຮ່ອງ ມັນກໍແຕກອອກ ທັມດາແລ້ວ ກໍບໍ່ເຖິງອັນຕລາຍດອກ ທີ່ບ່ອນເສັຽຫາຍ ຜົລປູກຂອງປະຊາຊົນ ທີ່ວ່າມັນຢູ່ແຄມຫ້ວຍ ແຄມເຊຕໍ່າແນ່ ມັນກໍມີຜົລກະທົບແລ້ວ ແຕ່ວ່າຖ້າທຽບໃສ່ໄລຍະຜ່ານມາ ທີ່ມັນໜັກຫັ້ນ ມັນຄືວ່າ ບໍ່ທັນໜັກດອກດຽວນີ້.”
ດ້ານເຈົ້າໜ້າທີ່ເມືອງໄຊເສດຖາ ແຂວງອັດຕະປື ກ່າວວ່າ ສາເຫດທີ່ເຮັດໃຫ້ຣະດັບນໍ້າເຊກອງພາຍໃນເມືອງໄຊເສດຖາ ມີຣະດັບທີ່ສູງຂຶ້ນ ອັນເນື່ອງມາຈາກເຂື່ອນເຊກະໝານ 1 ຂອງບໍຣິສັດຫຸ້ນສ່ວນໄຟຟ້າ ວຽດ-ລາວ ໄດ້ມີການຣະບາຍນໍ້າ ເພື່ອປ້ອງກັນນໍ້າລົ້ນ ແລະເຂື່ອນແຕກ ຈຶ່ງເຮັດໃຫ້ຣະດັບນໍ້າເຊກອງພາຍໃນເມືອງໄຊເສດຖາ ເພີ່ມສູງຂຶ້ນ ແລະອາຈສົ່ງຜົນໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນນໍາອີກ, ດັ່ງເຈົ້າໜ້າທີ່ ກ່າວວ່າ:
“ໂຕສາເຫດມັນຖ້ວມນີ້ກະ ນຶ່ງມາ ກໍອີງຕາມຝົນຟ້າອາກາດ ມັນກໍມີລິນຕລອດມື້ ຕລອດຄືນ ແລະຈາກນັ້ນ ບໍ່ວ່າ ຜົລກະທົບຈາກເຂື່ອນ ປ່ອຍມາແຕ່ວຽດນີ້ຈໍານວນນຶ່ງ ກໍມາກະທົບກັນ ຢູ່ເຂດນໍ້າເຊ.”
ທ່ານກ່າວຕື່ມວ່າ ສໍາລັບແນວທາງການຊ່ອຍເຫຼືອ ຊາວບ້ານທີ່ໄດ້ຮັບຜົລກະທົບຈາກເຫດນໍ້າຖ້ວມໃນເທື່ອນີ້ ແມ່ນຈະຊ່ອຍເຫຼືອເປັນເຄື່ອງບັນເທົາທຸກ ຈໍາພວກເຂົ້າສານ, ອາຫານແຫ້ງ ແລະເຄື່ອງນຸ່ງຫົ່ມ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຮິບໂຮມຂໍ້ມູນຜົນຜລິດ ທາງການກະເສດທີ່ເສັຽຫາຍ ເພື່ອຕຽມຂຶ້ນແຜນຂໍແນວພັນເຂົ້າ ຊ່ອຍເຫຼືອຊາວບ້ານໃນຕໍ່ໜ້າ.
ສ່ວນຢູ່ນະຄອນປາກເຊ ແຂວງຈໍາປາສັກ ກໍເກີດເຫດການຝົນຕົກ ຕິດຕໍ່ກັນໝົດມື້ ໝົດຄືນ ໃນວັນທີ 17 ຕຸລາ ທີ່ຜ່ານມາ ເຮັດໃຫ້ເຮືອນຂອງຊາວບ້ານ ທີ່ຢູ່ຕິດແຄມນໍ້າເຊໂດນ ເຂດບ້ານແຮ່ ຈໍານວນ 1 ຫຼັງ ໄຫຼໄປກັບສາຍນໍ້າ ສ່ວນຄວາມເສັຽຫາຍດ້ານອື່ນ ຍັງບໍ່ທັນໄດ້ມີການຣາຍງານ ເນື່ອງຈາກປີນີ້ ເຫດການນໍ້າຖ້ວມບໍ່ໄດ້ຮຸນແຮງຄືປີຜ່ານໆມາ, ດັ່ງຊາວບ້ານ ຢູ່ບ້ານແຮ່ ນະຄອນປາກເຊ ກ່າວວ່າ:
“ປີນີ້ ເບົາໆກວ່າທຸກປີ ວ່າຊັ້ນສາ ເຮືອນຫັ້ນງອຍ ງອຍຢູ່ຕາຝັ່ງເຊໂດນເນາະ ທີ່ເຮືອນມັນເຈື່ອນລົງ ຊຸດລົງໃສ່ນໍ້າເຊ.”
