ຂາຍຫຸ້ນ ຂອງທະນາຄານ ການຄ້າຕ່າງປະເທດ

ອຸ່ນແກ້ວ
2021.11.16
ຂາຍຫຸ້ນ ຂອງທະນາຄານ ການຄ້າຕ່າງປະເທດ ສຳນັກງານ ຂອງທນາຄານການຄ້າ ຕ່າງປະເທດລາວ ຫຼື ທຄຕລ ເມືອງຈັນທະບູຣີ, ນະຄອນຫຼວງວຽງຈັນ (TS) ພຶສພາ 2021
RFA

ບໍຣິສັດ ພູສີ ກຣຸບ ຈໍາກັດ ຊຶ່ງເປັນບໍຣິສັດ ເອກຊົນຂນາດໃຫຍ່ ໃນລາວ ໄດ້ສເນີ ຂໍຊື້ຫຸ້ນ ທະນາຄານການຄ້າຕ່າງປະເທດ ມະຫາຊົນ ຈໍານວນ 51% ຂອງຈໍານວນຫຸ້ນທັງໝົດ 60 ເປີເຊັນ ທີ່ກະຊວງການເງິນເປັນຜູ້ຖືຄອງຫຸ້ນຢູ່.​ ບໍຣິສັດພູສີ ກຣຸບ ຈໍາກັດ ຂໍຊື້ຫຸ້ນຂອງທະນາຄານດັ່ງກ່າວ ໃນວັນທີ 2 ພຶສຈິກາ 2021 ທີ່ຜ່ານມາ. ຫຼ້າສຸດ ຣັບຖານລາວ ເຫັນດີໃຫ້ກະຊວງການເງິນ ສົມທົບກັບ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ນໍາຂໍ້ສເນີດັ່ງກ່າວ ໄປສຶກສາ-ຄົ້ນຄວ້າ ແລ້ວຣາຍງານຜົນການການສຶກສາ-ຄົ້ນຄວ້າ ໃຫ້ຣັຖບານ ພິຈາລະນາຂໍ້ສເນີ ພາຍໃນວັນທີ 30 ພຶສຈິກາ ນີ້. ເຈົ້າໜ້າທີ່ກະຊວງການເງິນ ທ່່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ພຶສຈິກາ ວ່າ:

ທັງ 2 ບໍຣິສັດຫັ້ນ ເປັນບໍຣິ້ສັດມະຫາຊົນໝົດ ໃນການຊື້-ຂາຍ ເພິ່ນກະຍັງພິຈາລະນາກັນເນາະ ກະຍັງບໍ່ທັນໄດ້ສລຸບອອກມາ ວ່າ ຊິອະນຸມັດບໍ່ ຫຼື ບໍ່ອະນຸມັດ, ມີການຊື້ໃຫຍ່ ທີ່ີຣັຖຖືຄອງຫັ້ນນ່າ ກະຕ້ອງໄປຜ່ານກັນແນວໃດ ແຕ່ອັນອື່ນ ປັດໃຈອື່ນນີ້ ບໍ່ຮູ້.”

ວິທຍຸເອເຊັຽເສຣີ ພຍາຍາມ ຕິດຕໍ່ຫາ ບໍຣິສັດ ພູສີ ກຣຸບ ຈໍາກັດ ເພື່ອຖາມລາຍລະອຽດກ່ຽວກັບເຣື່ອງນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.​ ເຈົ້າໜ້າທີ່ທະນາຄານການຄ້າຕ່າງປະເທດ ມະຫາຊົນເອງ ກໍຍັງບໍ່ສາມາດໃຫ້ລາຍລະອຽດໃນເຣື່ອງນີ້. ເຈົ້າໜ້າທີ່ທະນາຄານການຄ້າຕ່າງປະເທດມະຫາຊົນ ຜູ້ທີ່ບໍ່ປະສົງອອກຊື່ ແລະຕໍາ ແໜ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ພຶສຈິກາ ວ່າ:

ເພາະວ່າ ໂຕນີ້ນິ ເຂົ້າໃຈວ່າ ຕາມໄດ້ຍິນເນາະ ຂໍ້ມູນ ໄດ້ຂໍ້ມູນແມ່ນທາງຣັຖບານເອງ ເພິ່ນມີຄວາມເຂດຈໍານົງ ຢາກຕ້ອງການທີີຈະຂາຍອອກ ເພື່ອວ່າ ໃຫ້ພາກສ່ວນພາຍນອກເຂົ້າມາ ຂ້າພະເຈົ້າເອງ ກໍຍັງບໍ່ຮູ້ວ່າ ເພິ່ນຈະອະນຸຍາດຫຼືບໍ່

