ເຣື້ອງທີ່ເກັບບັນທຶກໄວ້
2024-10-05
ສໍາພາດ ສະມາຊິກຄອບຄົວ ຜູ້ຖືກເຄາະຮ້າຍ ຈາກໄພນໍ້າຖ້ວມ ຢູ່ເມືອງ ແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງຄວາມເສຍຫາຍຕ່າງໆ ຂອງປະຊາຊົນ.
2024-10-04
ການຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຂອງທາງການລາວ ຍັງເປັນໄປຢ່າງຊັກຊ້າ ຍ້ອນມີອຸປະສັກຫຼາຍຢ່າງ ເຮັດໃຫ້ບໍ່ທັນສາມາດ ຊ່ອຍເຫຼືອພໍ່ແມ່ປະຊາຊົນຫຼາຍ ນອກຈາກ ການແຈກຍາຍເຄື່ອງບໍລິຈາກ ຂະນະທີ່ ການສ້ອມແປງທີ່ຢູ່ອາໄສ ຜູ້ທີ່ໄດ້ຮັບຜົນກະທົບ ຈໍາເປັນ ຕ້ອງໄດ້ຊ່ອຍເຫຼືອໂຕເອງ.
2024-10-03
ຊາວບ້ານຈໍານວນນຶ່ງ ຢູ່ເມືອງຄໍາເກີດແຂວງບໍລິຄໍາໄຊ ກຽມບຸກມ້າງແຄ້ມຄົນງານຂອງບໍລິສັດ ຂຸດຄົ້ນແຮ່ທາດແຫ່ງນຶ່ງ ທີ່ຈະມາແຕະຕ້ອງດິນຂອງເຂົາເຈົ້າ ແລະ ເກີດມີປາກສຽງກັນ ຈົນເຈົ້າໜ້າທີ່ເຂົ້າມາຫ້າມ.
2024-10-02
ເຖິງວ່າເນື້ອທີ່ປ່າໄມ້ ຈະເພີ່ມຂຶ້ນ ແຕ່ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພະລັງງນ ເພື່ອສ້າງໂຄງລ່າງພື້ນຖານ, ການບຸກລຸກນໍາໃຊ້ເຂົ້າໃນການຜະລິດກະສິກຳ ເປັນສິນຄ້າຍັງເປັນຄວາມທ້າທາຍ ຕໍ່ການປົກປັກຮັກສາປ່າໄມ້.
2024-10-02
ຜູ້ປະກອບການຂັບລົດຂົນສົ່ງສິນຄ້າ ລະຫວ່າງລາວ ແລະ ຈີນ ໄດ້ຮັບຜົນກະທົບຕື່ມອີກ ຍ້ອນວ່າ ເກີດດິນເຈື່ອນທັບເສັ້ນທາງ ຈາກເຂດບ້ານນາເຕີຍ ຜ່ານບໍ່ເຕັນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເພື່ອໄປດ່ານສາກົນບໍ່ເຕັນ-ບໍ່ຫານ.
2024-10-02
ແຂວງເຊກອງ ມີແຜນຈະໂຍກຍ້າຍຊາວບ້ານ 5 ບ້ານ ຢູ່ເມືອງກະລຶມ ເພື່ອຫລີກທາງໃຫ້ ການພັດທະນາໂຄງການ ເຂື່ອນໄຟຟ້າ ເຊກອງ ຈໍານວນ 2 ແຫ່ງ ເຊິ່ງມີກໍານົດການ ຈະກໍ່ສ້າງ ພາຍໃນປີ 2025 ນີ້.
2024-10-01
ຫລາຍບ້ານ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຍັງບໍ່ສາມາດໃຊ້ນໍ້າປະປາ ໄດ້ຕາມປົກກະຕິ ພາຍຫລັງໄດ້ຮັບຜົນກະທົບ ໄພພິບັດນ້ໍາຖ້ວມ ຢ່າງໜັກ ນັບແຕ່ມື້ວັນທີ 9 ກັນຍາ 2024 ຈົນມາຮອດປັດຈຸບັນ ຍ້ອນມີຕະກອນ ແລະ ມີໃບໄມ້ ໃນນໍ້າປະປາ.
2024-09-30
ນ້ຳຖ້ວມເນື້ອທີ່ນາ 98 ເຮັກຕ້າຣ໌ ຂອງປະຊາຊົນບ້ານນາສັກ ແລະ ບ້ານນາປາຝາ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ຈຳນວນ 401 ຄອບຄົວ ເຊິ່ງຜູ້ທີ່ຖືກຜົນກະທົບ ຂໍໃຫ້ຂັ້ນເທິງ ຊ່ວຍເຂົ້າກິນ ເພື່ອບັນເທົາທຸກ ແລະຊ່ວຍແຈກຈ່າຍ ແນວພັນເຂົ້າປູກ ເພື່ອຟື້ນຟູຜົນເສັຍຫາຍ.
