ເຣື້ອງທີ່ເກັບບັນທຶກໄວ້
2023-02-10
ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ໂຊກດີມີໄຊ ກໍ່ສ້າງຈໍາກັດຜູ້ດຽວ ສໍາຣວດຫິນປາໂກດິດ ແລະຫິນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ໃນເນື້ອທີ່ປະມານ 700 ເຮັກຕ້າຣ໌, ແຕ່ຊາວບ້ານ ໃນເຂດນັ້ນຢາກໃຫ້ທາງການແຂວງ ຢຸດເຊົາການໃຫ້ສັມປະທານ ຂຸດຄົ້ນແຮ່ທາດຕ່າງໆ.
2023-02-09
ການອອກໃບຕາດິນ ຖາວອນໃຫ້ແກ່ຊາວບ້ານ ໃນທົ່ວປະເທດຍັງຊັກຊ້າຫລາຍ ຊຶ່ງມາຮອດປັດຈຸບັນ ໃນປີ 2023 ນີ້, ມີຊາວລາວຈຳນວນ 1,600 ປາຍບ້ານ ຍັງບໍ່ໄດ້ຮັບໃບຕາດິນຖາວອນ ຫລື ຖ້າຄິດເປັນຕອນດິນ ປະມານ 1.3 ແສນປາຍຕອນ ຈາກທັງໝົດ 3 ລ້ານປາຍຕອນ ເປັນຕົ້ນເຫດ ໃຫ້ພະນັກງານຣັຖ ບາງຄົນ ຖືໂອກາດຍຶດເອົາດິນ ປະຊາຊົນໄດ້ງ່າຍຂຶ້ນ.
2023-02-07
ສະຫະພາບຢູໂຣບ ປະຈໍາລາວ ສົ່ງເສີມປະຊາຊົນ ປູກກາເຟປອດສານພິດ ແທນການປູກຝິ່ນ ແລະການຖາງປ່າເຮັດໄຮ່ເລືອນລອຍ ຢູ່ແຂວງພາກເໜືອຂອງລາວ ແຕ່ຊາວບ້ານຍັງຕ້ອງການ ໃຫ້ພາກຣັຖສົ່ງເສີມດ້ານການຕລາດ ແລະຜລິດຕະພັນແປຮູບກາເຟ ເພື່ອເພີ່ມມູນຄ່າ.
2023-02-07
ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກັງວົນໃຈ ເຣື່ອງເຮືອນຖາວອນ ທີ່ທາງການແຂວງ ມອບໃຫ້ຢ່າງເປັນທາງການ ເມື່ອຕົ້ນເດືອນ ທັນວາ 2022 ທີ່ຜ່ານມາ ຍ້ອນເຮືອນທີ່ມອບໃຫ້ນັ້ນ ບໍ່ທັນແລ້ວສົມບູນ 100% ແລະຢ້ານ ບໍຣິສັດກໍໍ່ສ້າງ ບໍ່ມາສ້ອມແປງໃຫ້.
2023-02-06
ຣັຖບານສັ່ງຫ້າມ ໃຫ້ຊາວບ້ານ ຢູ່ບ້ານຂັນລາຍ, ບ້ານກວາງຊີ, ບ້ານແກ້ງເກັ່ຽ ທີ່ຢູ່ໃນຄຸ້ມບ້ານເພຽລາດ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ຈຳນວນ 100 ປາຍຄອບຄົວ ຢຸດທຳການຜລິິດ ການກະເສຕໃນປີ 2023 ນີ້ ໃນພື້ນທີ່ຂອງຣັຖ 190 ເຮັກຕ້າຣ໌.
2023-02-06
ໂຮງງານປຸງແຕ່ງ ຢາງພາຣາ ຂອງນັກລົງທຶນວຽດນາມ ແລະໂຮງງານຫລອມໂລຫະ ຂອງນັກລົງທຶນຈີນ ຢູ່ເຂດບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ປ່ອຍນໍ້າເສັຽ ພາຍໃນໂຮງງານ ໄຫລລົງຫ້ວຍ ສົ່ງຜົລໃຫ້ນໍ້າເນົ່າ ເໝັນຢ່າງຮຸນແຮງ ແລະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ.
2023-02-03
ກອງປະຊຸມປຶກສາຫາລື ຢູ່ປະເທດໄທຍ ກ່ຽວກັບຜົລກະທົບ ຂອງເຂື່ອນແມ່ນ້ຳຂອງ ໃນຈີນ ແລະ ສປປ ລາວ ຮວມທັງໂຄງການເຂື່ອນ ຊະນະຄາມ ທີ່ຫ່າງຈາກເມືອງຊຽງຄານ ຂອງໄທຍ ພຽງ 2 ກິໂລແມັດ, ຊຶ່ງຂໍ້ມູນຕ່າງໆ ຈາກກອງປະຊຸມ ຈະນໍາໄປສຶກສາ ເພື່ອຈະເອົາໄປເຈຣະຈາ ກັບທາງການລາວ ໃນມໍ່ໆນີ້.
2023-02-02
ທາງການລາວ ອະນຸຍາດໃຫ້ບໍຣິສັດ Sinohydro Holding ປະເທດຈີນ ເຣີ່ມດໍາເນີນການກໍ່ສ້າງພື້ນຖານໂຄງຮ່າງຈໍາເປັນ ເປັນຕົ້ນ: ເສັ້ນທາງ ແລະ ຂົວຂ້າມນໍ້າຂອງ ເພື່ອກະຕຣຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ຈຸດເມືອງປາກລາຍ ຫຼືເຂື່ອນປາກລາຍ ທີ່ຕັ້ງຢູ່ເມືອງປາກລາຍ ແຂວງໄຊຍະບູຣີ.
2023-02-01
ນະຄອນຫຼວງວຽງຈັນ ມີໂຄງການກໍ່ສ້າງທາງດ່ວນ ໝາຍເລຂ 1 ຈະສ້າງບໍ່ສຳເຣັດ ຕາມຄາດໝາຍ ໃນເດືອນກຸມພາ ປີ 2023 ນີ້ ເຖິງແມ່ນວ່າ ຈະມີການວາງສີລາຣຶກ ຕັ້ງແຕ່ເດືອນກຸມພາ ປີ 2020 ແລະປະຊາຊົນ ທີ່ຄາດວ່າຈະໄດ້ຮັບຜົນກະທົບ ຈຳນວນນຶ່ງ ກັບມາເຣີ່ມປຸກສ້າງ ສ່ວນເຫດຜົນ ທີ່ບໍ່ສາມາດບັນລຸຕາມແຜນການນັ້ນ ຍັງບໍ່ຖືກເປີດເຜີຍ.