ເຣື້ອງທີ່ເກັບບັນທຶກໄວ້
2023-06-07
ບັນຫາສິ່ງແວດລ້ອມ ໃນ ສປປ ລາວ ນັບມື້ນັບຮຸນແຮງຂຶ້ນ ເນື່ອງຈາກ ມີການທໍາລາຍປ່າໄມ້, ນ້ໍາປົນເປື້ອນ ແລະ ການຖິ້ມຂີ້ເຫຍື້ອຊະຊາຍ ໂດຍສະເພາະ ຂີ້ເຫຍື້ອພລາສຕິກ ກາຍເປັນບັນຫາໃຫຍ່ ທີ່ຣັຖບານ ຈະຕ້ອງຮີບເລັ່ງ ຫາແນວທາງແກ້ໄຂ ຢ່າງເປັນຮູບປະທັມ ແລະ ມີຄວາມຍືນຍົງ ຕໍ່ໄປ.
2023-06-06
ມາເຖິງປັດຈຸບັນນີ້ ຄວາມໜາແໜ້ນ ຂອງປ່າໄມ້ຢູ່ລາວຫລຸດລົງຈາກປີ 1940 ທີ່ມີ 70% ມາເປັນ 40% ຍ້ອນຕັດໄມ້ທໍາລາຍປ່າ, ສ້າງເຂື່ອນໄຟຟ້າ, ເຂດອຸດສາຫະກັມ ແລະກະສິກັມ, ຂຸດຄົ້ນບໍ່ແຮ່, ຈູດປ່າເຮັດໄຮ່, ໄຟໃໝ້ປ່າທຸກປີ ແລະອື່ນໆ.
2023-06-03
ແມ່ນ້ຳ ສາຍຫຼັກ 10 ສາຍ ໃນ ເອເຊັຽ ລວມມີແມ່ນໍ້າຂອງ ທີ່ມີບົດບາດສໍາຄັນ ທາງເສຖກິຈ ແລະ ເພື່ອຄໍ້າປະກັນ ແຫຼ່ງພະລັງງານ ໃນ 16 ປະເທດ ທີ່ກໍາລັງ ປະສົບກັບບັນຫາ ຍ້ອນການປ່ຽນແປງ ຂອງສະພາບອາກາດ.
2023-06-02
ປະເທດລາວ ປະເຊີນກັບບັນຫາພັຍແຫ້ງແລ້ງ ແລະ ນໍ້າຖ້ວມທີ່ຮຸນແຮງຂຶ້ນ ໃນໄລຍະ 4-5 ປີ ມານີ້ ອັນເປັນຜົລສະທ້ອນ ມາຈາກ ການປ່ຽນແປງສະພາບ ຂອງດິນຟ້າອາກາດ ຂະນະທີ່ ທາງການລາວ ຮຽກຮ້ອງ ໃຫ້ນາໆປະເທດ ຊ່ວຍເຫຼືອລາວ ເພື່ອພັທນາດ້ານເສຖກິຈ-ສັງຄົມ ແບບຍືນຍົງ.
2023-06-02
ຣັຖບານ ເຢັຍຣະມັນ ມອບເງິນຊ່ອຍເຫຼືອ ໃຫ້ຣັຖບານລາວ ໃນໂຄງການ ຄຸ້ມຄອງປ່າໄມ້ ແລະ ສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດພາກເໜືອ ຂອງລາວ ເຊິ່ງປ່າໄມ້ຖືກທຳລາຍຫຼາຍ, ສ່ວນນຶ່ງເກີດຈາກການທີ່ຊາວບ້ານ ຍັງໃຊ້ຊີວິດຕັດພັນ ກັບທັມມະຊາຕ, ແລະ ການທີ່ຊາວບ້ານ ບໍ່ມີອາຊີບທີ່ໝັ້ນ.
2023-06-01
ແຫຼ່ງທ່ອງທ່ຽວ “ຂຸນກອງແລງ” ຂອງບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວຢູ່ເຂດບ້ານນາຄີ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຮັບການປັບປຸງຊັກຊ້າ ແລະບໍ່ຮູ້ວ່າຈະເປີດໃຫ້ບໍຣິການ ໄດ້ເມື່ອໃດ ຂະນະທີ່ປະຊາຊົນ ຮຽກຮ້ອງໃຫ້ມີການເລັ່ງ ພັທນາພື້ນທີ່ ເພາະຈະເປັນສ່ວນນຶ່ງ ຂອງລາຍໄດ້ ໃຫ້ກັບຊາວບ້ານ ນຳ.