ເຣີ່ມກໍ່ສ້າງ ພື້ນຖານໂຄງຮ່າງ ຕຣຽມສ້າງເຂື່ອນໄຟຟ້າ ປາກລາຍ
2023.02.02
ທາງການລາວ ອະນຸຍາດໃຫ້ບໍຣິສັດ Sinohydro Holding ປະເທດຈີນ ເຣີ່ມດໍາເນີນການກໍ່ສ້າງພື້ນຖານໂຄງຮ່າງຈໍາເປັນ ເປັນຕົ້ນ: ເສັ້ນທາງ ແລະ ຂົວຂ້າມນໍ້າຂອງ ເພື່ອກະຕຣຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ຈຸດເມືອງປາກລາຍ ຫຼືເຂື່ອນປາກລາຍ ທີ່ຕັ້ງຢູ່ເມືອງປາກລາຍ ແຂວງໄຊຍະບູຣີ.
ເຈົ້າໜ້າທີ່ ກະຊວງພະລັງງານແລະບໍ່ແຮ່ ກ່າວວ່າ ການກໍ່ສ້າງພື້ນຖານໂຄງຮ່າງ ຂອງເຂື່ອນປາກລາຍ ຈະກໍ່ສ້າງໃຫ້ສໍາເຣັດພາຍໃນປີ 2023 ນີ້ ເພື່ອທີ່ຈະເຣີ່ມການກໍ່ສ້າງໂຕເຂື່ອນໃນຕົ້ນປີ 2024.
ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພາ ນີ້ວ່າ:
“ເພິ່ນອະນຸມັດແລ້ວ ຣັຖບານອະນຸມັດ ໃຫ້ເຣີ່ມລົງມືກໍ່ສ້າງ ວຽກກະຕຣຽມລ່ວງໜ້າແຫຼະ ວຽກໂຄງຮ່າງພື້ນຖານ ໃນເບື້ອງຕົ້ນ ຂະເຈົ້າຊິເຮັດທາງກັບເຮັດຂົວ ແຜນກໍ່ສ້າງໂຕຈິງຫັ້ນ ເຫັນຂະເຈົ້າຣາຍງານວ່າ ປະມານຕົ້ນ 2024 ຫັ້ນ ຂະເຈົ້າຈະເຣີ່ມລົງມື ວຽກກໍ່ສ້າງໂຕເຂື່ອນຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ເຖິງແມ່ນໂຄງການເຂື່ອນປາກລາຍ ຈະຍັງບໍ່ໄດ້ຕົກລົງ ເຊັນສັນຍາຊື້ຂາຍໄຟຟ້າ ຫຼື Power Purchase Agreement ຫຼື PPA ກັບການໄຟຟ້າ ຝ່າຍຜລິຕແຫ່ງປະເທດໄທຍ ຫຼື EGAT ຢ່າງເປັນທາງການ ແຕ່ທາງການລາວ ກໍຈະໃຫ້ບໍຣິສັດຜູ້ລົງທຶນ ໄດ້ກະຕຣຽມຄວາມພ້ອມໄວ້ ພາຍຫຼັງທີ່ໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າ ຢ່າງເປັນທາງການແລ້ວນັ້ນ ຈະໄດ້ເຣີ່ມການລົງມືກໍ່ສ້າງໂຕເຂື່ອນໃນທັນທີ.
ພາຍຫຼັງທີ່ບໍຣິສັດ Sinohydro Holding ປະເທດຈີນ ໄດ້ເຣີ່ມດໍາເນີນການກໍ່ສ້າງພື້ນຖານ ໂຄງຮ່າງຕ່າງໆ ກໍເຮັດໃຫ້ຊາວບ້ານໃນພື້ນທີ່ ເມືອງປາກລາຍ ແລະຊາວບ້ານທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ທີ່ໄດ້ສັງເກດເຫັນການກໍ່ສ້າງນັ້ນ ຮູ້ສຶກຕົກໃຈ ແລະເປັນກັງວົນວ່າ ຈະສູນເສັຽທີ່ດິນທໍາການກະເສຕ ແລະຖືກໂຍກຍ້າຍອອກຈາກພື້ນທີ່.
