ເຣື້ອງທີ່ເກັບບັນທຶກໄວ້
2024-10-17
ການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປະຈຳປີ 2024 ນີ້ ມີເຮືອຊ່ວງພຽງແຕ່ 10 ລຳ ສາເຫດໜຶ່ງຍ້ອນ ທີມເຮືອຊ່ວງ ຫຼາຍທີມ ປະສົບບັນຫາທາງດ້ານເສດຖະກິດ ແລະບໍ່ມີຜູ້ໃຫ້ທຶນສະໜັບສະໜູນ.
2024-10-16
ໃນງານບຸນຊ່ວງເຮືອອອກພັນສາ ຊຶ່ງເປັນບຸນປະເພນີ ປະຈໍາປີ ຈັດຂຶ້ນ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ວັນທີ 15 ຫາວັນທີ 18 ຕຸລານີ້ ປາກົດວ່າ ຄ່າຝາກລົດແພງກວ່າທີ່ຄະນະກໍາມະການງານບຸນກໍານົດໄວ້.
2024-09-24
2 ປີ ຜ່ານມາ ຢູ່ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ມີຜູ້ຊາຍຈີນ ເຂົ້າມາພັກເຊົາ ຢູ່ພາຍໃນເມືອງ ໄດ້ແຕ່ງດອງ ກັບແມ່ຍິງລາວອາຍຸກາຍ 18 ປີ ໂດຍສະເໜີໃຫ້ຄໍາແລະ ໃຫ້ເງິນ 150 ລ້ານກີບ ຕໍ່ເຫດການດັ່ງກ່່າວເຮັດໃຫ້ ທາງການເລັ່ງລົງເຜີຍແຜ່ກົດໝາຍ ການປະກອບເອກະສານຂໍແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບຕ່າງປະເທດ.
2024-09-23
ສັມພາດ ປະທານ ມູລນິທິ ມໍຣະດົກລາວ ກ່ຽວກັບ ໂຄງການສອນນາຕສິລ ແລະ ວັທນະທັມ ລະດູຮ້ອນ (Summer Camp) ປະຈຳປີ 2024 ທີ່ຣັຖເວີຈີເນັຽ, ສະຫະຣັຖ ອາເມຣິກາ
2024-09-16
ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາຈັກລາວ ນໍາໂດຍທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດພາກ 3 ເຂົ້າຮ່ວມພິທີມອບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະຣັດ ຈັດຂື້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້.
2024-09-11
ຍັງມີປະກົດການ ແມ່ຄ້າບາງຄົນ ຂາຍເຄື່ອງຕັກບາດເຂົ້າໜຽວ ຢູ່ແຂວງຫຼວງພຣະບາງ ແບບເອົາປຽບນັກທ່ອງທ່ຽວ ດ້ວຍການໃຫ້ຊື້ເຄື່ອງຕັກບາດ ແລ້ວໄລ່ລາຄາ ສູງກວ່າປົກກະຕິ, ເຖິງວ່າກ່ອນໜ້ານີ້ ພາກສ່ວນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ຈະມີມາດຕະການອອກມາ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແລ້ວກໍຕາມ.
2024-09-11
ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາ ຈັກລາວ ເຂົ້າຮ່ວມພິທີມອບຮັບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະລັດ ຈັດຂຶ້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້.
2024-09-04
ອຳນາດການປົກຄອງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈະແກ້ໄຂ ການເຄື່ອນໄຫວ ດ້ານສາດສະໜາ ທີ່ເຂົ້າມາ ແບບບໍ່ຖືກຕ້ອງ, ໂດຍສະເພາະ ກຸ່ມຜູ້ທີ່ເຄື່ອນໄຫວ ສາດສະໜາຄຣິສຕຽນ ພາຍຫຼັງທີ່ຊາວບ້ານ ຈຳນວນໜຶ່ງ ໄດ້ມີຫາງສຽງ ໃຫ້ຊ່ອຍແກ້ໄຂ.
2024-08-31
ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສອນ ຂອງພຣະພຸດທະເຈົ້າ ແລະໄດ້້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈຢາກສຶກສາທໍາມະ.
2024-08-28
ປ້າຍໂຄສະນາຜິດລະບຽບ ທີ່ຕິດຊະຊາຍຢູ່ເມືອງແບງ ແຂວງອຸດົມໄຊ ສ່ວນໃຫຍ່ເປັນຂອງຈີນ ທີ່ມີທັງເອົາພາສາຕ່າງປະເທດ ຂຶ້ນເທິງພາສາລາວ, ຂຽນໂຕໜັງສືລາວໜ້ອຍກວ່າໂຕຕ່າງປະເທດ.
2024-08-26
ຄູສອນສາດສະໜາຄຣິສຕຽນລາວ ປະຈໍາຄຣິສຕະຈັກ ວັງໄຊ ເມືອງໄຊ ແຂວງອຸດົມໄຊ, ອາຍຸ 40 ປີປາຍ ໄດ້ຖືກຄາດຕະກຳ ເປັນເວລາ 1 ເດືອນແລ້ວ ແຕ່ ຍັງບໍ່ມີຄວາມຄືບໜ້າທາງຄະດີເທື່ອ ໂດຍເຈົ້າໜ້າທີ່ ຍັງບໍ່ສາມາດ ຈັບຜູ້ກະທຳຄວາມຜິດ ມາດຳເນີນຄະດີ.
2024-08-13
ພາສາຈີນຍັງຄົງເປັນທາງເລືອກອັນດັບໜຶ່ງສຳລັບນັກສຶກສາຈົບໃໝ່ ແລະ ຄົນທົ່ວໄປ. ໃນແຕ່ລະສົກການສຶກສາມີຜູ້ສະມັກຮຽນເພີ່ມຂື້ນແລະກໍ່ເພີ່ມຂື້ນເລື້ອຍ ໆ ທັງພາກບຳລຸງ ແລະ ວິຊາຄູ.
2024-08-10
ປະເພນີລາວ ແລະ ໄທ ມີຄວາມສໍາພັນ ອັນແໜ້ນແຟ້ນ ທີີ່ມີມາຍາວນານ ກັບຄວາມທ້າທາຍ ທີ່ເກີດຂຶ້ນໃນປັດຈຸບັນ.
2024-08-03
ທ້າວ ບອດ ສິນລະປິນ ນັກແຕ້ມ ນັກປັ້ນ ຊຶ່ງວຽກງານປັ້ນດ້ວຍປູນຊິມັງ ຂອງລາວ ແຕ່ລະຢ່າງ ກໍ່ເຕັມໄປດ້ວຍຄວາມປານີດ ທີ່ໜ້າພາກພູມໃຈ ຈົນເປັນທີ່ເລື່ອງລື ໃນສື່ສັງຄົມ ອອນລາຍ ຜູ້ຄົນກົດໄລ໊ ນັບລ້ານ.
2024-08-01
ຊາວຄຣິສຕຽນລາວ 6 ຄົນ ຢູ່ແຂວງຄໍາມ່ວນ ທີ່ຖືກຈັບໃນຂະນະທີ່ປະກອບພິທີ ທາງສາດສະໜາ ປະຈໍາວັນເສົາຢູ່ນັ້ນ ແລະໄດ້ຖືກປ່ອຍຕົວໃນເວລາຕໍ່ມາ.