ສຳພາດ ຜູ້ແທນສະມາຄົມ ນັກລົບເກົ່າ

ຈຳປາທອງ
2024.09.16
ສຳພາດ ຜູ້ແທນສະມາຄົມ ນັກລົບເກົ່າ ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາ ຈັກລາວ ເຂົ້າຮ່ວມພິທີມອບຮັບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະລັດ ຈັດຂຶ້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍາ 2024.
RFA

ທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດ SGU ພາກ 3 ໄດ້ນໍາພາຄະນະຜູ້ແທນ ສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາ ຈັກລາວ ປະຈໍາລັດ ຈໍເຈຍ ສະຫະຣັດອາເມຣິກາ ເຂົ້າຮ່ວມພິທີມອບສິ່ງບອກ ເລົ່າ ໃນສະໄໝສົງຄາມ ຊຶ່ງຫໍສະໝຸດ ລັດຖະສະພາສະຫະຣັດອາເມຣິກາ ໄດ້ຈັດຂື້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍາ 2024 ນີ້.

ບົດທີ 1 ທີ່ວິທຍຸເອເຊັຍເສຣີ ໄດ້ນໍາສະເໜີທ່ານ ໃນມື້ວັນທີ 11 ກັນຍານີ້ ກ່ຽວກັບຄວາມສໍາຄັນຂອງງານ ຊຶ່ງວິທຍຸເອເຊັຍເສຣີ ໄດ້ສໍາພາດທັງທ່ານ Ryan Wolfson-Ford ຜູ້ຮັບຜິດຊອບພະແນກເອເຊັຍ ຂອງຫໍສະໝຸດລັດຖະສະພາສະຫະຣັດ ທີ່ເປັນເຈົ້າພາບຈັດງານ, ມາດາມ Susan Caolo ຜູ້ປະກອບ ສ່ວນ ສະໜັບສະໜູນ, ຜູ້ດໍາເນີນການສໍາພາດ ເພື່ອຫໍສະໝຸດ ລັດຖະສະພາສະຫະຣັດ, ທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດ ຫົວໜ້າຄະນະຜູ້ແທນ ແລະອີກ 3 ທ່ານ ທີ່ວິທຍຸເອເຊັຍເສຣີໄດ້ສໍາພາດ ຄື ດຣ. ສຸຂີ ຣາຊະສັກ ຄລັກ ລູກສາວຂອງນາຍທະຫານ ກອງທັບແຫ່ງພຣະລາຊະອານາຈັກລາວ ຜູ້ທີ່ໄດ້ຖືກໄປສໍາມະນາ ຢູ່ພາກເໜືອຂອງລາວເປັນເວລາ 16 ປີ, ຍານາງ ດີນາ ອູດົມສິນ ນັກຕໍ່ສູ້ເພື່ອເສລີພາບ ແລະທ່ານ ຕຸ້ຍ ທີລາວົງ ອາດີດຜູ້ຊີ້ນໍາທິດທາງການບິນ ໜ່ວຍລົບພິເສດ ຊຶ່ງແຕ່ລະທ່ານ ຕ່າງກໍມີຄວາມປາບປື້ນ ປີຕິຍິນດີ ທີ່ເຫັນວ່າຜົນງານຕ່າງໆ ຊຶ່ງໄດ້ຈາກການບອກເຫຼົ່າຂອງອາດີດນາຍທະຫານ ກອງທັບແຫ່ງພຣະຣາຊອານາຈັກລາວ ແລະໜ່ວຍລົບພິເສດນັ້ນ ມີຄວາມສໍາຄັນຫຼາຍ ຊຶ່ງມັນສະແດງອອກໃນຄໍາເວົ້າຂອງທຸກທ່ານ ທີ່ໄດ້ເຂົ້າຮ່ວມໃນງານ ເປັນຕົ້ນກໍແມ່ນຈາກຄໍາເວົ້າທ່ານ ທ່ານ Ryan Wolfson-Ford ຊຶ່ງໄດ້ຕ້ອນຮັບບັນດາອາດີດນາຍທະຫານ ກອງທັບແຫ່ງພຣະຣາຊອານາຈັກລາວ, ໜ່ວຍລົບພິເສດ SGU ແລະທຸກທ່ານ ທີ່ໄດ້ເຂົ້າຮ່ວມໃນງານ ຢ່າງອົບອຸ່ນ ແລະສໜິດສະໜົມ ຊຶ່ງທ່ານໄດ້ກ່າວເຖິງຄວາມສໍາຄັນນັ້ນວ່າ ບັນດານັກຮົບເກົ່າ ຂອງກອງທັບແຫ່ງພຣະຣາຊອານາຈັກລາວ ແລະໜ່ວຍລົບພິເສດ ທີ່ເຄີຍໄດ້ສູ້ຮົບຢູ່ປະເທດລາວ ໃນສະໄໝສົງຄາມຫວຽດນາມ ແລະຜູ້ທີ່ໄດ້ມອບບົດສໍາພາດຕ່າງໆ ໃຫ້ຫໍສະໝຸດ ລັດຖະສະພາສະຫາຣັດ ເກັບຮັກສາໄວ້ ເພື່ອອານາຄົດ ໃຫ້ນັກຄົ້ນຄ້ວາ ​ແລະເພື່ອ​ໃຫ້​ຜູ້ທີ່ຢາກຍົກ​ສູງ​ຄວາມ​ຮູ້ ​ກ່ຽວ​ກັບ​ສົງຄາມ​ຢູ່​ລາວ ມາຊົມໃຊ້.