ໂດຍຊາວບ້ານຜູ້ນຶ່ງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ກ່າວວ່າ ບໍ່ຢາກໂຍກຍ້າຍອອກຈາກພື້ນທີ່ ຍ້ອນເປັນກັງວົນວ່າ ເມື່ອໂຍກຍ້າຍໄປແລ້ວ ຈະທຸກຍາກລໍາບາກໜັກໄປກວ່າເກົ່າ ແລະບໍ່ຮູ້ວ່າ ເງິນຄ່າຊົດເຊີຽທີ່ຈະໄດ້ຮັບນັ້ນ ຈະໄດ້ໜ້ອຍ-ຫຼາຍສໍ່າໃດ ແລະຈະເຮັດໃຫ້ຄຸນນະພາບຊີວິດ ຂອງຊາວບ້ານດີຂຶ້ນຫຼາຍບໍ່.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຈໍາເປັນແລ້ວເນາະ ປະຊາຊົນເຂົາເຈົ້າກະຢາກຂັດໆ ຄືວ່າຫັ້ນແຫຼະ ແຕ່ວ່າ ມັນສູ້ພັກ-ສູ້ຣັຖເຮົາບໍ່ໄດ້ເນາະ ກະຍັງບໍ່ຮູ້ວ່າ ເພິ່ນຊິໃຊ້ (ຈ່າຍເງິນຊົດເຊີຽ) ເຮົາສໍ່າໃດເນາະ ຜູ້ເສັຍຫາຍຫັ້ນນ່າເນາະ ຊຸມເຮົາກະຍັງບໍ່ຮູ້ວ່າ ມູນຄ່າເພິ່ນຊິໃຊ້ສໍ່າໃດ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ກ່າວວ່າ ເຫັນແຕ່ກັມມະກອນຈີນ ເຂົ້າມາກໍ່ສ້າງພື້ນຖານໂຄງຮ່າງໃນພື້ນທີ່ ແຕ່ບໍ່ເຫັນພາກສ່ວນໃດ ເຂົ້າມາໂອ້ລົມ ຫຼືຊີ້ແຈງຣາຍລະອຽດ ກ່ຽວກັບໂຄງການກໍ່ສ້າງເຂື່ອນປາກລາຍ ໃຫ້ກັບຊາວບ້ານໄດ້ຮັບຮູ້ເທື່ອ ໂດຍສະເພາະເຣື່ອງການສູນເສັຽທີ່ດິນທໍາການກະເສຕ, ການຈ່າຍເງິນຊົດເຊີຽ ແລະການໂຍກຍ້າຍອອກຈາກພື້ນທີ່ ກໍຍັງບໍ່ຮູ້ຣາຍລະອຽດຢ່າງຈະແຈ້ງເທື່ອ ຈຶ່ງເຮັດໃຫ້ຊາວບ້ານຂ້ອນຂ້າງຈະເປັນກັງວົນໃຈຄືກັນ.
ນອກຈາກນີ້ ການກໍ່ສ້າງຂົວຂ້າມນໍ້າຂອງ ເຊິ່ງເປັນວຽກງານກໍ່ສ້າງພື້ນຖານໂຄງຮ່າງ ຂອງໂຄງການເຂື່ອນປາກລາຍ ຍັງມີການລະເບີດຫິນ, ການຂຸດເຈາະດິນ ເຊິ່ງໄດ້ສົ່ງຜົລກະທົບຕໍ່ການເດີນເຮືອ ແລະການຫາປາຂອງຊາວບ້ານ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະຍັງບໍ່ທັນຮູ້ເທື່ອ ຊິຍ້າຍຫຼືບໍ່ຍ້າຍ ກະຍັງບໍ່ທັນຮູ້ ເຂົາຫາກບໍ່ເວົ້າບໍ່ວ່າແບບໃດ ບໍ່ຮູ້ວ່າຊິຊົດເຊີຽແບບໃດ ບໍ່ທັນຮູ້ເທື່ອ ເຂົາມາກວນນໍ້ານ່າເນາະ ເຂົາມາລະເບີດກ້ອນຫິນ ລະເບີດຫິນໃນນໍ້າ ເຂົາເຮັດຂົວຂ້າມນໍ້າຂອງນີ້ ກະຫາປູຫາປາຫຍັງ ກະບໍ່ໄດ້ແລ້ວດຽວນີ້ ບໍ່ຄືເກົ່າແລ້ວ.”
