ຜູ້ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຍັງຕ້ອງລະວັງພະຍາດ ພາຍຫຼັງນ້ຳຫຼຸດລົງແລ້ວ
2024.09.17

ຊາວບ້ານ ຈາກແຂວງຫລວງນໍ້າທາ, ນະຄອນຫລວງວຽງຈັນ ແລະ ຫລວງພຣະບາງ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມໃຫຍ່ ຈໍານວນຫລາຍ ເປັນພະຍາດ ນໍ້າກັດຕີນແລ້ວ ແລະ ຍັງຕ້ອງການ ຢາປົວພະຍາດນີ້, ໂດຍສະເພາະ, ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ ພາຍຫລັງ ທີ່ປະຊາຊົນ ເອົາຕີນແຊ່ນໍ້າຫລາຍ.ຂະນະທີ່ ປັດຈຸບັນ ຜະແນກສາທາລະຍະສຸກແຂວງ ລະດົມ ໃຫ້ປະຊາຊົນ ເອົາຂີ້ເຫຍື້ອ ມາກອງຢູ່ແຄມທາງ ບໍ່ໃຫ້ເອົາໄປຖິ້ມລົງນໍ້າ ເພື່ອປ້ອງກັນ ພະຍາດທີ່ມາກັບນໍ້າຖ້ວມ ໃນອະນາຄົດ ຕື່ມນໍາດ້ວຍ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫລວງນໍ້າທາ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 17 ກັນຍານີ້ວ່າ:
“ຕີນມັນເປັນຫໍ້ ນີ້ເນາະ ຕີນເປື່ອຍ ເພາະເຂົາແຊ່ນໍ້າຫລາຍ ຈັກແມ່ນນໍ້າຫຍັງ ຕໍ່ນໍ້າຫຍັງ ແຕ່ໃນເບື້ອງຕົ້ນ ສາທາເຂົາເຮັດ ຣົນນະຣົງ ແບບວ່າ ຜ້າຫົ່ມຜ້າເຫລືອ ເຫລືອສິ່ງທີ່ມັນບໍ່ໄດ້ ໃຊ້ບໍ່ໄດ້ຫັ້ນນ່າ ໃຫ້ເອົາມາກອງຢູ່ແຄມທາງ ແລ້ວພວກເຮົາ ຈັດລົດອອກໄປ ເພື່ອເອົາໄປຖິ້ມຖືກຈຸດ ຄັນເຮົາ ບໍ່ແຈ້ງແນວນີ້ ບາງເທື່ອ ເຂົາເອົາໄປຖິ້ມໃສ່ ບ່ອນຈຸດທີ່ເຮົາບໍ່ເອົາຖິ້ມ ແລ້ວບໍ່ສາມາດເອົາໄດ້ ມື້ໜ້າມາ ມັນກໍຕັນຫ້ວຍ ຕັນຄອງ ມັນຊິມີ ພະຍາດອື່ນໆ ຕາມມາອີກ.”