ແລະໃນບົດທີ 2 ທີ່ວິທຍຸເອເຊັຍເສຣີ ສະເໜີບັນດາທ່ານຜູ້ຟັງໃນມື້ນີ້ ແມ່ນການຮັບຮູ້ຜົນງານຂອງບັນດານັກລົບເກົ່າລາວ ຊຶ່ງທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດຢູ່ລາວ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ກັນຍານີ້ວ່າ:

.............ສຽງ.................

ແລະພັນເອກ ຂາວ ອິນສີຊຽງໃໝ່ ອະດີດຜູ້ບັງຄັບ ກອງພັນ 312, ກອງພັນ 713, ຜູ້ເຄີຍເປັນ ຜູ້ບັນຊາການກົມ ແອສຈີຢູ ທີ 33 ແລະອະດີດ ສະມາຊິກ ໜ່ວຍຣົບພິເສດ ແລະຜູ້ຊ່ວຍ ຊີໄອເອ ປະຈໍາ ກອງທັບພາກ 3 ຂອງລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນອາທິດ ທີ 15 ກັນຍານີ້ ເຖິງສົງຄາມລັບຢູ່ລາວແລະການຮັບຮູ້ຜົນງານຂອງບັນດານັກລົບເກົ່າລາວວ່າ:

.............ສຽງ.................

ເວົ້າເລື່ອງສົງຄາມລັບຢູ່ລາວ ມາດາມ Susan Caolo ຜູ້ປະກອບສ່ວນ ສະໜັບສະໜູນ, ຜູ້ດໍາເນີນການສໍາພາດ ເພື່ອຫໍສະໝຸດລັດຖະສະພາສະຫະຣັດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ກັນຍານີ້ວ່າ:

.............ສຽງ.................

ມາດາມກ່າວ່າ ຂ້າພະເຈົ້າຢາກໃຫ້ພວກເພິ່ນ ຮັບຮູ້ໜ່ວຍລົບພິເສດ ແລະ ກອງ ທັບພຣະລາຊອານາຈັກລາວວ່າ ເປັນສ່ວນນຶ່ງຂອງສົງຄາມລັບ, ເປັນສ່ວນໜຶ່ງຂອງສິ່ງທີ່ພວກຂ້າພະເຈົ້າ ພິຈາລະນາກ່ຽວກັບສົງຄາມຫວຽດນາມ. ແລະນັ້ນ ກໍຄືເປົ້າຫມາຍຂອງຂ້າພະເຈົ້າ, ນັ້ນຄືສິ່ງທີ່ຂ້າພະເຈົ້າຢາກເຮັດໃຫ້ສໍາເລັດ, ແຕ່ສິ່ງທີ່ຍາກ ຄືການອະທິບາຍໃຫ້ຜູ້ຄົນຮູ້ ກ່ຽວກັບການມາ ຫໍສະໝຸດລັດຖະສະພານີ້. ແລະຂ້າພະເຈົ້າກໍ່ມີເອກະສານຫຼາຍຢ່າງ ທີ່ຂ້າພະເຈົ້າຕ້ອງໃຫ້ແນ່ໃຈວ່າ ເອກະສານເຫຼົ່ານີ້ ໄດ້ຢູ່ບ່ອນໃດບ່ອນນຶ່ງ ທີ່ປອດໄພ ແລະເຜີຍແພ່ໄດ້. ນັ້ນຄືເປົ້າໝາຍຂອງຂ້າພະເຈົ້າ ແລະຂ້າພະເຈົ້າກໍເຮັດໄດ້ ດັ່ງນັ້ນ ຂ້າພະເຈົ້າຈຶ່ງມີຄວາມຕື່ນເຕັ້ນຫລາຍ.

ໃນພິທີດັ່ງກ່າວ ກໍມີການວາງສະແດງເອກະສານເກົ່າແກ່ຫຼາຍຢ່າງ ຫຼາຍສະໄໝ ຊຶ່ງໃນນັ້ນມີທັງປື້ມ ກ່ຽວກັບບົດບັນທຶກຄວາມຈື່ຈໍາ ຂອງພະຍາ ຫົວຂອງ (ພະ ນະທ່ານ ຜຸຍ ຊນະນິກອນ) ນໍາດ້ວຍ. ທ່ານ ມະນູນສັກ ອາທະຂັນ ເວົ້າເຖິງການວາງສະແດງ ທີ່ມີເອກະສານ ຕັ້ງແຕ່ສະໄໝການໃຊ້ໃບລານ ຊຶ່ງມີຄວາມໝາຍສໍາຄັນຫຼາຍນັ້ນວ່າ:

.............ສຽງ.................