ສໍາລັບໂຄງການເຂື່ອນປາກລາຍ ຈະສົ່ງຜົລກະທົບຕໍ່ສັງຄົມ ຈໍານວນ 8 ບ້ານ ໃນ 2 ເມືອງ ຢູ່ແຂວງໄຊຍະບູຣີ ແລະແຂວງວຽງຈັນ ຮວມທັງໝົດ 993 ຄອບຄົວ ມີປະຊາກອນປະມານ 4,800 ປາຍຄົນ ຈະມີຊາວບ້ານຕ້ອງສູນເສັຽ ທີ່ດິນທໍາການກະເສຕ ປະມານ 3,500 ປາຍເຮັກຕ້າຣ໌ ແລະຖືກໂຍກຍ້າຍອອກຈາກພື້ນທີ່ ເພື່ອໄປຢູ່ບ່ອນຈັດສັນໃໝ່.
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງໄຊຍະບູຣີ ກ່າວວ່າ ກ່ອນຈະເຣີ່ມການກໍ່ສ້າງເຂື່ອນປາກລາຍ ຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄປໂອ້ລົມ ແລະຊີ້ແຈງຣາຍລະອຽດຕ່າງໆ ກ່ຽວກັບໂຄງການເຂື່ອນປາກລາຍ ໂດຍສະເພາະ ເຣື່ອງຜົລກະທົບສິ່ງແວດລ້ອມ-ສັງຄົມ ເພື່ອໃຫ້ຊາວບ້ານໄດ້ຮັບຮູ້ຢ່າງຈະແຈ້ງ ແລະບໍ່ໃຫ້ເກີດຂໍ້ຂັດແຍ້ງ ລະຫວ່າງກັນ ໃນອະນາຄົດ.
ແນວໃດກໍຕາມ ຫາກທາງການລາວ ຕັດສິນໃຈທີ່ຈະເຣີ່ມກໍ່ສ້າງ ເຂື່ອນປາກລາຍຂຶ້ນມາແທ້ ກໍຈະຕ້ອງປະຕິບັດຕາມແຜນ ໂດຍສະເພາະ ເຣື່ອງການບຸກເບີກເນື້ອທີ່, ການປຸກສ້າງເຮືອນຈັດສັນ ແລະແຜນການຟື້ນຟູຄຸນນະພາບຊີວິດ ຂອງຊາວບ້ານທີ່ໄດ້ຮັບຜົລກະທົບ ຈະຕ້ອງມີແຜນຮອງຮັບ ຢ່າງເປັນຮູບປະທັມ ເພື່ອບໍ່ໃຫ້ເກີດບັນຫາຫຍຸ້ງຍາກ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັັນນີິ້ວ່າ:
“ຕ້ອງຈັດສັນເນື້ອທີ່ທໍາການຜລິຕ ປຸກຫໍຍໍເຮືອນແມ່ນຫຍັງໃຫ້ແລ້ວໝົດ ແລ້ວຈັ່ງໂຍກຍ້າຍ ໂຍກຍ້າຍແລ້ວ ຈັ່ງຄ່ອຍທໍາການກໍ່ສ້າງ (ເຂື່ອນ) ຕ້ອງແມ່ນຊົດເຊີຽ ເວົ້າເຣື່ອງຜົລກະທົບຕໍ່ສັງຄົມ ຕໍ່ທັມມະຊາຕເນາະ ຕາມນະໂຍບາຍຂອງຣັຖບານຫັ້ນ.”
