ຊາວເມືອງຊຳເໜືອ ປະເຊີນກັບໄພນ້ຳຖ້ວມ

ພອນ ພູມມີທອນ
2024.09.23
ຊາວເມືອງຊຳເໜືອ ປະເຊີນກັບໄພນ້ຳຖ້ວມ ສະພາບນ້ຳທີ່ກຳລັງຂຶ້ນສູງ ແລະໄຫຼເຂົ້າຖ້ວມຫຼາຍພື້ນ ໃນວັນທີ 22 ກັນຍາ 2024.
ຮູບພາບຈາກວິດີໂອ ໂທລະພາບແຂວງຫົວພັນ

ເນື່ອງຈາກຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ລະດັບນ້ໍາຊໍາ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເພີ້ມຂຶ້ນຢ່າງໄວວາ ແລະ ເຂົ້າຖ້ວມບ້ານເຮືອນ ທົ່ງນາ ແລະ ໜອງປາປະຊາຊົນ ໃນມື້ວັນທີ 22 ກັນຍາ 2024 ທີ່ຜ່ານມາ ເຮັດໃຫ້ປະຊາຊົນ ໃນຫລາຍບ້ານໄດ້ຮັບຜົນກະທົບ ຫລາຍຄອບຄົວ ເກັບເຄື່ອງຂອງບໍ່ທັນ.

ປັດຈຸບັນຊາວບ້ານສ່ວນນຶ່ງ ໄດ້ຫນີນ້ໍາຖ້ວມ ໄປອາໄສຢູ່ ໂຮງໜໍ ໃນຕົວເມືອງຊົ່ວຄາວ ໂດຍມີທັງຄົນແກ່ ເດັກນ້ອຍ ແລະ ແມ່ມານ ທີ່ຕ້ອງອຶດເຂົ້າ ໃນຄືນທີ່ຜ່ານມາ, ເຖິງແມ່ນວ່າ ນ້ໍາຈະຫລຸດລົງແລ້ວ ແຕ່ປະຊາຊົນ ຊາວບ້ານ ກໍຍັງ ບໍ່ໄດ້ຮັບຄວາມຊ່ວຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ດັ່ງ ຊາວບ້ານ ຢູ່ບ້ານມີສຸກ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 23 ກັນຍາ 2024 ນີ້ວ່າ:

ດຽວນີ້ ນ້ໍາລົງແລ້ວ ແຕ່ວ່າ ຝົນຍັງຕົກເລື້ອຍໆ ແລ້ວກໍເຮືອນປະຊາຊົນກໍເພເບິດ ໄດ້ແຕ່ໄປອາໄສໂຮງໜໍຕຶກໃໝ່ຢູ່ ຊໍານ້ໍາຝົນຊື່ໆ ຫັ້ນແຫລະ ແຕ່ວ່າຖ້ວມເບິດ ເຮືອນບາງຄົນກໍໄຫລເບິດ ເລີ້ມພາກັນມ້ຽນເກັບ ເຂົ້າຂອງແລ້ວ ແຕ່ວ່າ ຍັງບໍ່ສາມາດມ້ຽນໄດ້ ຕົມມັນຫລາຍໂພດ ເຂົາຕັດນ້ໍາຕັດໄເບິດ ເຂົ້າກິນຍັງບໍ່ມີນີ່ນ່າ ຍັງໆ ຍັງບໍ່ເຫັນພາກສ່ວນໃດລົງມາຊ່ວຍເຫລືອ ຍັງຊ່ວຍເຫລືອກັນເອງດຽວນີ້ນ່າ.

ຊາວບ້ານນາງນີ້ ກ່າວຕື່ມວ່າ ສິ່ງຂອງທີ່ຈໍາເປັນ ທີ່ຊາວບ້ານຕ້ອງການ ໃນຍາມນີ້ແມ່ນ ເປັນອາຫານແຫ້ງທີ່ພ້ອມກິນ ເປັນຕົ້ນ ຂະໜົມປັງ ອາຫານກະປ່ອງ ຫລື ເຂົ້າກ່ອງ ແລະ ເນື່ອງຈາກຝົນຍັງຕົກຢູ່ເລື້ອຍໆ ເຮັດໃຫ້ອາກາດໜາວ ຊາວບ້ານກໍຕ້ອງການເຄື່ອງນຸ່ງ ແລະ ຜ້າຫົ່ມຄືກັນ ສໍາລັບເດັກນ້ອຍກໍຕ້ອງການ ແພມເພີສ ແລະ ນົມຜົງນໍາ. 