ເວົ້າເຖິງແຜນການວຽກງານ ຂອງຫໍສະໝຸດລັດຖະສະພາໃນຕໍ່ໜ້າ ກ່ຽວກັບລາວ ທ່ານ Ryan Wolfson -Ford. ກ່າວຕໍ່ວິທຍຸເອເຊັຍເສຣີ ໃນຕອນນຶ່ງວ່າ:

.............ສຽງ.................

 

ທ່ານກ່າວ່າ ສໍາລັບໃນອະນາຄົດ, ພວກເຮົາອາດຈະມີຄະນະຂອງນັກຮົບເກົ່າ ມາສົນທະນາກ່ຽວກັບປະສົບການຂອງພວກເຂົາເຈົ້າ. ມັນຈະເປັນວຽກ ທີ່ເປີດໃຫ້ບຸກຄົນທົ່ວໄປມີສ່ວນຮ່ວມ ແລະເປັນສິ່ງ ທີ່ຈະຖືກບັນທຶກໄວ້ ແລະເອົາໃສ່ໃນເວັບໄຊທ໌ຂອງພວກເຮົາ. ນອກຈາກນີ້ ພວກເຮົາຍັງຫວັງເປັນຢ່າງຍິ່ງວ່າ ຈະມີການບໍລິ ຈາກການສໍາພາດເພີ່ມຂື້ນເລື້ອຍໆ ເພື່ອໃຫ້ພວກເຮົາສາມາດ ຂະ ຫຍາຍການເກັບລວບລວມສິ່ງຕ່າງໆໄດ້ ແລະພວກເຮົາຈະມີວິດີໂອ ແລະສຽງອອນລາຍ ສໍາລັບການສໍາພາດເຫຼົ່ານີ້. ດັ່ງນັ້ນພວກເຮົາຈຶ່ງຫວັງວ່າ ຈະໄດ້ລວບລວມການສໍາພາດນັ້ນໃຫ້ຫຼາຍຂື້ນເຊັ່ນກັນ.ກ່ຽວກັບເລື່ອງການທ້ອນໂຮມຂໍ້ມູນຄໍາເວົ້າ ແລະເອກະສານຕ່າງໆນີ້ ຈາກບັນດານັກລົບເກົ່າລາວ ເພື່ອຫໍສະໝຸດລັດຖະສະພາສະຫະຣັດນັ້ນ ທ່ານ ມະນູນສັກ ອາທະຂັນ ກໍກ່າວວ່າ ພວກທ່ານກໍມີແຜນ ທີ່ຈະຂະຫຍາຍວົງກວ້າງ ໄປລັດຕ່າງໆ ໃນສະຫະຣັດ ຕື່ມອີກ.

.............ສຽງ.................

ຫໍສະໝຸດ ລັດຖະສະພາສະຫະຣັດ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັດອາເມຣິກາ ແມ່ນປະທານາທິບໍດີ John Adams ເປັນຜູ້ກໍ່ຕັ້ງຂື້ນ ເມື່ອປີ 1800. ຫໍສະໝຸດນີ້ ເປັນຫໍສະໝຸດໃຫຍ່ທີ່ສຸດໃນໂລກ, ມີທັງຮູບເງົາ, ວີດີໂອ ແລະປຶ້ມຫຼາຍລ້ານຫົວ, ມີບັນທຶກສຽງ, ຮູບຖ່າຍ, ໜັງສືພິມ, ແຜນທີ່ ແລະໜັງສືໃບລານ ຢູ່ໃນຄັງສະສົມ. ຫໍສະໝຸດນີ້ ເປັນບ່ອນຄົ້ນຄວ້າຫຼັກ ຂອງລັດຖະສະພາສະຫະຣັດ ແລະເປັນທີ່ຕັ້ງຂອງສໍານັກງານລິຂະສິດຂອງສະຫະຣັດອາເມຣິກາ.

ຫໍສະໝຸດເກັບຮັກສາສິ່ງທີ່ໃຫ້ຜູ້ຄົນ ເຂົ້າເຖິງແຫຼ່ງຄວາມຮູ້ ທີ່ອຸດົມສົມບູນ, ຫຼາກຫຼາຍ ແລະຍືນຍົງ, ມີຂໍ້ມູນໃຫ້ຄວາມຮູ້ ທີ່ສ້າງແຮງບັນດານໃຈ ແລະມີສ່ວນຮ່ວມ ໃນຄວາມພະຍາຍາມທາງດ້ານປັນຍາ ແລະສ້າງສັນຂອງຜູ້ຄົນ, ບໍ່ວ່າຈະເປັນຜູ້ທີ່ເລີ່ມໃຊ້ຫໍສະໝຸດລັດຖະສະພາແຫ່ງນີ້ໃໝ່ ຫຼືນັກຄົ້ນຄວ້າ ນັກວິໃຈ ກໍມີພະນັກງານລະດັບໂລກ ພ້ອມທີ່ຈະຊ່ອຍເຫຼືອ ທັງທາງອອນລາຍ ແລະດ້ວຍຕົນເອງ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.