ເຣື້ອງທີ່ເກັບບັນທຶກໄວ້
2021-11-16
ສູນກາງ ແນວລາວສ້າງຊາດ ສເນີໃຫ້ ສະພາແຫ່ງຊາດ ເພີ່ມທະວີກວດກາ ໂຄງການລົງທຶນ ຂອງຣັຖບານລາວ ເນື່ອງຈາກ ຫຼາຍໂຄງການ ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານ ເປັນຈຳນວນຫຼາຍ ແຕ່ພັດບໍ່ໄດ້ຮັບ ການແກ້ໄຂ ໃຫ້ດີຂຶ້ນເທື່ອ.
2021-11-16
ທາງການ ແຂວງບໍ່ແກ້ວ ສົ່ງໂຕ ຜູ້ຮ້າຍຂ້າມແດນ ໃຫ້ທາງການຈີນ ພາຍຫຼັງຜູ້ກ່ຽວ ມາລີ້ຊ້ອນ ເປັນກັມມະກອນ ເຮັດວຽກ ຢູ່ ກາຊິໂນ ຄິງສ໌ໂຣມັນສ໌ ແຕ່ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບໄດ້.
2021-11-16
ຊາວບ້ານທີ່ຢູ່ເຂດໂຄງການ ເມືອງທັນສມັຍ ໃນຈຳນວນ 2 ເມືອງ ບໍ່ສາມາດ ຂາຍ ຫຼືທຳທຸຣະກັມໃດໆກັບດິນ ຈົນກວ່າຈະການປະກາດເປັນຢ່າງອື່ນ ເພາະວ່າ ທາງຣັຖບານຕ້ອງໄດ້ໃຊ້ພື້ນທີ່ດັ່ງກ່າວພັທນາ ເປັນເມືອງທັນສັຍ.
2021-11-16
ຣັຖບານລາວ ກໍາລັງພິຈາລະນາ ຂາຍຫຸ້ນ 51% ຂອງທະນາຄານ ການຄ້າຕ່າງປະເທດ ເພື່ອຕ້ອງການ ໃຫ້ປັບປຸງ ລະບົບບໍຣິການງານ ຂອງທະນາຄານ ໃຫ້ດີຂຶ້ນ ແລະເປັນການ ປັບປຸງຣັຖວິສາຫະກິຈ ຕາມນະໂຍບາຍ ຂອງທາງການລາວ.
2021-11-15
ຕັດສິນໃຈຍາກວ່າຈະເປີດຫຼືປິດປະເທດ ເວລາຜ່ານຫຼາຍຫຼັງຈາກລາວເຣີ່ມປິດບ້ານ ປິດເມືອງ ແລະ ປິດປະເທດມາ ເຮັດໃຫ້ທຸກພາກສ່ວນໄດ້ຮັບຄວາມທຸກ ແຕ່ມີທ່າທີວ່າ ຈະສາມາດຄວບຄຸມໂຣກຣະບາດນີ້ໄດ້ ຕາມມາຕການທີ່ວ່າງໄວ້ຕັ້ງແຕ່ຕົ້ນ.
2021-11-15
ຣັຖບານລາວ ຕິດໜີ້ ທັງພາຍໃນ ແລະ ຕ່າງປະເທດໃນປີ 2020 ມູນຄ່າ ປະມານ 13 ຕື້ໂດລາ ແລະ ດອກເບ້ຍ ທີ່ຈະຕ້ອງຈ່າຍໃນປີ 2020 ອີກ 1.4 ຕື້ ໂດລາຣ໌ສະຫະຣັຖ.
2021-11-13
ທາງການ ແຂວງສາຣະວັນ ກວດພົບຍານພາຫະນະ ບໍ່ໄດ້ ເສັຽພາສີ ຈຳນວນຫຼາຍ ຊຶ່ງທາງພາກສ່ວນ ທີ່ກ່ຽວຂອງໄດ້ ຮຽກຮ້ອງໃຫ້ ຜູ້ຄອບຄອງຣົດ ຜິດກົດໝາຍ ໃຫ້ໄປເສັຽພາສີ ໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນ ອາດຖືກດຳເນີນຄະດີ.
2021-11-12
ບໍຣິສັດ ໂຕແທນ ຂາຍປີ້ເຮືອບິນຂອງຈີນ ສວຍໂອກາດ ຂຶ້ນລາຄາ ໃນຊວງເວລາ ການຣະບາດ ຂອງເຊື້ອ ໂຄວິດ-19 ເຮັດໃຫ້ ນັກສຶກສາລາວ ທີ່ຈະເດີນທາງໄປຮຽນທີ່ປະເທດຈີນ ບໍ່ສາມາດເດີນທາງໄດ້ ເນື່ອງຈາກ ບັນຫາດັ່ງນີ້.