ໄລຍະ ລະດູຝົນຂອງທຸກປີ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ຈະເກີດນ້ໍາຖ້ວມຢູ່ແລ້ວ ແຕ່ກໍບໍ່ໄດ້ໜັກເທົ່າຄັ້ງນີ້ ຍ້ອນທຸກປີ ຊາວບ້ານ ຈະເກັບຍ້າຍເຄື່ອງຂອງໄດ້ທັນ ແລະລົດ ຍັງພໍສັນຈອນໄປໄດ້ ແຕ່ໃນປີນີ້ ຍ້ອນນໍ້າຊໍາຂຶ້ນຢ່າງກະທັນຫັນ ໃນໄລຍະປະມານ 9 ໂມງ ຫາ 10 ໂມງເຊົ້າ ເມື່ອຮອດປະມານ 12 ໂມງ ລະດັບນ້ໍາກໍສູງຂຶ້ນ ຈົນເກືອບຮອດຊັ້ນ 2 ແລ້ວ ເຮັດໃຫ້ຊາວບ້ານຫລາຍຄອບຄົວ ໂດຍສະເພາະ ຊາວບ້ານທີ່ຢູ່ລຽບນໍ້າຊໍາ ບໍ່ສາມາດຍ້າຍເຄື່ອງຂອງໄດ້ທັນ ເຮັດໃຫ້ບ້ານເຮືອນ ທຸລະກິດ ແລະ ເຂົ້າຂອງເສັຍຫາຍ ຫລາຍເຕີບ.

ປັດຈຸບັນ ຊາວບ້ານ ເລີ້ມເກັບມ້ຽນ ທຳຄວາມສະອາດບ້ານເຮືອນແລ້ວ ແຕ່ ບາງສ່ວນກໍຍັງເຮັດບໍ່ໄດ້ ຍ້ອນຕ້ອງໄດ້ລໍຖ້າໃຫ້ນໍ້າປະປາ ແລະ ໄຟຟ້າ ຍັງຖືກຕັດ ຂະນະທີ່ການຊ່ວຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ ກໍຍັງລ່າຊ້າ ດັ່ງ ຜູ້ປະກອບການເຮືອນພັກ ຢູ່ບ້ານພັນໄຊ ເມືອງຊໍາເໜືອ ແຂວງຫົວພັນ ນາງນຶ່ງກ່າວວ່າ:

ມັນຂຶ້ນ 9 ໂມງ 10 ໂມງ ແລ້ວຮອດ 11-12 ກໍຮອດຊັ້ນ 2 ເລີຍ ເຄື່ອງຂອງເກັບບໍ່ທັນ ໃນໂຮງແຮມ ກໍ ເສັຍເບິດ ລິຟ ແມ່ນເສັຍເລີຍ ລິຟ ຫັ້ນນ່າ ບໍ່ທັນຕັດໄຟ ຊ໊ອດເລີຍ ປີນີ້ບາດມັນມາເລີຍ ລຸດກໍເຂົ້າບໍ່ໄດ້ເລີຍ ບໍ່ມີ ບໍ່ມີຜູ້ໃດ ຕອນນີ້ມີແຕ່ ຍາດພີ່ນ້ອງມາ ອະນາມັຍ ມາໂກຂີ້ຕົມ ມາລ້າງ ແຕ່ວ່າ ໄຟຟ້າເຂົາກໍຕັດ ນ້ໍາເຂົາກໍຕັດ ບໍ່ໄດ້ເຮັດ ຍັງເຝົ້າຢູ່. 

ນ້ໍາຖ້ວມເທື່ອນີ້ ຫລາຍບ້ານໄດ້ຮັບຜົນກະທົບ ເປັນຕົ້ນ ບ້ານນາລີວ ບ້ານມີສຸກ ບ້ານພັນໄຊ ແລະ ບ້ານນາສະກາງ ໂດຍ ບ້ານນາລີວ ໄດ້ຮັບຜົນກະທົບ ຫລາຍກວ່າບ້ານອື່ນໆ ດັ່ງເຈົ້າຂອງຮ້ານອາຫານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ອີກນາງນຶ່ງກ່າວວ່າ:

ເທື່ອນີ້ແຮງ ໜອງປາ ທຸ່ງນາ ປະຊາຊົນເນາະ ຢູ່ແຖວນີ້ເສັຍຫາຍຫລາຍໆ ຖ້ວມຫລາຍໆ ບ້ານ ບ້ານພັນໄຊ ບ້ານມີສຸກ ແລ້ວກໍ ບ້ານນາລີວ ບ້ານສະກາງ ມີຫລາຍບ້ານຢູ່ຖ້ວມໜັກ ບ້ານນາລີວ ໜັກສຸດ ບາງຄອບຄົວນີ້ບໍ່ທັນ ໄດ້ເອົາເຄື່ອງເອົາຂອງຫຍັງຫັ້ນນ່າ ໂດຍເລີ້ມມ້ຽນເຄື່ອງມ້ຽນຂອງເນາະ ລ້າງເຮືອນລ້າງຊານ ນີ່ແຫລະ.” 