ສ່ວນຄວາມຄິດ ຄວາມເຫັນຂອງຄົນລາວ ຈໍານນຶ່ງ ກ່ຽວກັບເຣື່ອງນີ້ ກໍເຫັນວ່າ ເຫັນດີໃຫ້ຂາຍຫຸ້ນ ເພາະຜ່ານມາ ຣັຖບານລາວ ສູນເສັຽເງິນໃຫ້ກັບຣັຖວິສາຫະກິດ ຢ່່າງມະຫາສານ ແຕ່ບໍ່ເກີດຜົລ ປະໂຍດຕໍ່ປະເທດຊາດ ໃນຂະນະທີ່ ຊາວລາວອີກຈໍານວນນຶ່ງ ກໍບໍ່ເຫັນດີກັບການຂາຍຫຸ້ນໃນຄັ້ງນີ້​.​ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ພຶສຈິກາ ວ່າ:

ໄດ້ຍິນຫາງສຽງ ກະຍ້ອນຫຍັງ ຍ້ອນວ່າ ຣັຖນີ້ນ່າ ເປັນໜີ້ຕ່າງປະເທດນີ້ຫຼາຍໂພດ ມັນລະແກ້ໄຂບໍ່ຕົກ ບາດນີ້​ຄັນຖ້າວ່າ ເຮົາຈະບໍ່ເຫັນດີບໍ່ ມັນກະຄວາມຈໍາເປັນ ຄັນຖ້າວ່າ ຕາມທັມດານີ້ແທ້ ມັນກະບໍ່ເຫັນດີຫັ້ນແລ້ວ.​

ກ່ຽວກັບເຣື່ອງນີ້ ອາຈານພາກວິຊາການເງິນ-ທະນາຄານ ມະຫາວິທະຍາໄລ ແຫ່ງຊາດລາວ ທ່ານນຶ່ງ ກ່າວວ່າ ຖ້າຣັຖບານລາວ ເຫັນດີຂາຍຫຸ້ນ ຈໍານວນ 51% ຕາມຂໍ້ສເນີຂອງບໍຣິສັດ ພູສີ ກຣຸບ ກໍແຍກເປັນ 2 ປັດໃຈສໍາຄັນ ຄື:

  1. ຣັຖບານລາວ ຕ້ອງການທີ່ຈະຂາຍຫຸ້ນ ອອກຈາກທະນາຄານການຄ້າຕ່າງປະເທດ ມະຫາຊົນ ເພື່ອເປີດໂອກາດໃຫ້ບໍຣິສັດເອກຊົນ ເຂົ້າມາບໍຣິຫານ ແລະ ເຕັມໄປດ້ວຍປະສິດທິພາບ ສາມາດແຂ່ງຂັນກັບສາກົນໄດ້ ແລະ ຣັຖບານລາວ ກໍນໍາເງິນຈາກການຂາຍຫຸ້ນ ໄປແບ່ງເບົາພາລະຄ່າໃຊ້ຈ່າຍອື່ນໆ ໄດ້.​
  2. ເນື່ອງຈາກ ສະພາບໍຣິຫານ ຂອງທະນາຄານການຄ້າຕ່າງປະເທດ ມະຫາຊຊົນ ໃນປັດຈຸບັນ ມີແຕ່ເຈົ້າໜ້າທີລະດັບສູງ ຂອງກະຊວງການເງິນ ເປັນຜູ້ກໍານົດນະໂຍບາຍ ຊຶ່ງການບໍຣິຫານງານໃນໄລຍະຜ່ານມາ ຂ້ອນຂ້າງຈະຊັກຊ້າ ປະສິດທິພາບຕໍ່າ ແລະບໍ່ທັນສໄມ ແລະຣັຖບານລາວ ບໍ່ຕ້ອງການແບກຮັບພາລະຕ່າງໆ ຈຶ່ງເປີດໂອກາດໃຫ້ ພາກເອກຊົນ ເຂົ້າມາບໍຣິຫານແທນ. ອາຈານພາກວິຊາການເງິນ-ທະນາຄານ ມະຫາວິທະຍາໄລ ແຫ່ງຊາດລາວ ກ່າວວ່າ:

ຈະມີພາກເອກຊົນ ຫຼືວ່າ ເປັນບໍຣິສັດ ກຸ່ມທຶນເບາະ ມາຊື້ຫຸ້ນ ຣັຖບານບໍ່ຢາກອູ້ມເບາະຫັ້ນນ່າ ຢາກປ່ອຍໃຫ້ແບບເອກຊົນ ມາບໍຣິຫານ ມາຈັດການຫຍັງຈັກຢ່າງນີ້ແຫຼະ ສ່ວນຫຼາຍຄົນໄປນັ່ງຢູ່ ບອດບໍຣິຫານ ແມ່ນຄົນຣັຖນ່າ ທີ່ວ່າອາວຸໂສແດ່ເນາະ ຄວາມກະຕືລືລົ້ນ ຄວາມກະຫາຍ ມີໜ້ອຍ.