2021-11-12
ບັນຫານໍ້າມັນຂາດປໍ້າ, ນໍ້າມັນຂື້ນຣາຄາ ແລະ ອີກຫຼາຍບັນຫາ ທີ່ເກີດຂື້ນກັບການ ສນອງນໍ້າມັນຊົມໃຊ້ໃຫ້ກັບປະຊາຊົນ ແລະ ນໍ້າມັນກໍແພງ ອັນດັບຕົ້ນຂອງອາຊ້ຽນ ເຮັດໃຫ້ທັງປະຊາຊົນ ແລະ ພາກທຸຣະກິຈໄດ້ຮັບຜົລກະທົບ ນອກຈາກ ໂຄວິດ-19.
2021-11-11
ຕຽມເປີດປະເທດ ໃນຕົ້ນປີ 2022 ເພື່ອກະຕຸ້ນເສຖກິຈ ເຖິງແມ່ນວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ໃນແຕ່ລະມື້ກໍຕາມ, ແຕ່ນັກທ່ອງທ່ຽວ ທີ່ຈະເຂົ້າມາປະເທດລາວ ຕ້ອງໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຄົບໂດສເສັຽກ່ອນ.
2021-11-11
ແນວລາວສ້າງຊາດ ສເນີໃຫ້ຣັຖບານລາວ ກວດກາກຸ່ມຄົນ ຕ່າງປະເທດ ທີ່ຊື້-ຂາຍ ຫຼືເຊົ່າທີ່ດິນໃນ ສປປ ລາວ ເພາະມີການຈ້າງຄົນລາວ ຊື້ໃຫ້ຄົນຕ່າງຊາດ ເຮັດໃຫ້ເກີດບັນຫາ ຄົນລາວບໍ່ມີດິນ ທຳການຜລິດ ແລະອາສັຍ.
2021-11-10
ປະຊາຊົນຮູ້ສຶກດີໃຈ ທີ່ບັນຫາຂໍ້ຂັດແຍ້ງທີ່ດິນ ເຂດບ້ານຊຽງດາ ຖືກນ້ຳເຂົ້າໃນວາລະການປະຊຸມ ສະພາແຫ່ງຊາດ ແຕ່ເຖິງແນວໃດກໍຕາມ ນີ້ເປັນພຽງການ ສເສີຕໍ່ສະພາ ເທົ່ານັ້ນ ສ່ວນບັນຫາ ທີ່ຍັງຄ້າງຄາໂຕຈິງ ແມ່ນຍັງບໍ່ທັນໄດ້ຮັບ ການແກ້ໄຂ.
2021-11-09
ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສເນີຕໍ່ກອງປະຊຸມສະພາແຫ່ງຊາດ ໃຫ້ຄົ້ນຄວ້າໂຄງການພັທນາ ເຂດເສຖກິດຕາມ 2 ຟາກທາງຣົດໄຟ ລາວ-ຈີນ ເພື່ອສ້າງລາຍຮັບເຂົ້າປະເທດ.
2021-11-07
ທາງການລາວຈະເລັ່ງປະຕິຮູບ ຣັຖວິສາຫະກິຈ ໂດຍສະເພາະ ຣັຖວິສາຫະກິຈຂະນາດໃຫຍ່ ທີ່ສ້າງໜີ້ສິນ ຈຳນວນຫຼາຍ ທັງການສໍ້ຣາດບັງຫຼວງ ຈາກກຸມຣັຖວິສາຫະກິຈຈຳນວນນຶ່ງ ຊຶ່ງລະບົບເອື້ອອຳນວຍໃຫ້ພະນັກງານໃຊ້ອຳນາດໄປໃນທາງທີ່ຜິດ.
2021-11-06
ໃນໄລຍະ 2 ມື້ມານີ້ ຊາວນະຄອນຫຼວງວຽງຈັນ ແລະແຂວງອື່ນໆ ທົ່ວປະເທດ ບາງພື້ນທີ່ ເຣີ່ມເອົາຣົດອອກໄປ ໃສ່ນໍ້າມັນ ແລະ ບາງສ່ວນ ກໍໄດ້ຊື້ ນໍ້າມັນແອັດຊັງ ໃສ່ກະຕຸກ ເພື່ອເກັບໄວ້ໃຊ້ ຖ້ານ້ຳມັນ ຂາດຕລາດ.