ສ່ວນເລື້ອງການຊ່ວຍເຫລືອນັ້ນ ໃນປັດຈຸບັນເຈົ້າໜ້າທີ່ ຈາກພາກສ່ວນທີ່ກ່ຽວຂ້ອງ ກໍາລັງລົງເກັບກໍາຂໍ້ມູນ ຄວາມເສັຍຫາຍທີ່ເກີດຂຶ້ນຢູ່ ຈຶ່ງບໍ່ສາມາດ ໃຫ້ລາຍລະອຽດຫລາຍໄປກວ່ານີ້ໄດ້ ແຕ່ກໍຍືນຍັນວ່ານ້ໍາຖ້ວມ ໃນເຂດເທດສະບານ ເມືອງຊໍາເໜືອ ຄັ້ງນີ້ຖືວ່າ ຮຸນແຮງກວ່າທຸກຄັ້ງ ທີ່ຜ່ານມາ. ດັ່ງ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຊໍາເໜືອ ແຂວງຫົວພັນ ທ່ານນຶ່ງ ກ່າວວ່າ:

ນ້ໍາລົດແລ້ວ ມີເສັຍຫາຍເຄື່ອງຂອງ ເຮືອນຊອກເຮືອນຊານ ປົກກະຕິມັນກໍຖ້ວມ ແຕ່ວ່າ ມັນບໍ່ໜັກຫນ່ວງ ຊໍາເທື່ອນີ້ ແລ້ວຜ່ານມາ ມັນຊື່ນນ້ອຍເນາະ ແຕ່ວ່າເທື່ອນີ້ ເປັນຮ້າຍແຮງທີ່ສຸດຫັ້ນນ່າ ທິມງານຍັງລົງເກັບກໍາຂໍ້ມູນ ເຮົາກໍຍັງບໍ່ຮູ້ວ່າ ຊ່ວຍເຫລືອເລື້ອງໃດເນາະ ຖືວ່າເຮົາບໍ່ມີຂໍ້ມູນໃຫ້ເນາະ.” 

ຕໍ່ມາໃນຕອນບ່າຍ ຂອງວັນທີ 23 ກັນຍານີ້ ຫ້ອງວ່າການ ແຂວງຫົວພັນໄດ້ອອກແຈ້ງການ ສັ່ງໂຈະ ການເຮັດວຽກຊົ່ວຄາວ ລະຫວ່າງ 23 ຫາ 25 ກັນຍາ 2024 ເພື່ອຈັດແບ່ງພະນັກງານ ປະຈໍາການ ແລະ ແບ່ງພະນັກງານ ຊ່ວຍບ້ານ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ 10 ບ້ານ ຢູ່ໃນຕົວເມືອງຊໍາເໜືອ ແລະ ມອບໃຫ້ຜະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ເລັ່ງແກ້ໄຂ ລະບົບນ້ໍາປະປາ ໃນຕົວເມືອງ ໃຫ້ເປັນປົກກະຕິ ເຄັ່ຍພື້ນທີ່ ເສັ້ນທາງທີ່ຖືກດິນເຈື່ອນ ໃຫ້ສັນຈອນໄດ້ ແລະ ສົມທົບ ປກສແຂວງ ໃຊ້ລົດດັບເພີງ ອະນາມັຍ ຂອບເຂດທີ່ຖືກຜົນກະທົບ ຈາກນ້ໍາຖ້ວມນໍາ.

ໃນລະດູຝົນປີນີ້ ຫລາຍແຂວງຂອງປະເທດລາວ ໄດ້ຮັບຄວາມເສັຍຫາຍຫລວງຫລາຍຈາກການໄພພິບັດນ້ໍາຖ້ວມ ແລະ ພາຍຸໝຸນເຂດຮ້ອນ ເປັນຕົ້ນ ລະຫວ່າງວັນທີ 9 ຫາ 12 ກັນຍາ 2024 ທີ່ຜ່ານມາ ແຂວງຫລວງນ້ໍາທາ ເກີດເຫດການນ້ໍາຖ້ວມຄັ້ງໃຫຍ່ ແລະ ຮ້າຍແຮງທີ່ສຸດ ຍ້ອນຖືກອິດທິພົນ ຂອງພາຍຸໝຸນເຂດຮ້ອນ ຍາກິ.

ກ່ອນໜ້ານີ້ ໃນວັນທີ 30 ສິງຫາ 2024 ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານວ່າ ໄພພິບັດທາງທຳມະຊາດ ໄດ້ສ້າງຜົນເສັຍຫາຍໃຫ້ແກ່ປະເທດລາວໄປແລ້ວ 300 ກ່ວາຕື້ກີບ. ຜົນເສັຍຫາຍຈາກໄພພິບັດ ແມ່ນເກີດຈາກພາຍຸ ດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣຸນ (Prapiroon) ແລະ ຝົນຕົກໜັກ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນສິງຫາ 2024 ເຊິ່ງມີທັງໝົດ 13 ແຂວງ, 60 ເມືອງ ແລະ 541 ບ້ານ ທີ່ໄດ້ຮັບຜົນກະທົບ ເສັຍຫາຍ ຈາກນໍ້າຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.