ເຣື້ອງທີ່ເກັບບັນທຶກໄວ້
2024-09-23
ຊາວບ້ານ ເຂດບ້ານ ຊໍ້, ເມືອງສັງທອງ ນະຄອນຫຼວງວຽງຈັນ ຈຳນວນໜຶ່ງ ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນແຮ່ຄຳ ແບບທົດລອງ ຂອງບໍລິສັດ ດີດີຊີ ຈຳກັດຜູ້ດຽວ ທີ່ໄດ້ກັບມາຂຸດຄົ້ນຄຳ ພາຍຫຼັງທີ່ຖືກສັ່ງໂຈະໄປ ເມື່ອເດືອນ 11 ປີ 2022 ຍ້ອນມີຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ.
2024-09-21
ປະສົບໄພນໍ້າຖ້ວມ ຢູ່ທາງພາກເໜືອຂອງລາວ ໃນເທື່ອນີ້ ແມ່ນໜັກໜ່ວງ ພໍສົມຄວນ ພວກນັກຮຽນ ຍັງຂາດ ອຸບປະກອນການຮຽນ ຫຼາຍຄອບຄົວ ຍັງຂາດທີ່ພັກເຊົາ ເຂົ້າປາອາຫານ ນໍ້າດື່ມ ແລະ ເຄື່ອງນຸ່ງຮົ່ມ.
2024-09-20
ຊັບພະຍາກອນທຳມະຊາດຂອງແຂວງສາລະວັນ ຫຼຸດລົງ ເປັນຕົ້ນທີ່ດິນ ແລະປ່າໄມ້ ເຮັດໃຫ້ ປະຊາຊົນຫຼາຍຄົນກັງວົນຢ້ານບໍ່ມີທີ່ດິນທຳມາຫາກິນ ເພາະວ່າທາງການ ຈະໃຫ້ສຳປະທານທີ່ດິນແກ່ນັກລົງທຶນຫຼາຍຂຶ້ນ.
2024-09-20
ຊາວບ້ານຂໍໃຫ້ກວດກາ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະລາຍງານລະດັບນໍ້າທຸກເວລາ ຕິດຕາມ-ກວດກາໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍໃນການກຽມຄວາມພ້ອມ ແລະການບໍລິຫານຈັດການນໍ້າ ແລະຄວາມປອດໄພຂອງເຂື່ອນ ເພື່ອປ້ອງກັນໄພພິບັດຕ່າງໆ ບໍ່ໃຫ້ເກີດຄວາມເສັຍຫາຍກັບປະຊາຊົນ ໃນເຂດລຸ່ມ.
2024-09-19
ເຫດການນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ອັນເນື່ອງມາຈາກອິດທິພົນ ຂອງພາຍຸໝູນເຂດຮ້ອນ “ຢາກິ” ໃນປີນີ້ ຖືວ່າໜັກທີ່ສຸດ ເທົ່າທີ່ຊາວບ້ານ ເຄີຍພົບພໍ້ມາ ຂະນະທີ່ ອຳນາດການປົກຄອງແຂວງ ລາຍງານເບື້ອງຕົ້ນວ່າ ມີຜູ້ປະສົບໄພ 4,159 ຄອບຄົວ ຫຼື 18,986 ຄົນ.
2024-09-19
ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ແລະ ກ້ອງຄຸ້ມຄອງປ່າໄມ້ ແຂວງກວາງຈີ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສະກັກກັ້ນການຄ້າ-ຂາຍເຄື່ອງປ່າຂອງດົງ ແລະ ເຄື່ອນຍ້າຍສັດປ່າແບບຜິດກົດໝາຍ.
2024-09-19
ການຂຸດຄົ້ນໄດ້ຄົ້ນບໍ່ແຮ່ ລວມທັງບໍ່ຄໍາ ຢູ່ເຂດເມືອງວີລະບູລີ ແຂວງສະຫວັນນະເຂດ ຍັງຄົງດໍາເນີນໄປ, ແຕ່ຖະນົນຫົນທາງ ກໍຍັງບໍ່ໄດ້ຮັບການປັບປຸງ ແລະຊາວບ້ານ ຍັງບໍ່ໄດ້ຮັບຜົນປະໂຫຍດ ເທົ່າທີ່ຄວນ.
2024-09-18
ແຂວງຄໍາມ່ວນ ແລະ ບໍລິຄຳໄຊ ສືບຕໍ່ກຽມຮັບມືກັບພາຍຸ ດີເປຣສຊັນ ຂະນະ ທີ່ນໍ້າເຊຈໍາພອນ ຢູ່ລະດັບໃກ້ເຂດເຕືອນໄພ ແລະ ໄຫລຖ້ວມຜົນລະປູກຊາວບ້ານ ຫລາຍແລ້ວ.
2024-09-17
ຊາວບ້ານ ຫລາຍແຂວງທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມໃຫຍ່ ຈໍານວນຫລາຍຄົນ ເປັນພະຍາດນໍ້າກັດຕີນແລ້ວ ຂະນະທີ່ປັດຈຸບັນ ຍັງຂາດຢາປົວພະຍາດ, ອາຫານ, ນໍ້າດືມ, ເຄື່ອງນຸ່ງ, ເຄື່ອງນອນ, ເຄື່ອງໃຊ້ໃນຄົວເຮືອນ ຈຳນວນຫລາຍ.