ສະຖານະການ ປັດຈຸບັນ ຢູ່ແຂວງຫລວງນໍ້າທາ ລະດັບນໍ້າ ໄດ້ຫລຸດລົງ ແລະ ປະຊາຊົນ ກໍພາກັນ ກັບເຂົ້າ ເຮືອນໃຜເຮືອນລາວແລ້ວ, ໃນນັ້ນ ຈໍານວນນ່ຶງ ກໍພາກັນ ອະນາໄມເຮືອນ ພັດພົບວ່າ ຊັບສິນ ຂອງຕົນເອງເສັຍຫາຍ ແລະ ສູນຫາຍໄປກັບນໍ້າ, ບາງຄົນ ຍັງຕິດຢູ່ເຮືອນ ບໍ່ສາມາດ ອອກຈາກເຮືອນແລ້ວ ຈຶ່ງຍັງຕ້ອງການຄວາມຊ່ອຍເຫລືອ ຈາກພາກສ່ວນ, ໂດຍສະເພາະ, ເຄື່ອງນຸ່ງເຄື່ອງນອນ ເຄື່ອງໃຊ້ ໃນຄົວເຮືອນ ອາຫານ ນໍ້າດື່ມ ຈໍານວນຫລາຍ, ດັ່ງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ຜູ້ດຽວກັບ ຂ້າງເທິງທ່ານນັ້ນ ກ່າວວ່າ:
“ພວກເຮົາ ຕ້ອງການຄວາມຊ່ວຍເຫລືອຫລາຍ ເກືອບກ່ວາ 5,000 ກ່ວາຄອບຄົວຫັ້ນ ຢູ່ໃນຫັ້ນ ໃນຈໍານວນ 3,000 ກວ່າ ແຕ່ເຄື່ອງນຸ່ງ ເຄື່ອງນອນ ໝໍ້ແຫກ ແຕກກະໂປະ ຖ້ວຍບ່ວງ ຖ້ວຍຊາມ ໄຫລໄປນໍານໍ້າໝົດ ໝາຍຄວາມວ່າ ຜ້າຫົ່ມ ບາງເທື່ອຊັກບໍ່ໄດ້ເລີຍ ເພາະວ່າ ມັນເປັນນໍ້າຂີ້ຕົມໝົດ ຫລັງນໍ້າລົດຫັ້ນ ມີບາງເຮືອນ ຂີ້ຕົມຫັ້ນ ເປັນແມັດ ເພາະວ່າ ບາງຄົນຕິດຢູ່ເຮືອນ ບໍ່ໄດ້ກິນເຂົ້າເດ້ ເສື້ອທີ່ນຸ່ງມາ ກໍມີແຕ່ຂີ້ຕົມ ພວກເຮົາ ຍັງເອົານໍາໄປໃຫ້ ຢູ່ເດ້ ບໍ່ມີນໍ້າສະອາດ ໃຊ້ບາງຈຸດ.”
ຢູ່ເມືອງຫາກຊາຍຟອງ ນະຄອນຫລວງວຽງຈັນ ກໍມີປະຊາຊົນ ເປັນພະຍາດຕີນເປື່ອຍ ແລະ ຕ້ອງການຢາປົວພະຍາດ ລວມເຖິງ ເຂົ້າສານອາຫານແຫ້ງ ນໍາດ້ວຍ, ດັ່ງເຈົ້າໜ້າທີ່ຂັ້ນບ້ານ ນາງນຶ່ງ ກ່າວວ່າ:
“ການຊ່ວຍເຫລືອນີ້ ພວກເຮົາ ກໍຍັງຕ້ອງການ ຢູ່ເນາະ ເພາະວ່າ ນໍ້າແຫ້ງ ແຕ່ວ່າ ພວກເຮົາ ກໍຖືວ່າ ຕັດ ຕັດເສັ້ນທາງຢູ່ ນໍ້າຍັງອ້ອມບ້ານຢູ່ເນາະ, ໂດຍສະເພາະ, ກໍແມ່ນເລື້ອງອາຫານການກິນ ອຸປໂພກ-ບໍລິໂພກ ຫວ້ານຢາ ທີ່ມາບັນເທົາ ໃນເບື້ອງຕົ້ນ ສ່ວນຫລາຍ ພວກເຮົາ ເປັັນຕຸ່ມ ເປັນຕີນເປື່ອຍ ຕີນຫຍັງນີ້ ຕີນຫໍ ຕີນຫຍັງນີ້ ດຽວນີ້ ກະຊວງສາທາລະນະສຸກ ເພິ່ນກໍເອົາຢາ ມາໃຫ້ພວກເຮົາທາ.”
