ຫ້າມ ຊື້-ຂາຍດິນ ເຂດໂຄງການ ເມືອງ ທັນສມັຍ

ໄຊຍາ
2021.11.16
ຫ້າມ ຊື້-ຂາຍດິນ ເຂດໂຄງການ ເມືອງ ທັນສມັຍ ຜືນດິນທີ່ເຄີຍເປັນທົ່ງນາ ຂອງຊາວບ້ານ ໃນເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ທີ່ໄດ້ເສັຽໃຫ້ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ (TS) ມົກກະຣາ 2021.
RFA

ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການລົງວັນທີ 10 ພຶສຈິກາ 2021 ຫ້າມ ຊື້-ຂາຍດິນ ຮວມທັງບໍ່ໃຫ້ປຸກສ້າງ, ຈົກໜອງນໍ້າ ແລະຈົກດິນຂາຍ ໃນຂອບເຂດສຳຣວດໂຄງການ ເມືອງທັນສມັຍ ຫຼື Smart City ຊຶ່ງກວມເອົາຂອບເຂດ 5 ບ້ານໃນເມືອງໄຊເສດຖາ ແລະອີກ 7 ບ້ານໃນເມືອງຫາດຊາຍຟອງ, ໃນຂນະທີ່ຊາວບ້ານຫຼາຍຄອບຄົວທີ່ຢູ່ ໃນຂອບເຂດດັ່ງກ່າວໄດ້ຮັບຜົລກະທົບ ຍ້ອນຕ້ອງໃຊ້ທີ່ດິນທຳມາຫາກິນ ແລະຂາຍທີ່ດິນຫາລາຍໄດ້. ດັ່ງຊາວບ້ານນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ພືສຈິກາ ວ່າ:

ໂຕນີ້ກາໄດ້ຍິນເພີ່ນແຈ້ງມາຢູ່ໃດແຕ່ວ່າ ໂຕນີ້ຫັ້ນຂ້ອຍຢຸດປະກາດຂາຍແລ້ວນ່າ ເພິ່ນກາຍັງບໍ່ທັນໄດ້ສຳຣວດ ໂດຍຕົງຕິ ໂຕນີ້ຫັ້ນມັນຖືກໂຄງການ ເປັນດິນຂອງເຮົາ ເພີ່ນກາຕ້ອງຊົດເຊີຍຢູ່ແລ້ວ.

ໃນຂນະດຽວກັນ ຊາວບ້ານອີກຄົນນຶ່ງກ່າວວ່າ ເຖິງແມ່ນວ່າລາວເອງ ຈະໄດ້ຮັບຜົລກະທົບຈາກແຈ້ງການດັ່ງກ່າວກໍຕາມ ແຕ່ກໍຕ້ອງໄດ້ເປີດທາງໃຫ້ ທາງໂຄງການດັ່ງກ່າວ ເຂົ້າມາເຮັດ ການສຳຣວດເນື້ອທີ່ຫຼັງຈາກນັ້ນຈຶ່ງມີແຈ້ງການຕື່ມວ່າ ທີ່ດິນບ່ອນໃດສາມາດຊື້-ຂາຍໄດ້ແລະບໍ່ໄດ້.

ກໍບໍ່ໄດ້ວ່າເນາະກໍສຸດແລ້ວແຕ່ຂັ້ນເທິງເພີ່ນ ໂຕນີ້ບໍ່ວ່າແມ່ນເພີ່ນເອົາດິນຊາວບ້ານເດ້ເນາະ ໝາຍຄວາມວ່າເພີ່ນໄດ້ໂຈະໃນການຊື້-ຂາຍ ເພາະວ່າເພີ່ນຊິວາງແຜນຜັງ ໃຫ້ມັນແລ້ວໝົດແລ້ວ ເພີ່ນຈຶ່ງຊິປະກາດຄືນວ່າໃຫ້ສືບຕໍ່ໍໍໍຊື້-ຂາຍໄດ້ປົກກະຕິຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງວ່າການ ນະຄອນຫຼວງວຽງຈັນ ພ້ອມທັງຫ້ອງການປົກຄອງເມືອງໄຊເສດຖາ ແລະຫ້ອງການປົກຄອງ ເມືອງຫາດຊາຍຟອງ ເພື່ອຖາມລາຍຣະອຽດເພີ່ມຕື່ມກ່ຽວກັບແຈ້ງການ ສະບັບນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກໃຫ້ຂໍ້ມູນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນບ້ານທ່ານນຶ່ງ ຢູ່ໃນຂອບເຂດສຳຣວດໂຄງການ ເມືອງທັນສມັຍກ່າວວ່າ ປັຈຈຸບັນພາກສ່ວນທີ່ກ່ຽວຂ້ອງ ກຳລັງລົງພື້ນທີ່ສຳຣວດ ໃນເຂດບ້ານຕ່າງໆ ໃນບັນດາ 12 ບ້ານດັ່ງກ່າວ ຈາກນັ້ນຈຶ່ງຈະແຈ້ງວ່າ ຈະເວນຄືນທີ່ດິນຊາວບ້ານຈັກຄອບຄົວ.

