ນໍ້າຖ້ວມໜັກຢູ່ 12 ບ້ານ ເມືອງຊໍາເໜືອ ຂະນະທີ່ຊາວບ້ານລໍການຊ່ວຍເຫຼືອ
2024.09.25

ນໍ້າຖ້ວມ 12 ບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ໃນວັນທີ 22 ກັນຍາ ໄດ້ສ້າງຄວາມເສັຍຫາຍໃຫ້ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ ສ່ວນວ່າຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ຍັງລໍຖ້າການຊ່ວຍເຫຼືອ.
ເຈົ້າໜ້າທີ່ຜູ້ເກັບກໍາຂໍ້ມູນ ຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫົວພັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 25 ກັນຍາ ວ່າ:
“ບ້ານທີ່ຖືກນໍ້າຖ້ວມ ນໍ້າຂັງໄຫຼເຊາະເຮືອນຫັ້ນມີຢູ່ 12 ບ້ານ ໃນເຂດເທດສະບານ ຖ້ວມໄຮ່ນາ ຕາກ້າແມ່ນຫຍັງຫຼາຍເນາະ ກໍາລັງໃຫ້ພະນັກງານໄປເກັບກໍາຂໍ້ມູນ ສັງກະສີ ກໍມີຄວາມຕ້ອງການ ເພາະວ່າ ເຮືອນນີ້ ສ່ວນຫຼາຍຈະເປັນເຮືອນຄົວຂະເຈົ້າເນາະ ທີ່ວ່າໄຫຼຊຸ ຫັ້ນນ່າ ແຕ່ວ່າ ເຮືອນທີ່ໄຫຼໝົດຫຼັງແທ້ໆ ຫັ້ນກໍມີຢູ່ 4-5 ຫຼັງຄາເຮືອນເນາະ.”
ເຫດການດັ່ງກ່າວ ເກີດຂຶ້ນແບບໄວວາ ແລະ ຮຸນແຮງ ສົ່ງຜົນເຮັດໃຫ້ບ້ານເຮືອນ, ເຄື່ຶອງຂອງ ແລະ ພື້ນທີ່ເຮັດກະສິກໍາຂອງປະຊາຊົນ ເສັຍຫາຍຈໍານວນຫຼາຍ.
ຈາກການປະເມີນເບື້ອງຕົ້ນ ມີຜູ້ໄດ້ຮັບຜົນກະທົບຈໍານວນຫຼາຍ ສູນເສັຍທີ່ຢູ່ອາໄສ ເຄື່ອງຂອງສ່ວນໂຕ ແລະ ບໍ່ມີເຄື່ອງນຸ່ງຫົ່ມ.
ເຈົ້າໜ້າທີ່ ຜູ້ທີ່ລົງຊ່ວຍເຫຼືອປະຊາຊົນໃນໄລຍະທໍາອິດ ໄດ້ກ່າວວ່າຕໍ່ເອເຊັຽເສຣີ ໃນວັນທີ 25 ກັນຍາ ວ່າ:
“ມັນກໍບໍ່ຄ່ອຍມີຈັກເທື່ອເນາະ ເທດສະບານເມືອງຊໍາເໜືອ. ໂອ້ ມັນກໍຜົນເສັຍຫາຍຫຼາຍໄດ໋ ນາ ຈະເປັນເຮືອນ ໂອ້ຍ ເຄື່ອງຂອງມັນນໍ້າຖ້ວມ, ເປື້ອນ, ເສັຍຫາຍຫຼາຍ ມີບາງຄອບຄົວນີ້ມັນ ກໍມັນໝົດເລີຍນ່າ ມັນບໍ່ໄດ້ມີຫຍັງເລີຍນ່າ ບໍ່ວ່າຈະເປັນຂອງໃຊ້ ເປັນເຂົ້າ ເປັນສັງກະສີ ທຸກຢ່າງຫັ້ນນ່າ ມັນບໍ່ມີ ມັນທຸກຢ່າງຫັ້ນແຫຼະ ເພາະວ່າ ປະຊາຊົນໃນບາງຄອບຄົວມັນແຕກຕ່າງກັນ ໃນບາງຄອບຄົວ ມັນບໍ່ມີຮອດຜ້າຫົ່ມ ແຕ່ຜ້າປູຫັ້ນ ກໍບໍ່ມີ.”