ຂະນະທີ່ ຊາວບ້ານ ຢູ່ບ້ານຊົ່ງ ນະຄອນປາກເຊ ແຂວງຈໍາປາສັກ ກ່າວວ່າ ຝົນຕົກໝົດມື້ ໝົດຄືນ ໃນວັນອາທິດທີ່ຜ່ານມາ ເຮັດໃຫ້ທາງເປ່ເພ ແລະເຂົ້ານາປີ ຖືກນໍ້າເຊໂດນ ອ່ັງຊົ່ວຄາວ ແຕ່ນໍ້າໄດ້ບົກໄປແລ້ວ ບໍ່ໄດ້ອັ່ງເປັນເວລາດົນ ຈົນເຮັດໃຫ້ເກີດຄວາມເສັຽຫາຍໜັກແຕ່ຢ່າງໃດ ຫາກມື້ແລງຂອງວັນທີ່ 18 ຕຸລານີ້ ຝົນຍັງຕົກຈົນຮອດມື້ອື່ນເຊົ້າ ຂອງວັນທີ່ 19 ຕຸລາ ກໍອາຈເຮັດໃຫ້ນໍ້າເຊໂດນ ໄຫຼຖ້ວມເຂົ້າເຮືອນຊານ ແລະເນື້ອທີ່ທໍາການຜລິດ ຂອງປະຊາຊົນເພີ່ມຕື່ມ, ດັ່ງຊາວບ້ານຜູ້ນີ້ ກ່າວວ່າ:
“ນໍ້າບໍ່ທັນຖ້ວມ ແຕ່ວ່າທາງມັນເປື້ອນ ໄປບໍ່ໄດ້ ມາບໍ່ໄດ້ ຕົກອີກມື້ແລ້ງໝົດມື້ຊອດແຈ້ງ ນີ້ແມ່ນຖ້ວມເລີຍແຫຼະ ຖ້ວມເຂົ້າບ້ານເລີຍແຫຼະ.”
ດ້ານເຈົ້າໜ້າທີ່ ນະຄອນປາກເຊ ແຂວງຈໍາປາສັກ ກ່າວວ່າ ສາເຫດທີ່ເຮັດໃຫ້ນໍ້າເຊໂດນ ຢູ່ນະຄອນປາກເຊ ມີປະຣິມານທີ່ສູງຂຶ້ນນັ້ນ ຄາດວ່າປະຣະມານນໍ້າດັ່ງກ່າວ ໄຫຼມາຈາກທາງເໜືອ ນັ້ນຄື ນໍ້າຈາກແຂວງສາຣະວັນ ຫຼື ປະຣິມານນໍ້າ ຈາກທາງແຂວງອຸບົນຣາດຊະທານີ ປະເທດໄທຍ, ແຕ່ຣະດັບນໍ້າເຊໂດນ ຢູ່ນະຄອນປາກເຊ ປັດຈຸບັນ ຍັງບໍ່ເຖິງເຂດເຕືອນພັຍ, ມື້ນີ້ຣະດັບນໍ້າເຊ ວັດແທກຈາກຣະດັບພື້ນດິນ ຢູ່ນະຄອນປາກເຊ ໄດ້ 8 ແມັດ ຂນະທີ່ ຣະດັບນໍ້າເຂດເຕືອນພັຍ ຢູ່ທີ່ຣະດັບ 11 ແມັດ, ດັ່ງເຈົ້າໜ້າທີ່ທ່ານນີ້ກ່າວວ່າ:
“ຣະດັບນໍ້ານີ້ເນາະ ສ່ວນຫຼາຍແມ່ນ ມາທາງເໜືອ ຖ້າທຽບກັບປະເທດໃກ້ຄຽງ ກໍຈະແມ່ນທາງອຸບົນ ທາງລາວເຮົາອິຫຍັງ ເພິ່ນບອກວ່າ ຊິປ່ອຍເຂື່ອນປ່ອຍຫຍັງມານີ້ ກໍຍັງບໍ່ທັນມີຫຍັງ ຍັງຢູ່ຣະດັບປົກກະຕິຢູ່.”