ກຳລັງສຳຣວດວ່າ ເພີ່ນຊິເວນຄືນທີ່ດິນ ເຮັດໂຄງການນ່າ ຖືກຜູ້ໃດກາຜູ້ນັ້ນໄດ້ໃຫ້ເພີ່ນ ກໍເວນຄືນທີ່ດິນຄືຈັ່ງໂຄງການສມາທຊີຕີ້ 12 ບ້ານລະແມ່ນເມືອງໄຊເສດຖາ 5 ບ້ານ ແລະ ເມືອງຫາດຊາຍຟອງນິີ້ລະແມ່ນ 7 ບ້ານ.

ທາງດ້ານນັກທຸຣະກິຈ ດ້ານການຊື້-ຂາຍທີ່ດິນ ທ່ານນຶ່ງກ່າວວ່າໂຄງການເມືອງທັນສມັຍ ແມ່ນໂຄງການຂອງຣັຖບານລາວ ແຕ່ເຊື່ອວ່ານັກລົງທືນທີ່ຈະເຂົ້າມາລົງທືນ ໃນໂຄງການ ດັ່ງກ່າວຈະແມ່ນນັກລົງທືນຈາກປະເທດຈີນ ເປັນສ່ວນໃຫຍ່ ຍ້ອນເຂດໂຄງການດັ່ງກ່າວຢູ່ ໃກ້ກັບສະຖານີຣົດໄຟລາວ-ຈີນຢູ່ແລ້ວ.

ໂຄງການໂຕນີ້ ໆ ມັນຊິເປັນຍ້ອນຣັຖບານນ່າຄວາມໝາຍວ່າ ໂຄງການນີ້ ມັນຊິເປັນຂອງພວກຈີນນີ້ເຂົ້າມາລົງທືນນ່າ ເຂົາເຈົ້າຊິມາເຮັດເປັນເມືອງໃໝ່ ເພື່ອຮັບເສຖກິຈ ຕຽມພ້ອມກ່ຽວກັບຣົດໄຟນີ້ນ່າ ເພາະວ່າແຖວນັ້ນມັນໃກ້ກັບສະຖານີຣົດໄຟເດ້.

ນັກທຸຣະກິຈຊື້-ຂາຍທີ່ດິນອີກທ່ານນຶ່ງເຊື່ອວ່າໂຄງການເມືອງທັນສມັຍດັ່ງກ່າວຈະກາຍເປັນ ເຂດຂອງນັກລົງທືນຈີນຢ່າງແນ່ນອນ ແຕ່ໃນນາມນັກທຸຣະກິຈລາວ ກໍຍັງບໍ່ຮູ້ຣາຍລະອຽດກ່ຽວ ກັບແຜນການຫຼາຍປານໃດຍັງຕ້ອງສຶກສາເພີ່ມຕື່ມ.

ໜ້າຈະໃຫ້ຈີນແຫຼະ ເພາະວ່າມັນເປັນເຂດເສຖກິຈ ແຜນເຂົາເຈົ້າມີເນາະ ແຕ່ບໍ່ໄດ້ສຶກສາວ່າ ແຜນເຂົາເຈົ້າຫັ້ນເປັນແນວໃດ ໂຕນີ້ຫັ້ນເປັນແຜນໂຄງການສ່ວນໂຕ ຂອງເຂົາຫັ້ນນ່າ ຣັຖບານກໍບອກວ່າເປັນເມືອງໃໝ່ ແຕ່ບໍ່ຮູ້ວ່າເມືອງໃໝ່ແນວໃດ ເຮົາກໍຍັງບໍ່ຮູ້ຫັ້ນນ່າ.

ສຳລັບບ້ານທີ່ຢູ່ໃນຂອບເຂດສຳຣວດ ໂຄງການເມືອງທັນສມັຍ ປະກອບດ້ວຍເມືອງໄຊເສດຖາມີ 5 ບ້ານ ໄດ້ແກ່ ບ້ານຈອມສີ, ບ້ານນາຄວາຍໃຕ້, ບ້ານນາຄວາຍກາງ, ບ້ານນາໂນ ແລະ ບ້ານນາໄຫ ສ່ວນຢູ່ເມືອງຫາດຊາຍຟອງມີ 7 ບ້ານໄດ້ແກ່ ບ້ານດົງໂພນແຮ່, ບ້ານຄຳຈະເລີນ, ບ້ານໜອງແປນເໜືອ, ບ້ານໜອງແປນໃຕ້, ບ້ານຊຽງຄວນ, ບ້ານທ່າພຣະ ແລະ ບ້ານໜອງແວງ.

ຢ່າງໃດກໍຕາມ ຍັງບໍ່ມີການເຜີຍແຜ່ຣາຍລະອຽດຢ່າງຄັກແນ່ ວ່າໂຄງການເມືອງທັນສມັຍ ຈະໃຊ້ເນື້ອທີ່ກໍ່ສ້າງຫຼາຍປານໃດ. ໃຊ້ງົບປະມານ ສ້າງຈຳນວນເທົ່າໃດ ຮວມທັງຈະເຣີ່ມສ້າງເມື່ອໃດ ແລະໃຊ້ໄລຍະເວລາໃນການກໍ່ສ້າງ ປະມານຈັກປີ ຈຶ່ງສຳເຣັດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.