2024-09-28
ເຫດການໄພນໍ້າຖ້ວມ ຢູ່ປະເທດລາວ ເຊິ່ງມີປະຊາຊົນໃນຫຼາຍແຂວງ ໄດ້ຮັບຄວາມເສຍຫາຍນັ້ນ ຍັງຕ້ອງການ ການຊ່ອຍເຫຼືອອີກຢູ່ ເປັນຕົ້ນ ເຄື່ອງນຸ່ງຫົ່ມ ອາຫານ ຢາປ້ອງກັນພະຍາດ ແລະ ບ່ອນຢູ່ອາໃສຂອງຫຼາຍຄອບຄົວ ທີ່ເຮືອນຖືກນໍ້າພັດໄປ.
2024-09-27
ຊາວບ້ານຈໍານວນໜຶ່ງ ໃນແຂວງເຊກອງ ແລະແຂວງອັດຕະປືທີ່ສູນເສັຍດິນ ກະສິກໍາໃຫ້ກັບການພັດທະນາໂຄງການພະລັງງານລົມ ມອນຊູນ (Monsoon Wind Power) ຢາກໃຫ້ບໍລິສັດຜູ້ລົງທຶນ ແລະພາກສ່ວນທີ່ກ່ຽວຂ້ອງ ມີການປະເມີນຄືນ.
2024-09-26
ນາຍົກລັດຖະມົນຕີລາວ ໄດ້ອອກຄໍາສັ່ງ ວ່າດ້ວຍມາດຕະການແກ້ໄຂສຸກເສີນ ແລະຟື້ນຟູຜົນກະທົບ ຈາກໄພນໍ້າຖ້ວມ ປີ 2024 ແລະແຜນຮັບມືໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ ລົງວັນທີ 23 ກັນຍາ 2024, ເຊິ່ງຄໍາສັ່ງດັ່ງກ່າວ ໄດ້ເນັ້ນໃຫ້ຫຼາຍພາກສ່ວນ ເລັ່ງແກ້ໄຂຟື້ນຟູ ແລະຊ່ອຍເຫຼືອຊາວບ້ານທີ່ຖືກຜົນກະທົບ.
2024-09-25
ນໍ້າຖ້ວມ ເມືອງຊໍາເໜືອ ແຂວງຫົວພັນ ໃນວັນທີ 22 ກັນຍາ ໄດ້ສ້າງຄວາມເສັຍຫາຍໃຫ້ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ ຫຼາຍ້ານ ສ່ວນຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ຍັງລໍຖ້າການຊ່ວຍເຫຼືອ ໃນຫຼາຍດ້ານ ເນື່ອງສູນເສັຍໄປກັບນ້ຳເກືອບທັງໝົດ.
2024-09-24
ຍັງມີຊາວບ້ານ ຮ່ວມກັບຊາວຕ່າງປະເທດ ຈຳນວນໜຶ່ງ ພາກັນໄປລັກລອບ ຂຸດເອົາຄຳ ໃນເຂດສະຫງວນ ທີ່ເມືອງຊຳເໜືອ ແຂວງຫົວພັນ, ແຕ່ຫຼ້າສຸດນີ້ ອຳນາດການປົກຄອງເມືອງ ກໍໄດ້ແຈ້ງການ ໃຫ້ຢຸດເຊົາແລ້ວ, ຖ້າຜູ້ໃດລະເມີດ ແມ່ນຈະດຳເນີນຄະດີ ຕາມກົດໝາຍ.
2024-09-24
ນໍ້າຖ້ວມແຂວງຫລວງນໍ້າທາ ເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບ ປະມານ 40,000 ຄົນ ໃນນັ້ນ 2,700 ຄົນ ຂາດທີ່ຢູ່ອາໄສ, ເສັຍຊີວິດ 2 ຄົນ ແລະ ເຮືອນຂອງປະຊາຊົນປະມານ 100 ຫຼັງ ຖືກນໍ້າພັດເສັຍຫາຍ.
2024-09-23
ລະດັບນໍ້າຊໍາ ເພີ່ມຂຶ້ນຢ່າງໄວວາ ໄຫລເຂົ້າ 10 ບ້ານ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ເຮັດໃຫ້ບ້ານເຮືອນ, ທົ່ງນາ ແລະ ໜອງປາ ຖືກນ້ຳຖ້ວມ ໃນມື້ວັນທີ 22 ກັນຍາ 2024 ທີ່ຜ່ານມາ ຂະນະທີ່ການຊ່ວຍເຫລືອ ຍັງລ່າຊ້າ.