ກ່ຽວກັບເຣື່ອງນີ້ ທ່ານ ຫານນະຣົງ ເຍົາວະເລິດ ປະທານມູນນິທິເພື່ອການບໍຣິຫານ ຈັດການນໍ້າ ແບບບູຣະນາການ ຂອງປະເທດໄທຍ ກ່າວວ່າ ສໍາລັບໂຄງການເຂື່ອນປາກລາຍ ປັດຈຸບັນ ຍັງບໍ່ມີການເປີດເຜີຍ ເຣື່ອງການເຊັນສັນຍາ ຊື້ໄຟຟ້າ ຫຼື PPA ເທື່ອ ໄລຍະທີ່ຜ່ານມາ ພາກປະຊາສັງຄົມໃນໄທຍ ກໍໄດ້ເຮັດໜັງສື ໄປເຖິງສໍານັກງານນາຍົກຣັຖມົນຕຣີ ແລະກະຊວງພະລັງງານຂອງໄທຍ ເພື່ອຂັດຄ້ານການເຊັນສັນຍາຊື້ໄຟຟ້າ ຈາກເຂື່ອນໃນແມ່ນໍ້າຂອງ ແຕ່ກໍບໍ່ມີຄໍາຕອບໃດໆ.
ຫາກທາງການລາວ ອະນຸມັດໃຫ້ບໍຣິສັດຈີນ ເຂົ້າໄປດໍາເນີນການກໍ່ສ້າງ ເພື່ອກໍ່ສ້າງພື້ນຖານໂຄງຮ່າງ ເພື່ອກະຕຣຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນປາກລາຍ ກໍເປັນສັນຍານ ໃຫ້ສັງຄົມໄດ້ຮັບຮູ້ວ່າ ໂຄງການເຂື່ອນປາກລາຍຕ້ອງເກີດຂຶ້ນແທ້ ແລະຜູ້ມີສ່ວນໄດ້-ສ່ວນເສັຽໃນໂຄງການເຂື່ອນປາກລາຍ ກໍບໍ່ໄດ້ເອົາໃຈໃສ່ ແລະສະແດງຄວາມເປັນກັງວົນ ເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແມ່ນໍ້າຂອງແຕ່ຢ່າງໃດ.
ດັ່ງທ່ານ ຫານນະຣົງ ເຍົາວະເລິດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພາກປະຊາຊົນ ແມ່ນໄດ້ເຮັດໜັງສືຖາມ (ທາງການໄທຍ) ໄປວ່າ ເຊັນ ຫຼື ບໍ່ເຊັນແນວໃດ ເຂົາກະຍັງບໍ່ຕອບກັບມາ ຄວາມເຂົ້າໃຈທົ່ວໄປ ກະຄືວ່າ ຖ້າທາງການລາວ ເດີນໜ້າໄປແບບນີ້ ສັນຍານີ້ ມັນນໍາໄປສູ່ການໄດ້ຮັບເງິນກູ້ ເພື່ອໄປຢັ້ງຢືນກັບແຫຼ່ງທຶນຕ່າງໆ ເພື່ອທີ່ຈະມີການໃຊ້ເງິນ ຖ້າມີການກໍ່ສ້າງເດີນໜ້າ ຂ້ອຍຄິດວ່າ ເຂົາກະຄົງໄດ້ເງິນມາແລ້ວ ແລ້ວກະບໍ່ໄດ້ຟັງສຽງທັກທ້ວງ ທີ່ເຮົາເຄີຍທັກທ້ວງໄປກ່ອນໜ້ານີ້ ແນວໃດ.”
ອີງຕາມການຣາຍງານ ການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ລະບຸວ່າ ເຂື່ອນໄຟຟ້າປາກລາຍ ຈະສົ່ງຜົລກະທົບຕໍ່ຊາວບ້ານ 2 ເມືອງ, 2 ແຂວງ ຈໍານວນ 8 ບ້ານ, 993 ຄອບຄົວ ຮວມ 4,800 ປາຍຄົນ ທີ່ຈະຕ້ອງສູນເສັຽທີ່ດິນ ຮວມທັງໝົດ 3,500 ປາຍເຮັກຕ້າຣ໌ ແລະຖືກໂຍກຍ້າຍອອກຈາກພື້ນທີ່ ເພື່ອໄປຢູ່ບ່ອນຈັດສັນໃໝ່ ດັ່ງນີ້:
- ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ປະກອບມີ ບ້ານປາກຕຸງ ຈໍານວນ 147 ຄອບຄົວ, ບ້ານໜອງໄຄ້ ຈໍານວນ 93 ຄອບຄົວ ແລະບ້ານຜາລຽບ ຈໍານວນ 136 ຄອບຄົວ.
