ແນວລາວ ສເນີຣັຖບາລກວດຄືນ ການຊື້ຂາຍດິນ

ສຸພັດຕາ
2021.11.11
ແນວລາວ ສເນີຣັຖບາລກວດຄືນ ການຊື້ຂາຍດິນ ກອງປະຊຸມ ສມັຍສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ພຶສຈິກາ 2021
ຮູບພາບຈາກ ວິດີໂອ: LNTV

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສ​ເນີ​ໃຫ້​ຣັ​ຖ​ບານ​ລາວ ກວດ​ກາ​ກຸ່​ມ​ຄົນ​ຕ່າງ​ປະ​ເທດ ຈຳ​ນວນ​ນຶ່ງ ທີ່​ເຂົ້າ​ມາ​ຊື້-ຂາຍ​ທີ່​ດິນ ​ໃນ​ລາວ ໂດຍ​ໄດ້​ມີ​ການ​ວ່າ​ຈ້າງ​ຄົນ​ລາວ ເປັນ​ຜູ້​ຊື້​ທີ່​ດິນ ແລະ​ອອກ​ໃບ​ຕາ​ດິນ ​ຖາ​ວອນໃຫ້ ຊຶ່ງ​ຖື​ວ່າເປັນ​ການ​ລະ​ເມີດ​ກົດ​ໝາຍ ແລະ​ຍັງ​ພາ​ໃຫ້​ເກີດ​ກ​ານ​ສໍ້​ໂກງ​ກັນ​ຂຶ້ນ, ດັ່ງ​ຍາ​ນາງ ຄຳ​ຈັນ ພົມແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ມີ​ຄວາມ​ເຫັນ​ຕໍ່​ກອງ​ປະ​ຊຸມ ​ສ​ມັຍ​ສາ​ມັນ​ ເທື່ອ​ທີ່ 2 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ່ 9 ໃນ​ມື້​ວັນ​ທີ່ 8 ພຶ​ສ​ຈິ​ກາ ນີ້​ວ່າ:

“ຂໍ​ໃຫ້​ມີກ​ານກວດ​ກາ​ ຕໍ່​ສະ​ພາບ​ການ​ຊື້-ຂາຍ​ດິນແລະ​ເຮືອນ​ ໃຫ້​ຄົນ​ຕ່າງ​ປະ​ເທດ ແຕ່​ອອກ​ຊື່​ເປັນ​ຄົນ​ລາວ ເກີດ​ມີ​ການ​ແຜ່ຫຼາຍ ເກີດ​ມີ​ສະ​ພາບ​ການ​ສໍ້​ໂກງ​ກັນ ລະ​ຫວ່າ​ງ​ຜູ້​ຊື້​ດິນ ແລະ​ຜູ້​ອອກ​ຊື່​ໃນ​ໃບ​ຕາ​ດິນ ພາ​ໃຫ້​ເກີດ​ຄວາມ​ບໍ່​ສ​ງົ​ບ ສ​ເນີ​ໃຫ້​ມີ​ວິ​ທີ​ທາງ​ແກ້​ໄຂ ຢ່າງ​ເປັນ​ຮູບ​ປະ​ທັມ.”

ນອກ​ຈາກ​ນີ້ ຍາ​ນາງ​ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຍັງສ​ເນີ​ໃຫ້​ຣັ​ຖ​ບານລາວ ເບິ່ງ​ຄືນ​ກ່ຽວ​ກັບເຣື່ອງ​ການ​ຈັບ​ຈອງ​ທີ່​ດິນ​ປ່າ, ດິນ​ຫວງ​ຫ້າມ, ດິນ​ບ້ານ ແລະ​ດິນ​ປຸກ​ສ້າງເປັນ​ຈຳ​ນວນຫຼາຍ​ປີ ແຕ່​ບໍ່​ມີ​ການ​ພັ​ທ​ນາ​ຫ​ຍັງ ແລະ​ບໍ່​ເສັຽ​ພາ​ສີອາ​ກອນ​ ໃຫ້​ຣັ​ຖ ໃນ​ຂະ​ນະ​ທີ່ ປະ​ຊາ​ຊົນ​ລາວຈຳ​ນວນຫຼາຍ ບໍ່​ມີ​ບ່ອນ​ປຸກ​ສ້າງ ​ທີ່​ຢູ່​ອາ​ສັຍ  ບໍ່​ມີ​ທີ່​ດິນ​ທຳ​ການ​ກະ​ເສຕ ບໍ່​ມີ​ລາຍ​ຮັບ​ໝັ້ນ​ຄົງ ພ້ອ​ມ​ກັນ​ນັ້ນກໍ​ມີ​ທີ່​ດິນ​ຈຳ​ນວນ​ນຶ່ງ ຖືກ​ຂາຍ​ໃຫ້​ກັບ​ຄົນ​ຕ່າງ​ປະ​ເທດ.