ທ່ານກ່າວຕື່ມວ່າ ສໍາລັບການຊ່ອຍເຫຼືອ ຊາວບ້ານທີ່ໄດ້ສູນເສັຽເຮືອນ ໄປກັບສາຍນໍ້ານັ້ນ ແມ່ນພາກສ່ວນກ່ຽວຂ້ອງ ຈະໄດ້ຊ່ອຍເຫຼືອ ເປັນເຄື່ອງບັນເທົາທຸກ ປະກອບດ້ວຍເຂົ້າສານ, ອາຫານແຫ້ງ ແລະເຄື່ອງນຸ່ງຫົ່ມ ຄືກັບການຊ່ອຍເຫຼືອ ບັນເທົາທຸກຂອງແຂວງອື່ນ ແລະທາງໂຄງການສ້າງກັນເຈື່ອນ ຂອງນະຄອນປາກເຊຈະໄດ້ຊ່ອຍເຫຼືອ ເປັນເງິນຢຽວຢາເພີ່ມອີກ ເນື່ອງຈາກເຮືອນຫຼັງດັ່ງກ່າວ ທີ່ໄຫຼໄປກັບສາຍນໍ້ານັ້ນ ເປັນເຮືອນທີ່ຖືກໂຄງການ ສ້າງກັນເຈື່ອນ ຂອງນະຄອນປາກເຊ ແລະຕ້ອງໄດ້ມ້າງເຮືອນຢູ່ແລ້ວ.
ປັດຈຸບັນຊາວບ້ານ ທີ່ອາສັຍຢູ່ຕິດແຄມນໍ້າເຊ ເຂດເມືອງເສດຖາ ແຂວງອັດຕະປື ແລະເຂດນະຄອນປາກເຊ ແຂວງຈໍາປາສັກ ກໍໄດ້ຕຽມພ້ອມຮັບມື ກັບສະຖານະການນໍ້າຖ້ວມແລ້ວ ເນື່ອງຈາກເຂົາເຈົ້າມີປະສົບການໃນປີທີ່ຜ່ານໆມາ.
ອີງຕາມການຄາດຄະເນ ສະພາບອາກາດ ແຕ່ວັນທີ່ 18 ຫາ 24 ຕຸລາ ຂອງກົມອຸຕຸນິຍົມ ແລະອຸທົກກະສາດ ເລຂທີ່ 1128/ກອຕທ ນະຄອນຫຼວງວຽງຈັນ ລົງວັນທີ 18 ຕຸລາ ຣະບຸວ່າ ວັນທີ່ 18 ຫາ 20 ຕຸລາ ເຂດພາກເໜືອດ້ານຕາເວັນອອກ ຂອງປະເທດລາວ ຈະມີໝອກປົກຫຸ້ມ ແລະ ອາກາດເຢັນໃນຕອນເຊົ້າ ແລະຝົກຕົກຣະດັບຄ່ອຍຫາປານກາງ ຢູ່ບາງທ້ອງຖິ່ນໃນແຂວງພາກໃຕ້, ຈາກນັ້ນ ໃນວັນທີ່ 21 ຫາ 24 ຕຸລາ ພາກໃຕ້ ມີຝົນຕົກໃນຣະດັບຄ່ອຍຫາປານກາງ ພ້ອມທັງມີລົມພັດແຮງ ຢູ່ພາກເໜືອ ອາກາດເຢັນ ແລະມີຝົນຕົກໃນຣະດັບຄ່ອຍຢູ່ບາງທ້ອງຖິ່ນ.