ຢູ່ແຂວງຫລວງພຣະບາງ, ໂດຍສະເພາະ, ເມືອງປາແຊງ ແລະ ເມືອງຊຽງເງິນ ກໍຍັງຕ້ອງການ ເຂົ້າສານອາຫານແຫ້ງ ນໍ້າດື່ມ ເຄື່ອງນຸ່ງຂອງຖື ແລະ ເຄື່ອງໃຊ້ ໃນຄົວເຮືອນ ຕື່ມຄືກັນ, ດັ່ງເຈົ້າໜ້າທີ່ ກູ້ໄພ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ເຮົາໄດ້ເອົາໂຕ ເຂົ້າສານອາຫານ ໃຫ້ເຂົາເຈົ້າກ່ອນ ສໍາລັບເຄື່ອງນຸ່ງ ຂອງຖືຫັ້ນ ເຮົາກໍມີໜ້ອຍນຶ່ງ ໂຕເປັນຕົ້ນ ແມ່ນເຄື່ອງຄົວເຮືອນແດ່ ເຮົາກໍຢາກໄດ້ ຄືກັນ ຂອງເຮົານີ້ ມັນເປັນນໍ້າຂອງ ນໍ້າຄານຍື່ງຂຶ້ນເນາະ ຢູ່ຕາມແຂວງນີ້ ກໍປະມານ 91 ຄອບຄົວ ເຮົາໄດ້ເອົາອາຫານແຫ້ງ ໄປແຈກຍາຍ ເຂົ້າເຈົ້າຫັ້ນນ່າ.”
ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ຢູ່ແຂວງຫລວງພຣະບາງ ຍັງເປັນພະຍາດຕີນເປື່ອຍ ນໍາດ້ວຍ ແລະ ຢາປົວພະຍາດນີ້ ບໍ່ພຽງພໍ, ດັ່ງເຈົ້າໜ້າທີ່ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ມີແຕ່ ຕີນເປື່ອຍ ກໍແມ່ນຢາ ທ່າຕຸ່ມ ທາຫຍັງ ທໍາມະດາ ຕີນຫອກຕີນຫໍ ທໍາມະດາ ເຮົານີ້ ຢາກຂາດ ກໍຍາໂຕນີ້ນ່າ ສັ່ງຊື້ ຢູ່ນໍາບໍລິສັດ ກໍບໍ່ຢາກຄ່ອຍມີຫັ້ນນ່າ ດຽວນີ້ ແຮ່ງຮ້າຍເຂົາເຈົ້າ ເອົາໄປທາງຫລວງໜອງທາໝົດ ເຮົາກໍບອກເຂົາເຈົ້່າ ເວລາລົງນໍ້າ ລົງຕົມ ກໍໃສ່ເກີບໂບກ ຖ້າວ່າ ເຈັບເປັນ ກໍໃຫ້ນໍາໃຊ້ ບໍລິການ ຢູ່ໂຮງໝໍນ້ອຍ.”
ທ່ານກ່າວມ້ວນທ້າຍວ່າ ຫລັງນໍ້າບົກແຫ້ງ ໃນແຕ່ລະບ່ອນ ໄປປະມານ 1-2 ອາທິດ ຈະຕ້ອງໄດ້ຕິດຕາມພະຍາດ ທີ່ມາກັບນໍ້າຖ້ວມຕື່ມ, ໂດຍສະເພາະ, ພະຍາຍາດໄຂ້ຍຸງລາຍ ເນື່ອງຈາກວ່າ ແຕ່ລະບ່ອນ ທີ່ເກີດນໍ້າຖ້ວມ ຈະມີການເກີດ ນໍ້າຂັງ ເຮັດໃຫ້ເປັນແຫລ່ງ ເພາະພັນຍຸງລາຍ, ແລະພະຍາດຖອກທ້ອງ ຍ້ອນປະຊາຊົນຈໍານວນນຶ່ງ ບໍ່ສາມາດ ເຂົ້າເຖິງແຫລ່ງນໍ້າສະອາດ ເພື່ອອຸປໂພກ ແລະ ບໍລິໂພກ ໄດ້ທັນທີ ຫລັງນໍ້າບົກແຫ້ງ.