2024-09-17
ລະດັບນ້ຳ ໃນແມ່ນ້ຳຂອງ ແລະ ບັນດາລຳນ້ຳສາຂາ ຢູ່ເຂດແຂວງຄຳມ່ວນ ຍັງເພີ່ມຂຶ້ນ ແລະ ໄດ້ຖ້ວມຫຼາຍເຂດບ້ານ ໃນບາງເມືອງແລ້ວ ຂະນະທີ່ທາງການ ກໍແຈ້ງເຕືອນ ໃຫ້ເຝົ້າລະວັງ ຢ້ານນ້ຳຖ້ວມກະທັນຫັນ.
2024-09-17
ໂຮງງານ ຜະລິດແປ້ງມັນຕົ້ນ ຂອງຈີນ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຍັງສົ່ງຜົນກະທົບຕໍ່ ສິ່ງແວດລ້ອມ-ສັງຄົມ ຂະນະທີ່ທາງການລາວ ສັ່ງໃຫ້ໂຮງງານປັບປຸງແກ້ໄຂ ແຕ່ຍັງບໍ່ສຳເລັດເທື່ອ.
2024-09-16
ພະແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ດີເອັນເອສ ເຈແປນ ຄົບວົງຈອນ ຈໍາກັດຜູ້ດຽວ ເພື່ອໃຫ້ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ພັດທະນາໂຄງການປູກເຂົ້າ, ຜະລິດແນວພັນເຂົ້າ ແລະພັດທະນາກະສິກໍາຄົບວົງຈອນ ໃນເນື້ອທີ່ 150 ເຮັກຕ້າ ຢູ່ເຂດບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ.
2024-09-16
ເຖິງວ່າ ລະດັບນ້ຳໃນບາງບ່ອນ ທີ່ຖືກນ້ຳຖ້ວມ ເລີ່ມແຕ່ຕົ້ນເດືອນກັນຍານັ້ນ ຫລຸດລົງແດ່ແລ້ວ, ແຕ່ຊາວບ້ານທີ່ປະສົບໄພນໍ້າຖ້ວມ ຢູ່ນະຄອນຫລວງວຽງຈັນ ແລະ ຢູ່ແຂວງອື່ນໆ ກໍາລັງປະສົບກັບການຂາດແຄນອາຫານ ແລະ ນໍ້າດື່ມ ລວມເຖິງຍັງລໍຖ້າການຊ່ວຍເຫຼືອດ້ານອື່ນໆ.
2024-09-13
ມາຮອດປັດຈຸບັນຫຼາຍເຂື່ອນໃນລາວ ຍັງສືບຕໍ່ປ່ອຍນໍ້າອອກຈາກເຂື່ອນ ພາຍຫຼັງປະລິມານ ນໍ້າຝົນຈາກພະຍຸຫຼວງຫຼາຍ ເຮັດໃຫ້ເຂື່ອນຕ້ອງປ່ອຍນໍ້າເພື່ອປ້ອງກັນເຂື່ອນແຕກ ຈຶ່ງເຮັດໃຫ້ລະດັບນໍ້າຂອງເພີ່ມຢ່າງໄວວາແລ້ວຫຍື່ງຖ້ວມເຮືອນຊານຊາວບ້ານພາຍໃນ ແຂວງຫຼວງພະບາງທີ່ຕັ້ງຢູ່ໃນເຂດຕໍ່າ.
2024-09-13
ປະຊາຊົນໃນຫຼາຍແຂວງຂອງລາວ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເລີ່ມຕັ້ງແຕ່ ເດືອນສິງຫາ 2024 ທີ່ຜ່ານມາ ຍັງຕ້ອງການ ການຊ່ອຍເຫຼືອ ເຖິງແມ່ນວ່າ ຈະໄດ້ຮັບການຊ່ອຍເຫຼືອ ຈາກທາງການແດ່ແລ້ວ ແຕ່ກໍຍັງບໍ່ພຽງພໍ ຍ້ອນພວກເຂົາເຈົ້າ ຍັງເພິ່ງພາຕົນເອງບໍ່ໄດ້ ໂດຍສະເພາະ ຊາວບ້ານ ຢູ່ບ້ານຜາບ່ອງ ເມືອງຄອບ ແຂວງໄຊຍະບູລີ ທີ່ເຮືອນຊານເປ່ເພ ຊັບສິນ ແລະເຄື່ອງໃຊ້ສອຍຕ່າງໆ ຖືກຂີ້ຕົມທັບຖົມໃຊ້ການບໍ່ໄດ້ ແລະ ມາເຖິງປັດຈຸບັນ ຊາວແຂວງຫຼວງນໍ້າທາ ຈຳນວນຫຼາຍບ້ານກໍ່ຖືກຜົນກະທົບຈາກນໍ້າຖ້ວມເຊັ່ນກັນ ໃນວັນທີ 9 ເດືອນກັນຍາ ທີ່ຜ່ານມາ ສ້າງຄວາມເສຍຫາຍ ຕໍ່ປະຊາຊົນ ຢ່າງໜັກໜ່ວງ.