ປັດ​ຈຸ​ບັນ ປະ​ເທດ​ລາວ ຍັງ​ບໍ່​ອະ​ນຸ​ຍາດ​ໃຫ້​ຄົນ​ຕ່າງ​ປະ​ເທດ ເຂົ້າ​ມາ​ຊື້-ຂາຍ​ທີ່​ດິນ ເຮືອນ​ພັກ ແລະ​ຄອນ​ໂດ ຢູ່​ໃນ​ປະ​ເທດ​ລາວ​ໄດ້ ຍົກ​ເວັ້ນ​ກາ​ນ​ຊື້​ຄອນ​ໂດ​ມີ​ນ້ຽມ (Condominium) ໃນ​ເຂດ​ເສ​ຖ​ພິ​ເສດ ​ບຶງ​ທາດຫຼວງ ແຕ່​ແນວ​ໃດ​ກໍ​ຕາມ ຣັ​ຖ​ບານ​ລາວ ກໍ​ໄດ້​ອະ​ນຸ​ຍາດ​ໃຫ້ ​ຄົນ​ຕ່າງ​ປະ​ເທດສາ​ມາດ​ເຊົ່າ​ທີ່​ດິນ ແລະ​ເຮືອນ​ພັກ ແບບ​ໄລ​ຍະ​ຍາວ​ໄດ້ຢ່າງ​ໜ້ອຍ 30 ປີ.

ກ່ຽວ​ກັບ​ເຣື່ອງ​ນີ້ ເຈົ້າ​ໜ້າ​ທີ່ ​ບໍ​ຣິ​ສັດ​ ຂາຍ​ທີ່​ດິນ ແລະ​ອະ​ສັງ​ຫາ​ຣິ​ມະ​ຊັບ ໃນ​ນະ​ຄອນຫຼວງວຽງ​ຈັນ ທີ່​ບໍ່​ປະ​ສົງ​ອອກ​ຊື່ ແລະ​ສຽງ ທ່ານ​ນຶ່ງ ກ່າວ​ຕໍ່​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ່ 10 ພຶສຈິກາ ນີ້ວ່າ:

ກົດ​ໝາຍ​ຂອງ​ປະ​ເທດ​ລາວ ຍັງ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ຕ່າງ​ປະ​ເທດ ຊື້​-ຂາຍ​ທີ່​ດິນ ແລະ​ເຮືອນ​ພັກ ແຕ່​ວ່າ​ຫາກ​ຄົນ​ຕ່າງ​ປະ​ເທດ ຕ້ອງ​ການ​ຈະ​ຊື້​ທີ່​ດິນ ຫຼືເຮືອນ​ໃນ​ປະ​ເທດ​ລາວ ກໍ​ສາ​ມາດ​ຊື້​-ຂາຍ​ໄດ້ ແຕ່​ຕ້ອງ​ແຈ້ງ​ຊື່​ຄົນ​ລາວ ທີ່​ເປັນ​ຄົນ​ຮູ້​ຈັກກັນ ແລະ​ສ​ນິດ​ສ​ນົມ​ກັນ ເພື່ອ​ຈ້າງວານ​ໃຫ້​ຂະ​ເຈົ້າ​ຊື້ໃຫ້.”