ທ່ານ ກ່າວຕື່ມວ່າ ເນື່ອງຈາກພື້ນທີ່ການກະເສດ ຂອງພໍ່ແມ່ປະຊາຊົນ ຈໍານວນຫລວງຫຼາຍ ແມ່ນຖືກນໍ້າຖ້ວມ ຈຶ່ງເຮັດໃຫ້ສິນຄ້າປະເພດຜັກບາງປະເພດ ຂຶ້ນຈາກ 10,000 ກີບ ມາເປັນ 12,000 ກີບ ແລະ ເນື້ອສັດບາງຊະນະ ມີຈໍານວນຫຼຸດລົງ ຊອກຊື້ຍາກ ສ່ວນວ່າ ສິນຄ້າທີ່ນໍາເຂົ້າມາຈາກປະເທດໄທ ແລະ ຫວຽດນາມ ກໍມີລາຄາສູງຂຶ້ນເຊັ່ນດຽວກັນ.
ປະຊາຊົນສ່ວນຫຼາຍ ເປັນຜູ້ທຸກຍາກ ແລະ ໃນເວລາທີ່ເຂົາເຈົ້າໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມອີກ ກໍເຮັດໃຫ້ພວກເຂົາເຈົ້າແຮ່ງທຸກຫຼາຍກ່ອນເກົ່າ ຂະນະທີ່ ສິນຄ້າອຸປະໂພກ-ບໍລິໂພກ ທີ່ມີລາຄາແພງຂຶ້ນຢູແລ້ວ ພັດລາຄາຍິ່ງແພງຂຶ້ນ ຍ້ອນຕະຫຼາດ ແລະ ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ພາຍໃນເຂດເທດສະບານ ເມືອງຊໍາເໜືອ ກໍໄດ້ຮັບຜົນກະທົບເຊັ່ນກັນ.
ຊາວບ້ານ ທີ່ໄດ້ຮັບຜົນກະທົບໂດຍກົງ ຢູ່ບ້ານນາລີວ ເມືອງຊໍາເໜືອ ແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວວ່າ:
“ຖືວ່າເຄື່ອງນີ້ກໍ ປົກກະຕິ ກໍແພງຢູ່ແລ້ວເນາະ ມາຖືກຊ້ວງນໍ້າຖ້ວມສີ້ ກໍບາງອັນ ກໍຖືວ່າ ປົກກະຕິ ຢູ່ ເກນປົກກະຕິ ລາຄານີ້ນ່າ ບໍ່ທັນເກີດນໍ້າຖ້ວມຫັ້ນ. ລາຄາກໍຂ້ອນຂ້າງແພງໝົດ ຫັ້ນແຫຼະ ບາງອັນ ກໍຂຶ້ນເນາະ ບາງອັນກໍລາຄາປົກກະຕິຢູ່ຫັ້ນນ່າເນາະ ແຕ່່ສ່ວນຫຼາຍສ່ວນຫຼາຍກໍເປັນເຄື່ອງນໍາເຂົ້າໝົດຫັ້ນນ່າ 100% ມາຈາກຫວຽດນາມແລ້ວ ກໍໄທເນາະ ເຄື່ອງພາຍໃນເຮົາກໍເປັນພືດຜັກອາຫານປູປາ ແບບນີ້ເນາະ.
ມັນຄ່ອຍຂຶ້ນ ຄ່ອຍຂະຫຍັບໂຕຂຶ້ນນ່າ ບາງອັນກໍຢູ່ລາເກົ່າຂອງຂະເຈົ້າ.”
ກ່ຽວກັບເລື່ອງນີ້ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫົວພັນ ໄດ້ອອກປະຊາສໍາພັນ ຫ້າມຊາວຄ້າຂາຍ ກັກຕຸນສິນຄ້າ ແລະ ເກນຄາຄາເກີນຄວາມເປັນຈິງ ທ່າມກາງວິກິດ ໄພພິບັດນໍ້າຖ້ວມຢ່າງຮຸນແຮງ.
ຫຼ້າສຸດນີ້, ນັບແຕ່ວັນທີ 24 ກັນຍາ ລະດັບນໍ້າໄດ້ຫຼຸດລົງ ເຫຼືອໄວ້ແຕ່ຄວາມເສັຍຫາຍ ພໍ່ແມ່ປະຊາຊົນ ຈໍາເປັນຕ້ອງໄດ້ຊ່ອຍກັນເກັບກູ້ ແລະ ອະນາໄມສິ່ງເສດເຫຼືອ ແຕ່ກໍຍັງມີຫຼາຍຄອບຄົວ ທີ່ຍັງຂາດນໍ້າດື່ມ-ນໍ້າໃຊ້ ແລະ ອາຫານ.
ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຢູ່ບ້ານນາລີວ ອີກຄົນນຶ່ງ ໄດ້ກ່າວວ່າ:
“ຫຼາຍເຕີບຫຼາຍຄອບຄົວ ເຮືອນປ້າຫັ້ນ ຫຼັງນຶ່ງໄຫຼໄປແລ້ວ ຍັງແຕ່ຫຼັງນຶ່ງ ເຮືອນປ້າຫັ້ນ ກໍເປ່ເພ່ໝົດແລ້ວ ດຽວນີ້ ກໍ ກໍແພງຫັ້ນແຫຼະ ກໍຂາດແຕ່ເຄືອງນຸ່ງຫັ້ນແຫຼະ. ນໍ້າດື່ມບໍ່ມີ ບໍ່ໝີນໍ້າກັບອັນ ເຂົ້າກໍບໍ່ມີ ເຄື່ອງນຸ່ງ ກໍບໍ່ມີ ຜ້າຫົ່ມກໍບໍ່ມີ.”
ແຕ່ວັນທີ 21-22 ກັນຍາ 2024 ຢູ່ເມືອງຊໍາເໜືອ ແຂວງຫົວພັນ ມີຝົກຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ແມ່ນໍ້າຫຼາຍສາຍ ນອງຂຶ້ນຢ່າງກະທັນຫັນ ສົ່ງຜົນໃຫ້ບ້ານເຮືອນ, ຖະໜົນຫົນທາງ ແລະ ໄຮ່ນາຮົ້ວສວນຂອງປະຊາຊົນ ໃນຂອບເຂດເທດສະບານເມືອງຊໍາເໜືອ ແຂວງຫົວພັນ ຖືກນໍ້າຖ້ວມກະທັນຫັນ.
ບ້ານທີ່ໄດເຮັບຜົນກະທົບ ຫຼາຍກ່ອນໝູ່ ປະກອບມີ ບ້ານນາລີວ, ບ້ານນາ, ສະກາງ, ບ້ານມີສຸກ, ບ້ານນາທຸຈອງ, ບ້ານຊໍາເໜືອ, ບ້ານນາໜອງບົວ ແລະ ບ້ານປຸ່ງ ໃນຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງ ກໍາລັງຢູ່ລະຫວ່າງເກັບກໍາຂໍ້ມູນ.
ອີງຕາມ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ນັບແຕ່ມື້ວັນທີ 18 ກໍລະກົດ ຫາ ວັນທີ 24 ກັນຍາ ປະເທດລາວ ໄດ້ຮັບຜົນກະທົບຈາກພະຍຸ 4 ຫົວ ສົ່ງຜົນກະທົບ 15 ແຂວງ, ມີປະຊາຊົນ 200,000 ປາຍຄົນ ໄດ້ຮັບຜົນກະທົບ, ມີຄົນເສັຍຊີວິດ 10 ຄົນ, ສູນຫາຍ 2 ຄົນ.
ເຮືອນປະຊາຊົນໄດ້ຮັບຄວາມເສັຍຫາຍເກືອບ 1,000 ຫຼັງ ໃນນັ້ນ 100 ປາຍ ຫຼັງເສັຍຫາຍ 100 ເປີເຊັນ, ເນື້ອທີ່ຜະລິດກະສິກໍາເສັຍຫາຍເກືອບ 30,000 ເຮັກຕ້າ, ຊົນລະປະທານ 100 ປາຍແຫ່ງ, ໜອງປາເກືອບ 700 ໜອງ, ສັກປີກຕາຍປະມານ 10,000 ໂຕ, ເສັນທາງ 270 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນເກືອບ 80 ຫຼັງ, ໂຮງໝໍແຂວງ 1 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 300 ເສົາ, ລະບົບນໍ້າປະປາ 6 ຈຸດ.
ນອກນີ້, ຍັງມີລະບົບໂທລະຄົມ, ອາຄານສໍານັກງານຫ້ອງການຂອງລັດ-ເອກະຊົນ, ຮ້ານຄ້າ, ໂຮງງານ, ຕະຫຼາດ ແລະ ພາຫະນະ ກໍ່ໄດ້ຮັບຜົນກະທົບ ຫລາຍສົມຄວນ, ຄາດຄະເນມູນຄ່າຜົນເສັຍຫາຍເບື້ອງຕົ້ນປະມານ 700 ຕື້ກວ່າກີບ ໃນນັ້ນ ແຂວງໄດ້ຮັບຜົນກະທົບ ຫລາຍກວ່າໝູ່ເເມ່ນ ເເຂວງຫຼວງນໍ້າທາ ເເລະ ນະຄອນຫຼວງວຽງຈັນ.