ເຂື່ອນນ້ຳຊຳ 1A ຊາວບ້ານ ຮຽກຄ່າຊົດເຊີຍ ໃຫ້ເໝາະສົມ
2021.10.21

ຊາວບ້ານທີ່ໄດ້ຮັບຜົລກະທົບ ຕ້ອງໂຍກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ກັບໂຄງການເຂື່ອນໄຟຟ້ານ້ຳຊຳ 1A ຈຳນວນ 3 ບ້ານ ລວມມີ 123 ຄອບຄົວ ໃນເມືອງຊຳໃຕ້ ແຂວງຫົວພັນ ຂໍໃຫ້ທາງການແຂວງ ແລະ ບໍຣິສັດຜູ້ພັທນາໂຄງການ ຊົດເຊີຍເງິນໃຫ້ຊາວບ້ານ ຢ່າງເໝາະສົມ ເພື່ອໃຫ້ຊາວບ້ານ ໄດ້ນຳເງິນດັ່ງກ່າວ ໄປຊອກຊື້ທີ່ດິນຕອນໃໝ່ໄດ້. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊຳໃຕ້ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ຕຸລາ ນີ້ວ່າ:
“ເອີ່, ເຂົາກະກຳລັງຕຣຽມຊົດເຊີຍ. ໄລ່ເປັນເຮັກຕ້າຣ, ເຮັກຕ້າຣນຶ່ງກະ 120 ລ້ານກີບ ກະບໍ່ຫຼາຍປານໃດ. ຮຽກຮ້ອງເພິ່ນ ຢາກໃຫ້ເພີ່ມຫຼາຍກວ່ານັ້ນເດ. ບາງບຸກຄົນມາຂໍເງິນເລີຍ ບໍ່ເອົາດິນ, ບາງຄອບຄົວກະວ່າ ໂອ້ ເອົາດິນ ຄັນເອົາດິນ ເພິ່ນກະຕັດເງິນລົງເນາະ, ແບບນັ້ນນ່າ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຊາວບ້ານສ່ວນຫຼາຍ ບໍ່ມີໃບຕາດິນຖາວອນ ເນື່ອງຈາກເປັນເຂດບ້ານ ທີ່ຫ່າງໄກສອກຫຼີກ ແລະ ຕິດກັບຊາຍແດນ ລາວ-ຫວຽດນາມ, ເຊິ່ງຊາວບ້ານ ກະບໍ່ຢາກໂຍກຍ້າຍໄປບ່ອນອື່ນ ເພາະກັງວົນວ່າ ຈະພົບພໍ້ກັບຄວາມທຸກຍາກໄປຕື່ມ, ແຕ່ກໍຈຳເປັນຕ້ອງໄດ້ໂຍກຍ້າຍ. ສະນັ້ນແລ້ວ, ຫາກຈະໃຫ້ຊາວບ້ານໂຍກຍ້າຍ ໄປອາສັຍຢູ່ບ່ອນອື່ນ ຫຼືສູນເສັຽທີ່ດິນໄປແລ້ວ ກໍຢາກໃຫ້ມີການຊົດເຊີຍເງິນ ຢ່າງສົມເຫດສົມຜົລ ແລະ ບໍ່ເອົາປຽບຊາວບ້ານຈົນເກີນໄປ.
ຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ກໍເວົ້າວ່າ ບາງຄອບຄົວ ກໍສູນເສັຽທັງທີ່ດິນ ແລະ ຖືກໂຍກຍ້າຍ, ບາງຄອບຄົວ ກໍສູນເສັຽທີ່ດິນພຽງຢ່າງດຽວ, ແຕ່ສິ່ງທີ່ອຸກໃຈທີ່ສຸດ ແມ່ນການສູນເສັຽທີ່ດິນທຳການກະເສຕ ເນື່ອງຈາກພື້ນທີ່ດັ່ງກ່າວ ເປັນເຂດທີ່ໃກ້ແຫຼ່ງນ້ຳ ແລະ ມີຄວາມອຸດົມສົມບູນຫຼາຍ ແຕ່ເມື່ອຊາວບ້ານສູນເສັຽທີ່ດິນໃຫ້ກັບໂຄງການ ກໍເໝືອນກັບ ໄດ້ທຳລາຍອາຊີບ ຂອງຊາວບ້ານໄປ. ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊຳໃຕ້ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ຖືກໂຍກຍ້າຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜົລກະທົບເຣື່ອງກະສິກັມ ກັບເຮືອນນີ້ ມັນມີຈຳນວນນຶ່ງ ກະທົບທັງເຮືອນ ທັງນາ. ຈຳນວນນຶ່ງ ມັນກະທົບພຽງແຕ່ເຮືອນ ຈຳນວນນຶ່ງພຽງແຕ່ນາ. ທົດແທນແຕ່ເຮືອນເຮົາພີ້ ບໍ່ໄດ້ຊອກດິນໃຫ້ໄດ້.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ເມືອງຊຳໃຕ້ ແຂວງຫົວພັນ ກ່າວວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊຳ 1A ມີຊາວບ້ານ ຈຳນວນ 3 ບ້ານ ຈະໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ຖືກໂຍກຍ້າຍ ປະກອບມີ ບ້ານພຽງຄູນ ແລະ ບ້ານເຕົ້າ ລວມມີ 94 ຄອບຄົວ ຈະສູນເສັຽທີ່ດິນ ເຊັ່ນ ດິນໄຮ່-ດິນສວນ ແລະ ບ້ານສົບແປນ ຈຳນວນ 29 ຄອບຄົວ ຈະສູນເສັຽທີ່ດິນ ແລະ ຖືກໂຍກຍ້າຍ ອອກຈາກພື້ນທີ່, ເຊິ່ງຈະໄດ້ໂຍກຍ້າຍ ໄປໂຮມກັບບ້ານພຽງຄູນ ທີ່ຢູ່ຫ່າງກັນ ປະມານ 20 ກິໂລແມັຕ.
ເບື້ອງຕົ້ນ, ຫາກຄອບຄົວໃດ ສູນເສັຽທີ່ດິນ ໃຫ້ກັບໂຄງການ ຈະໄດ້ຮັບເງິນຊົດເຊີຍ ຈຳນວນ 120 ລ້ານກີບ ຕໍ່ເຮັກຕ້າຣ, ຫາກຄອບຄົວໃດ ຖືກໂຍກຍ້າຍ ກໍຈະໄດ້ຮັບເຮືອນຈັດສັນ ຄອບຄົວລະ 1 ຫຼັງ ແລະ ເງິນຊົດເຊີຍຕາມຂໍ້ຕົກລົງ. ແຕ່ປັດຈຸບັນ, ຍັງຢູ່ຣະຫວ່າງຂັ້ນຕອນດຳເນີນການ ແລະ ຍັງບໍ່ທັນຮູ້ເທື່ອວ່າ ຊາວບ້ານຈະໄດ້ຮັບເງິນຊົດເຊີຍ ແລະ ໄດ້ໂຍກຍ້າຍອອກຈາກພື້ນທີ່ ໃນມື້ໃດແທ້. ດັ່ງເຈົ້າໜ້າທີ່ ເມືອງຊຳໃຕ້ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າເອົາເງິນທົດແທນໝົດເດ້, ກໍໄດ້ບຸກເບີກ ທາງເມືອງເຂົາຈັດສັນໃຫ້ໃໝ່ ຄັນວ່າດິນປຸກສ້າງມັນພໍ. ເຂົາຍັງລໍຖ້າເອົາເງິນເດ້, ເງິນຂະເຈົ້າຍັງບໍ່ທັນໄດ້ຮັບຊົດເຊີຍ. ພຽງຄູນ ຫາສົບແປນ ປະມານ 20 ກິໂລນີ້ແຫຼະ.”
ທາງດ້ານເຈົ້າໜ້າທີ່ ສິ່ງແວດລ້ອມ ເມືອງຊຳໃຕ້ ໄດ້ກ່າວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊຳ 1A ຕັ້ງຢູ່ໃນເຂດປ່າປ້ອງກັນ ທີ່ຂ້ອນຂ້າງອຸດົມສົມບູນຫຼາຍ ແລະ ຕາມການສັງເກດ ກໍເຫັນວ່າ ພື້ນທີ່ປ່າໄມ້ ໄດ້ຮັບຄວາມເສັຽຫາຍ ເປັນຈຳນວນຫຼາຍເຮັກຕ້າຣ, ແຕ່ທາງບໍຣິສັດ ຜູ້ພັທນາໂຄງການ ກໍບໍ່ໄດ້ເປີດເຜີຍຂໍ້ມູນ ໃຫ້ຮັບຮູ້ວ່າ ມີປ່າໄມ້ເສັຽຫາຍຫຼາຍທໍ່ໃດ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຈະຖືກຢູ່ເຂດປ່າປ້ອງກັນແຫ່ງຊາຕ. ເອີ່, ກໍເສັຽຫາຍຈຳນວນນຶ່ງ ກໍຍັງບໍ່ມີຂໍ້ມູນລະອຽດ, ຫັ້ນນ່າ. ໂຕ 1A ຂະເຈົ້າເຮັດເປັນລັກສະນະ ເປັນເຂື່ອນນ້ຳລົ້ນນ່າ.”