ຂ​ະ​ນະ​ທີ່ ເຈົ້າ​ໜ້າ​ທີ່ ບໍ​ຣິ​ສັດ​ຊື້-ຂາຍ​ທີ່​ດິນ ແລະ​ອະ​ສັງ​ຫາ​ຣິ​ມະ​ຊັບ ອີກ​ແຫ່ງ​ນຶ່ງ ໃນ​ນະ​ຄອນຫຼວງວຽງ​ຈັນ ກໍ​ກ່າວ​ວ່າ ໄລ​ຍະຫຼາຍ​ປີ​ມາ​ນີ້ ມີ​ຄົນ​ຕ່າງ​ປະ​ເທດ​ຈຳ​ນວນຫຼາຍ ໂດຍ​ສະ​ເພາະ​ນັກ​ລົງ​ທຶນ​ຈີນ ມັກ​ຈະ​ເຂົ້າ​ມາ​ຊື້​ທີ່​ດິນ​ໃນ​ລາວ ໂດຍ​ມີ​ກາ​ນ​ວ່າ​ຈ້າງ​ຄົນ​ລາວ ໃຫ້​ເປັນ​ຜູ້​ຊື້​ທີ່​ດິນ ແລະ​ອອກ​ຊື່​ໃບ​ຕາ​ດິນ​ໃຫ້ ແຕ່​ຈະ​ຕ້ອງ​ເປັນ​ຄົນ​ທີ່​ໄວ້​ວາງ​ໃຈ​ໄດ້​, ດັ່ງ​ເຈົ້າ​ໜ້າ​ທີ່ ບໍ​ຣິ​ສັດ​ ຊື້-ຂາຍ ທີ່​ດິນ ແລະ​ອະ​ສັງ​ຫາ​ຣິ​ມະ​ຊັບ ໃນ​ນະ​ຄອນຫຼວງວຽງ​ຈັນ ກ່າວ​ຕໍ່​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ດຽວ​ກັນ​ນີ້​ວ່າ:

“ມັນ​ກະ​ໄດ້​ຫັ້ນ​ແຫຼ​ະ​ ຄັນ​ມີ​ທຸ​ຣະ​ກິ​ຈ ແຕ່​ເຈົ້າ​ຕ້ອງວ່າ​ເອົາຄົນ​ທີ່​ເຈົ້າ​ສ​ນິດ​ນຳ​ຫັ້ນ​ແຫຼະ ໄວ້​ວາງ​ໃຈ​ແລ້ວ​ຊື້​ໃຫ້ ບໍ່​ເປັນ​ຫ​ຍັງ ຖ້າ​ເຈົ້າ​ໄວ້​ວາງ​ໃຈ​ເຂົາ ເຂົາ​ກະ​ບໍ່​ຕົ້ມ​ເຈົ້າ​ດອກ.”

ນອກ​ຈາ​ກາ​ນ ຊື້-ຂາຍ ອະ​ສັງ​ຫາ​ຣິ​ມະ​ຊັບ ແບບ​ຂາດ​ໂຕ​ແລ້ວ​ນັ້ນ ກໍຍັງ​ມີ​ຮູບ​ແບບ​ການ​ປ່ອຍ​ເຊົ່າ​-ສັ​ມ​ປະ​ທານ​ໄລ​ຍະ​ຍາວ ແຕ່ 10-20 ປີ ໂດ​ຍ​ບໍ່​ຜ່ານ​ທາງ​ການ​ລາວ ​ໝາຍຄວາມວ່າຄົນ​ຕ່າງ​ປະ​ເທດ ຈະ​ມາ​ເຊົ່າ​ທີ່​ດິນ ແລ​ະ​ເຮືອນ​ກັບ​ຄົນ​ລາວ​ໂດຍ​ຕົງ ເຊິ່ງ​ເປັນ​ການຫຼີກ​ລ່ຽງການ​ເສັຽ​ພ​າ​ສີ-ອາ​ກອນ​ໃຫ້​ແກ່ຣັ​ຖ.