ບໍຣິສັດ ພູສີ ກຣຸບ ຈໍາກັດ ເປັນບໍຣິສັດ ມະຫາຊົນລາວຂນາດໃຫຍ່ ໂດຍດໍາເນີນການຄົບວົງຈອນ ເປັນຕົ້ນ ທຸຣະກິດກໍ່ສ້າງຂົວທາງ, ຂຸດຄົ້ນແຫ່ທາດຕ່າງໆ, ພລັງງານໄຟຟ້າ ແລະເຂດເສຖກິຈພິເສດ ແຂວງຫລວງພຣະບາງ. ທະນາຄານການຄ້າຕ່າງປະເທດລາວ ແມ່ນກໍ່ຕັ້ງຂຶ້ນໃນປີ 1975, ພາຍໃຕ້ການຄຸ້ມຄອງຂອງ ກະຊວງການເງິນ ແລະທະນາຄານແຫ່ງ ສປປລາວ, ເປັນທະນາຄານແຫ່ງດຽວໃນປະເທດລາວ ທີ່ສາມາດດໍາເນີນທຸຣະກິຈ ກັບສາກົນ ຫຼື Inter Banking ແລະ ກໍຍັງໄດ້ຖືກມອບໝາຍ ໃຫ້ດໍາເນີນການຄຸ້ມຄອງ ບັນດາເງິນຊ່ວຍເຫຼືອລ້າ ແລະ ເງິນກູ້ຕ່າງໆ ຈາກຕ່າງປະເທດ ແລະອົງການຈັດຕັ້ງສາກົນ.​ ປັດຈຸບັນ ທະນາຄານການຄ້າຕ່າງປະເທດ ມະຫາຊົນ ມີຜູ້ຖືຫຸ້ນ ຈໍານວນ 3 ສ່ວນ ຄື ກະຊວງກາເງິນ ຖືຫຸ້ນ 60%, ກຸ່ມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຖືຫຸ້ນ 30% ແລະ ຄູ່ຮ່ວມຍຸທສາດ ຫຼື Compagnie Financière de la BRED ຈາກປະເທດຝຣັ່ງ ຖືກຫຸ້ນ 10%.​

ອີງຕາມບົດຣາຍງານການເງິນ ຂອງທະນາຄານການຄ້າຕ່າງປະເທດ ທີ່ເຜີຍແຜ່ໃນເດືອນກັນຍາ ປີ 2021, ທະນາຄານການຄ້າຕ່າງປະເທດລາວ ມີຊັບສິນທັງໝົດ 63,000 ຕື້ກີບ ຫຼື ປະມານ 6 ຕື້ ໂດລາຣ໌ສະຫະຣັດ, ມີໜີ້ 61,000 ຕື້ກີບ ຫຼື ປະມານ 5.7 ຕື້ໂດລາຣ໌.

ໃນວັນທີ 1 ພຶສຈິກາ 2021 ທີ່ຜ່ານມາ, ທ່ານ ພັນຄໍາ ວິິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວ ຢູ່ໃນກອງປະຊຸມ ສໄມສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ຕອນນຶ່ງວ່າ ໄລຍະຜ່ານມາ ຣັບຖານແຕ່ລະສໄມໄດ້ລົງທຶນຈໍານວນຫຼາຍ ໃຫ້ບັນດາຣັຖວິສາຫະກິຈ ແຕ່ຜ່ານມາເຫັນວ່າ ບັນດາຣັຖວິສາຫະກິຈ ເກືອບທັງໝົດດໍາເນີນທຸຣະກິຈ ບໍ່ມີປະສິດທິຜົລ ແຕ່ຈໍານວນນຶ່ງສ້າງໜີ້ສິນມະຫາສານ ຕົກເປັນພາລະຂອງຣັຖບານ ດັ່ງນັ້ນ ການປັບປຸງຣັຖວິສາຫະກິຈ ຕາມທິດປະຕິຮູບ ຈຶ່ງມີຄວາມສໍາຄັນ ແລະເລັ່ງດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.