- ເມືອງແມດ ແຂວງວຽງຈັນ ມີ 5 ບ້ານ ປະກອບມີ ບ້ານປາກພັນ ຈໍານວນ 82 ຄອບຄົວ, ບ້ານປາກແຜນ ຈໍານວນ 106 ຄອບຄົວ, ບ້ານດອນຊາຍງາມ ຈໍານວນ 52 ຄອບຄົວ, ບ້ານເມືອງຄີ ຈໍານວນ 249 ຄອບຄົວ ແລະບ້ານນາອຸດົມໃຕ້ ຈໍານວນ 128 ຄອບຄົວ.
ແລະໃນມື້ວັນທີ 25 ເດືອນມົກກະຣາ ປີ 2022 ທີ່ຜ່ານມາ ບໍຣິສັດ ກັລຟ ເອັນເນີຈີ ດີເວລລອປເມັ້ນທ໌ ຫຼື GULF ປະເທດໄທຍ ແລະບໍຣິສັດ Sinohydro Holding ເຊິ່ງເປັນບໍຣິສັດລູກ ຂອງບໍຣິສັດຣັຖວິສາຫະກິຈໄຟຟ້າຈີນ ຫຼື Power China ໄດ້ຮ່ວມກັນລົງນາມບັນທຶກຄວາມເຂົ້າໃຈ ການຮັບຊື້ໄຟຟ້າ ຫຼື Tariff MOU ສໍາລັບໂຄງການເຂື່ອນໄຟຟ້າປາກລາຍ ກັບການໄຟຟ້າຝ່າຍຜລິຕ ແຫ່ງປະເທດໄທຍ ຫຼື EGAT.
ໂດຍບໍຣິສັດ GULF ປະເທດໄທຍ ແລະບໍຣິສັດ Sinohydro Holding ປະເທດຈີນ ມີແຜນຈະຈັດຕັ້ງບໍຣິສັດຮ່ວມທຶນ ເພື່ອພັທນາໂຄງການເຂື່ອນປາກລາຍ ແລະກໍານົດຈ່າຍໄຟຟ້າ ໃນປີ 2032 ໂດຍການໄຟຟ້າຝ່າຍຜລິຕແຫ່ງປະເທດໄທຍ ຫຼື EGAT ຈະເປັນຜູ້ຮັບຊື້ ໃນອັດຕຣາສເລັ່ຽ 2.6 ບາທຕໍ່ກິໂລວັດ-ຊົ່ວໂມງ ເປັນໄລຍະເວລາ 29 ປີ.
ເຊິ່ງບໍຣິສັດຮ່ວມທຶນ ກໍາລັງເຈຣະຈາຣາຍລະອຽດເງື່ອນໄຂ ແລະລົງນາມສັນຍາຊື້-ຂາຍໄຟຟ້າ ຫຼື PPA ໃນຂັ້ນຕອນຕໍ່ໄປ, ຂະນະທີ່ ທາງການໄທຍ ໄດ້ມອບໝາຍໃຫ້ການໄຟຟ້າ ຝ່າຍຜລິຕແຫ່ງປະເທດໄທຍ ເຮັດຮ່າງສັນຍາຊື້-ຂາຍໄຟຟ້າ ເພື່ອໃຫ້ມີຜົລໃນການປະຕິບັດ ໄດ້ຢ່າງເໝາະສົມ ແລະຕ້ອງບໍ່ກະທົບຕໍ່ອັດຕຣາຄ່າໄຟຟ້າ.
ໂຄງການເຂື່ອນໄຟຟ້າປາກລາຍ ແມ່ນເປັນ 1 ໃນ 11 ເຂື່ອນໄຟຟ້າ ທີ່ຈະກໍ່ສ້າງໃສ່ແມ່ນໍ້າຂອງຕອນລຸ່ມ ມີກໍາລັງການຜລິຕ 770 ເມກາວັດ ມີລັກສະນະເປັນເຂື່ອນ ແບບນໍ້າໄຫຼຜ່ານ ຫຼື Run-Of-River ມີກໍານົດສ້າງສໍາເຣັດ ໃນປີ 2029 ດ້ວຍມູນຄ່າການລົງທຶນ 2,134 ລ້ານໂດລ້າຣ໌ສະຫະຣັຖ.