ໂຕ​ຢ່າງ ຜູ້​ປະ​ກອບ​ການເຮືອນ​ພັກ​ ໃນ​ເມືອງວັງ​ວຽງ ແຂວງວຽງ​ຈັນ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ດຽວ​ກັນ​ນີ້​ວ່າ ສຳ​ລັບ​ເຮືອນ​ພັກ​ຂອງ​ທ່ານນັ້ນ ແມ່ນ​ໄດ້​ໃຫ້ນັກ​ທຸ​ຣະ​ກິ​ຈ​ຊາວ​ເກົາຫຼີ​ໃຕ້້​ເປັນ​ຜູ້ເຊົ່​າ ໂດ​ຍ​ຕົນ​ເອງ​ຈະ​ເປັນ​ຜູ້​ເກັບ​ຄ່າ​ເຊົ່າ ແລະ​ນຳ​ໄປ​ຈ່າຍ​ພາ​ສີ-ອາ​ກອນ​ໃຫ້​ແກ່​ຣັ​ຖ, ດັ່ງ​ທ່ານ​ກ່າ​ວວ່າ:

“ແຕ່​ວ່າ​ບ້ານ​ພັກ​ເຮົາ​ຫັ້ນ ດຽວ​ນີ້​ເຮົາ​ໃຫ້​ເກົາຫຼີ​ເປັນ​ຜູ້​ສັມ​ປະ​ທານ ເປັນ​ຜູ້​ເຊົ່າ​ແລ້ວ ເພາະ​ບ້ານ​ພັກ​ຂ​ະ​ເຈົ້າ​ຈະ​ສ້າງ​ຂຶ້ນຫຼາຍ ເຮົາ​ມັນ​ບໍ່​ໄດ້​ທາງ​ຢູ່ ທາງ​ແຄມ​ນ້ຳ ແຄມ​ຫ​ຍັງ​ແດ່.”

ໃນ​ຂະ​ນ​ະ​ດຽວ​ກັນ ຊາວລາວ​ຜູ້​ນຶ່ງ ໃນ​ເມືອງ​ສິງ ແຂວງຫຼວງ​ນ້ຳ​ທາ ກໍ​ກ່າວ​ວ່າ ບໍ່​ຄ່ອຍ​ເຫັນ​ຄົນ​ຕ່າງ​ປະ​ເທດ ມາ​ຊື້​ທີ່​ດິນແລະ​ເຮືອນ​ຢູ່​ພ​າຍ​ໃນ​ແຂວງ​ເທື່ອ ເຫັນ​ແຕ່​ມາ​ຂໍ​ເຊົ່າ-ສັມ​ປະ​ທານ​ທີ່​ດິນ ແບບ​ໄລ​ຍະ​ຍາວ​ນຳ​ຊາວ​ບ້ານ ເພື່ອ​ທຳ​ການ​ກະ​ເສດ ແລະ​ປູກ​ພືດ​ເສ​ຖ​ກິ​ຈ, ດັ່ງ​ຊາວ​ບ້ານຜູ້​ນຶ່ງ ໃນ​ເມືອງ​ສິງ ແຂວງຫຼວງ​ນ້ຳ​ທາ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ດຽວ​ກັນ​ນີ້​ວ່າ:

“ປັດ​ຈຸ​ບັນ​ນີ້​ນິ່ ເຂົາ​ເຈົ້າ​ມາ​ເຊົ່າ ແບບ​ວ່າ​ຄົນ​ຈີນ​ມາ​ສັມ​ປະ​ທານ​ ເຮັດ​ພວກ​ກະ​ສິ​ກັມ​ເນາະ ຈະ​ເປັນ​ປູກ​ອ້ອຍ ປູກ​ພວກ​ໝາກ​ແຕງໂມບໍ ກ້ວຍ​ບໍ ອີ່​ຫ​ຍັງ​ຕ່າງໆ.”