ໃນຂະນະທີ່ການໂຍກຍ້າຍ ແລະ ການຊົດເຊີຍເງິນ ໃຫ້ກັບຊາວບ້ານ ຍັງບໍ່ມີຄວາມຄືບໜ້າແນວໃດນັ້ນ, ແຕ່ວຽກງານການກໍ່ສ້່າງເຂື່ອນໄຟຟ້ານ້ຳຊຳ 1A ພັດຄືບໜ້າໄປ 50 ປາຍ %. ດັ່ງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊຳໃຕ້ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ກຳລັງກໍ່ສ້າງແລ້ວເດ້ ໄດ້ 50 ປາຍເປີເຊັນ, ຄາດວ່າ 2023 ນີ້ ຊິໄດ້ໃຫ້ໄດ້ COD ຫຼືຂາຍໄຟຟ້າ. ເພິ່ນຂາຍໃຫ້ຫວຽດນາມ ແລ້ວເພິ່ນຂໍອະນຸຍາດນຳທາງຣັຖບານ ຂໍເຮັດວຽກລ່ວງໜ້າ ເພາະວ່າ ມັນຢ້ານຊິບໍ່ທັນ ອັນເຊັນສັນຍາຂາຍໄຟຫັ້ນ.”
ໂຄງການເຂື່ອນໄຟຟ້ານ້ຳຊຳ 1A, ມີຂນາດ 75 ເມກະວັຕ, ເຣີ່ມກໍ່ສ້າງມາແຕ່ປີ 2020 ແມ່ນເປັນນຶ່ງໃນໂຄງການເຂື່ອນໄຟຟ້າ ຂອງສາຍນ້ຳຊຳ ທີ່ປະກອບດ້ວຍ ເຂື່ອນໄຟຟ້ານ້ຳຊຳ 2A ຂນາດ 15 ເມກະວັຕ ແລະ 3A ຂນາດ 156 ເມກະວັຕ, ໂດຍມີກຸ່ມບໍຣິສັດ ພົງຊັບທະວີ ເປັນຜູ້ລົງທຶນ ແລະ ຮັບເໝົາກໍ່ສ້າງ. ສ່ວນໄຟຟ້າທີ່ຜລິຕຈາກເຂື່ອນໄຟຟ້ານ້ຳຊຳ ທັງ 3 ແຫ່ງນັ້ນ, ມີກຳນົດຈະຂາຍໃຫ້ກັບປະເທດຫວຽດນາມ ໃນປີ 2023. ຢ່າງໃດກໍຕາມ, ທາງການແຂວງຫົວພັນ ແລະ ກຸ່ມບໍຣິສັດ ພົງຊັບທະວີ ບໍ່ມີການເປີດເຜີຍຣາຍລະອຽດວ່າ ໂຄງການກໍ່ສ້າງເຂື່ອນດັ່ງກ່າວ ມີມູລຄ່າການລົງທຶນ ຫຼາຍປານໃດ.
ສຳລັບກຸ່ມບໍຣິສັດ ພົງຊັບທະວີ, ປັດຈຸບັນນີ້ ໄດ້ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນແຂວງຫົວພັນແລ້ວ ຈຳນວນ 5 ແຫ່ງ ແລະ ຄຽງຄູ່ກັນໄປນັ້ນ ກຸ່ມບໍຣິສັດ ພົງຊັບທະວີ ຍັງເປັນຜູ້ຖືຫຸ້ນໃຫຍ່ ໃນບໍຣິສັດ ຜລິຕໄຟຟ້າລາວມະຫາຊົນ ຫຼື EDL-Gen ລຳດັບທີ 2 ຈາກຈຳນວນຫຸ້ນໃນມື 403,032,887 ຫຸ້ນ ຫຼືປະມານ 24% ແລະ ກຸ່ມບໍຣິສັດດັ່ງກ່າວ ມີແຜນຈະສ້າງແຫຼ່ງພະລັງງານໃຫ້ໄດ້ 1,000 ເມກະວັຕ ທີ່ປະກອບມີເຂື່ອນໄຟຟ້າ 3 ແຫ່ງ, ພະລັງງານລົມ 2 ແຫ່ງ, ພະລັງງານແສງຕາເວັນ 2 ແຫ່ງ, ໂຮງງານສິລິຄອນ 1 ແຫ່ງ ແລະ ໂຮງງານຖ່ານຫິນ 1 ແຫ່ງ.