ກ່ຽວ​ກັບ​ເຣື່ອງ​ນີ້ ເຈົ້າ​ໜ້​າ​ທີ່​ຜ​ແນກ​ຊັ​ພ​ຍາ​ກອນ​ທັມ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ ແຂວງຫຼວງ​ພ​ຣະ​ບາງ ທ່ານ​ນຶ່ງ ກໍ​ເຫັນ​ວ່າ ສະ​ເພາະ​ໃນ​ນະ​ຄອນຫຼວງພ​ຣະ​ບາງ ກໍ​ມີ​ກຸ່ມ​ຄົນ​ຈີນ ແລະ​ຄົນ​ວຽດ​ນາມ ເຂົ້າ​ມາ​ຊື້​ກິ​ຈ​ການ​ນຳ​ຄົນ​ລາວ​ເປັນ​ຈຳ​ນວນຫຼາຍ ໂດຍ​ເປັນ​ການ​ລັກ​ເຮັດ ບໍ່ໄດ້​ໃຫ້​ທາງ​ການ​ລາວ​ຮັບ​ຮູ້ ໂດຍ​ສ່ວນຫຼາຍຈະ​ເປັນ​ນັກ​ລົງ​ທຶນ ທີ່​ເຂົ້າ​ມາ​ເຮັດ​ທຸ​ຣະ​ກິ​ຈ​ໃນ​ລາວ ປະ​ມານ 3-5 ປີ ຫຼັງ​ຈາກ​ນັ້ນ ພໍ​ສ​ນິດ​ສ​ນົມ​ກັບ​ຄົນ​ລາວ​ແລ້ວ ເມື່ອ​ມີ​ໂອ​ກາດ​ກໍ​ພາ​ກັນ​ຮ່ວມ​ມື​ກັນ, ດັ່ງ​ເຈົ້າ​ໜ້າ​ທີ່ ທ່ານ​ນີ້ ກ່າວ​ວ່າ:

“​ແຕ່​ຜ່ານ​ມາ​ຫັ້ນຍ້ອນ​ວ່າ ​ນັກ​ລົງ​ທຶນ​ຫັ້ນມັນ​ໄປ​ເຂົ້າ​ກັບ​ເຈົ້າ​ຂອງ ຂະ​ເຈົ້າ​ຈະ​ເຮັດ​ບ້ານ​ນີ້​ມາ​ກ່ອນ​ແລ້ວ ແລະ​ໂດຍ​ທີ່​ບໍ່​ໃຫ້​ຣັ​ຖ​ເຮົາ​ຮູ້​ຈັກ​ນຳ​ຫັ້ນ​ນ່າ ແລ້ວ​ດຽວ​ນີ້ ມັນ​ຄົນ​ວຽດ ຄົນ​ຈີນ​ເນາະ ມາ Take over ມາ​ໃຊ້​ຊື່​ຄົນ​ລາວ ດຽວ​ນີ້​ພວກ​ເຮົາ​ກະ​ກວດ​ຄືນ​ໝົດ.”

ເຖິງ​ແນວ​ໃດ​ກໍ​ຕາມ ເມື່ອ​ປີ 2019 ທີ່​ຜ່ານ​ມາ ກົມ​ນະ​ໂຍ​ບາຍການ​ຄ້າ​ຕ່າງ​ປະ​ເ​ທດ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ​ການ​ຄ້າ ໄດ້​ຣາຍ​ງານ​ວ່າ ຣັ​ຖ​ບານ​ລາວ ກຳ​ລັງ​ທົບ​ທວນ​ຄືນ​ກ່ຽວ​ກັບກົດ​ໝາຍວ່າ​ດ້ວຍ​ທີ່​ດິນ ທີ່​ຈະ​ໃຫ້​ຄົນ​ຕ່າງ​ປະ​ເທດ ເປັນ​ເຈົ້າ​ຂອງ​ກັມ​ມະ​ສິດ​ອະ​ສັງ​ຫາ​ຣິ​ມະ​ຊັບຢູ່​ປະ​ເທດ​ລາວ ແລະ​ສາ​ມາດ​ຊື້-ຂາຍໄດ້​ທຸກ​ພື້​ນ​ທີ່ ບໍ່​ຈຳ​ກັດ​ສະ​ເພາະ​ໃນ​ເຂດ​ເສ​ຖ​ກິ​ຈ​ພິ​ເສດບຶງ​ທາດຫຼວງ ທັງ​ນີ້ ກໍ​ເພື່ອ​ເປັນ​ກາ​ນ​ດຶງ​ດູດໃຫ້​ນັກ​ລົງ​ທຶນຕ່າງ​ປະ​ເທດ ເຂົ້າ​ມາ​ລົງ​ທຶນ​ໃນດ້ານ​ອະ​ສັງ​ຫາ​ຣິ​ມະ​ຊັບ​ຢູ່​ລາວ​ເພີ່ມ​ຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.